ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນ​ທະ​ມິດ ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄານ ​ນຳ​ໜ້າ ໃນ​ການ​ນັບ​ບັດເລືອກ​ຕັ້ງ ​ຂັ້ນ​ສຸດ​ທ້າຍ ຢູ່​ປາ​ກິ​ສ​ຖານ


​ພວກ​ສະ​ໜັບ​ສະ​ໜຸນ ​ພັກ​ປາ​ກິ​ສ​ຖານ ຕາ​ຣິກ-ອີ-ອິນ​ຊາ​ຟ (PTI) ຂອງ​ທ່ານ​ຄານ ອັດ​ທາງ​ຫຼວງ​ແຕ່​ເພ​ຊາ​ວາ ເນັ່ງ​ໄປ​ຫາ​ນະ​ຄອນ​ອິ​ສ​ລາ​ມາ​ບັດ ເພື່ອ​ປະ​ທ້ວງ​​ການ​ກ່າວ​ຫາ​ວ່າ​ບິດ​ເບືອນ​ຜົນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ປາ​ກິ​ສ​ຖານ ທີ່​ເມືອງ​ເພ​ຊາ​ວາ ວັນ​ທີ 11 ກຸມ​ພາ 2024.
​ພວກ​ສະ​ໜັບ​ສະ​ໜຸນ ​ພັກ​ປາ​ກິ​ສ​ຖານ ຕາ​ຣິກ-ອີ-ອິນ​ຊາ​ຟ (PTI) ຂອງ​ທ່ານ​ຄານ ອັດ​ທາງ​ຫຼວງ​ແຕ່​ເພ​ຊາ​ວາ ເນັ່ງ​ໄປ​ຫາ​ນະ​ຄອນ​ອິ​ສ​ລາ​ມາ​ບັດ ເພື່ອ​ປະ​ທ້ວງ​​ການ​ກ່າວ​ຫາ​ວ່າ​ບິດ​ເບືອນ​ຜົນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ປາ​ກິ​ສ​ຖານ ທີ່​ເມືອງ​ເພ​ຊາ​ວາ ວັນ​ທີ 11 ກຸມ​ພາ 2024.

ຜົນ​ການ​ນັບ​ບັດ​ຄະ​ແນນ​ສຽງ​ໃນການ​ເລືອກ​ຕັ້ງປາ​ກິ​ສ​ຖານ​ທີ່​ມີ​ການ​ຄອງ​ຄອຍ​ຖ້າ​ມາ​ເປັນ​ເວ​ລາ​ດົນ​ນານ ໄດ້​ສະ​ຫຼຸບ​ໃນ​ວັນ​ອາ​ທິດ​ວານນີ້ ໂດຍ​ທີ່​ພັນ​ທະ​ມິດ​ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທີ່​ຖືກ​ຈັບ ທ່ານ​ອິມຣານ ຄານ ໄດ້​ຊະ​ນະ​ບ່ອນ​ນັ່ງ​ສ່ວນ​ໃຫຍ່ ແຕ່​ບໍ່​ພຽງ​ພໍ​ທີ່​ຈະ​ຕັ້ງ​ເປັນ​ພັກ​ກຳ​ສ່ວນ​ຫຼາຍໄດ້ຕາມ​ລຳ​ພັງ.

ເວັບ​ໄຊ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ຜູ້​ສະ​ໝັກ​ທີ່​ບໍ່​ສັງ​ກັດ​ພັກ ຊຶ່ງ​ເກືອບ​ທັງ​ໝົດ​ແມ່ນ​ໄດ້​ຖືກ​ສະ​ເໜີ​ໂດຍ​ພັກຕາ​ຣິກ-ອີ-ອິນ​ຊາ​ຟປາ​ກິ​ສ​ຖານ ຫຼື PTI ໄດ້​ຮັບ 101 ບ່ອນ​ນັ່ງ ຢູ່​ໃນ​ສະ​ພານະ​ຕ່ຳ ທີ່​ມີ​ທັງ​ໝົດ 266 ບ່ອນ.

ພັກ​ທີ​ມາ​ເປັນ​ອັນ​ດັບ​ສອງ​ ກໍ​ໄດ້​ແກ່ ​ພັກ​ສັນ​ນິ​ບາດ​ມຸ​ສ​ລິມ​ປາ​ກິ​ສ​ຖານ​ນາ​ວາ​ສ ຫຼື PML-N ຊຶ່ງ​ນຳ​ພາ​ໂດຍ​ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີກ​ຄົນ​ນຶ່ງ ຄື​ທ່ານ​ນາ​ວາ​ສ ຊາ​ຣີ​ຟ. ພັກ​ດັ່ງ​ກ່າວ​ໄດ້​ຊະ​ນະ 75 ບ່ອນ​ນັ່ງ ແລະ​ກາຍ​ເປັນ​ພັກ​ທີ່​ໃຫຍ່​ທີ່​ສຸດ​ພຽງ​ພັກ​ດຽວ​ໃນ​ສະ​ພາ​ແຫ່ງ​ຊາດ ຍ້ອນ​ວ່າ​ ບັນ​ດາ​ຜູ້​ສະ​ໝັກ​ອິດ​ສະ​ຫຼະ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ພັກ PTI ແມ່ນ​ລົງ​ແຂ່ງ​ຂັນ​ໃນ​ຖາ​ນະ​ສ່ວນ​ບຸກ​ຄົນ.

ພັກ​ປະ​ຊາ​ຊົນ​ປາ​ກິ​ສ​ຖານ ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ບີ​ລາ​ວານ ພຸດ​ໂທ ຊາ​ດາ​ຣີ ແມ່ນ​ມາ​ເປັນ​ອັນ​ດັບ 3 ໂດຍ​ໄດ້​ຮັບ​ທັງ​ໝົດ 54 ບ່ອນ​ນັ່ງ ໃນ​ຂະ​ນະ​ທີ່​ພັກ​ນ້ອຍ​ອື່ນໆ ຢູ່​ໃນ​ເຂດ​ທ້ອງ​ຖິ່ນຕິດ​ຕາມ​ມາ.

ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ ​ໄດ້​ເປີດ​ເຜີຍ​ຜົນການ​ນັບ​ບັດ​ຄະ​ແນນ​ສຽງເກືອບ 3 ມື້​ຫຼັງ​ຈາກ​ການ​ປ່ອນ​ບັດ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ພະ​ຫັດ ຢູ່​ໃນ​ປ​ະ​ເທດ​ທີ່​ມີ​ປະ​ຊາ​ກອນ 241 ລ້ານ​ຄົນ ຊຶ່ງ​ປາ​ກິ​ສ​ຖານ​ໄດ້​ສັ່ງ​ໃຫ້​ໂຈະ ​ໃນ​ການ​ໃຊ້​ໂທ​ລະ​ສັບ​ມື​ຖື ​ແລະ​ການ​ບໍ​ລິ​ການ​ອິນ​ເຕີ​ແນັດ ຢູ່​ໃນ​ທົ່ວ​ປະ​ເທດ​ ໂດຍ​ອ້າງ​ເຫດ​ຜົນ​ທາງ​ດ້ານ​ຄວາມ​ປອດ​ໄພ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG