ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈັດ​ການ​ຊ້ອມ​ລົບ​ທາງ​ທະ​ເລ​ກັບ ປາ​ກິ​ສ​ຖານ ໃນ​ທະ​ເລ ອາ​ຣາ​ເບຍ


ກຳ​ປັ່ນ​ລົບ ຈີນ ເຂົ້າ​ຮ່ວມ​ໃນ​ການ​ຊ້ອ​ມ​ລົບ​ໃນ​ທະ​ເລ ອາ​ຣາ​ເບຍ, ນອກ​ຊາຍ​ຝັ່ງ​ເມືອງ ຄາ​ຣາ​ຈີ, ປາ​ກິ​ສ​ຖານ, 13 ກຸມ​ພາ 2023.
ກຳ​ປັ່ນ​ລົບ ຈີນ ເຂົ້າ​ຮ່ວມ​ໃນ​ການ​ຊ້ອ​ມ​ລົບ​ໃນ​ທະ​ເລ ອາ​ຣາ​ເບຍ, ນອກ​ຊາຍ​ຝັ່ງ​ເມືອງ ຄາ​ຣາ​ຈີ, ປາ​ກິ​ສ​ຖານ, 13 ກຸມ​ພາ 2023.

​ປາ​ກິ​ສ​ຖານ ກຳ​ລັງ​ຈັດ​ການ​ຊ້ອມ​ລົບ​ທາງ​ທະ​ເລ​ໝົດ​ອາ​ທິດ​ກັບ ຈີນ ໃນ​ທະ​ເລ ອາ​ຣາ​ເບຍ ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ​ຈະ​ເສີມ​ສ້າງ “ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ງານ​ຮ່ວມ​ກັນ​ຂອງ​ເຂົາ​ເຈົ້າ ໃນ​ການ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ດ້ານ​ຄວາມ​ປອດ​ໄພ​ທາງ​ທະ​ເລ ແລະ ປ້ອງ​ກັນ​ສັນ​ຕິ​ພາບ.”

ສອງ​ປະ​ເທດ​ໃກ້​ຄຽງ​ກັນ​ດັ່ງ​ກ່າວ​ ໄດ້​ເລີ່ມ​ການ​ຝຶກ​ຊ້ອມ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ​ຢູ່​ຖານ​ທັບ​ເຮືອ​ໃນ​ນະ​ຄອນ ຄາ​ຣາ​ຈີ ໃນ​ເຂດ​ນ້ຳ ແລະ ໜ່ານ​ຟ້າ​ທາງ​ພາກ​ເໜືອ​ຂອງ​ທະ​ເລ ອາ​ຣາ​ເບຍ ແລະ ຈະ​ສິ້ນ​ສຸດ​ໃນ​ວັນ​ທີ 17 ພ​ະ​ຈິກ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຈີນ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ​ກອງ​ທັບ​ເຮືອ​ຂອງ​ສອງ​ປະ​ເທດ​ດັ່ງ​ກ່າວ​ຍັງ​ຈະ​ດຳ​ເນີນ​ການຮ່ວມ​ກັນ​ຊ້ອມ​ເຮັດ​ສົງ​ຄາມ​ຕໍ່​ຕ້ານ​ເຮືອ​ດຳ​ນ້ຳ, ໂດຍ​ກ່າວ​ຢ້ຳ​ວ່າ “ຈີນ ແລະ ປາ​ກິ​ສ​ຖານ ຈະ​ດຳ​ເນີນ​ການ​ລາດ​ຕະ​ເວນ​ທາງ​ທະ​ເລ​ຮ່ວມ​ກັນ.”

ກຳ​ປັ່ນ​ລົບຂອງ ປາ​ກິ​ສ​ຖານ ດຳ​ເນີນ​ການ​ສະ​ແດງ​ຕື່ມ​ນ້ຳ​ມັນ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ໃນ​ທະ​ເລ ອາ​ຣາ​ເບຍ, ນອກ​ຊາຍ​ຝັ່ງ​ຂອງ​ເມືອງ ຄາ​ຣາ​ຈີ, ປາ​ກິ​ສ​ຖານ, 13 ກຸມ​ພາ 2023.
ກຳ​ປັ່ນ​ລົບຂອງ ປາ​ກິ​ສ​ຖານ ດຳ​ເນີນ​ການ​ສະ​ແດງ​ຕື່ມ​ນ້ຳ​ມັນ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ໃນ​ທະ​ເລ ອາ​ຣາ​ເບຍ, ນອກ​ຊາຍ​ຝັ່ງ​ຂອງ​ເມືອງ ຄາ​ຣາ​ຈີ, ປາ​ກິ​ສ​ຖານ, 13 ກຸມ​ພາ 2023.

ກະ​ຊວງ​ໄດ້​ກ່າວ​ວ່າ​ ກຳ​ປັ່ນລົບຫຼາຍ​ລຳ ແລະ ເຮືອ​ດຳ​ນ້ຳ, ລວມ​ທັງ​ກຳ​ປັ່ນ​ພິ​ຄາດ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ, ​ກຸ່ມ​ກຳ​ປັ່ນ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ ຈິງ​ໂຊ ແລະ ລິນ​ຢີ, ແລະ ໜ່ວຍ​ທະ​ຫານ​ນາ​ວິ​ກະ​ໂຍ​ທິນກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ, ແມ່ນ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຊ້ອມ​ລົບ ປ້ອງ​ກັນ​ທະ​ເລຄັ້ງ​ທີ 3.

ກອງ​ທັບ​ເຮືອ ປາ​ກິ​ສ​ຖານ ໄດ້​ກ່າວຫຼັງ​ຈາ​ກ​ພິ​ທີ​ເປີດ​ວ່າ ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ຈະ​ຮ່ວມ​ກັນ​ດຳ​ເນີນ “ການ​ຊ້ອມ​ລົບ​ໃນ​ລະ​ດັບ​ທີ່​ທັນ​ສະ​ໄໝ ແລະ ການ​ເຄື່ອນ​ໄຫວ​ທາ​ງ​ທະ​ເລ” ໃນ​ລະ​ຫວ່າງ​ການ​ຝຶກ​ຊ້ອມ​ນັ້ນ.

XS
SM
MD
LG