ກະສັດ George Tupou ທີ 5 ທີ່ມີພະຊົນມາຍຸ 63 ພັນສາ ໄດ້ສີ້ນພະຊົນ ໃນວັນອາທິດວານນີ້ ທີ່ໂຮງໝໍແຫ່ງນຶ່ງໃນຮົງກົງ.
ໂທລະພາບຊີເຣຍ ກ່າວວ່າ ປະຊາຊົນ 4 ຄົນເສຍຊີວິດ ໃນການສູ້ລົບກັນ ໃນຄຸ້ມນຶ່ງໃນກຸງ ດາມັສກັສ.
ສັນຕະປາປາ ເຊນູດາ ທີ 3 ຜູ້ນໍາດ້ານຈິດໃຈຂອງ ຊາວຄຣິສ ນິກາຍຄອບຕິກ ເຖິງແກ່ມໍລະນະພາບ ທີ່ອີຈິບ ຮວມພະຊົນມາຍຸໄດ້ 88 ພັນສາ.
ພະໄທຫລາຍກວ່າ 2 ໝື່ນອົງໂຮມຊຸມນຸມກັນທີ່ບາງກອກ ເພື່ອເປັນຂີດໝາຍ ຄົບຮອບ 2600 ປີ ແຫ່ງວັນຕັດສະຮູ້ ຂອງພະພຸດທະເຈົ້າ.
ຫົວໜ້າບໍລິຫານກອງທຶນສາກົນ ຮຽກຮ້ອງໃຫ້ທໍການປະຕິຮູບ ດ້ານເສດຖະກິດ ຫລາຍຂຶ້ນ ແລະກ່າວຍ້ອງຍໍຈີນ.
ກຸ່ມທະຫານບ້ານອີຣັກ ປ່ອຍໂຕ ອະດີດທະຫານອາເມຣິກັນຄົນນຶ່ງ ຫລັງຈາກກັກຂັງຜູ້ກ່ຽວໄວ້ 9 ເດືອນ.
ຕໍາຫລວດເວເນຊູເອລາ 12 ຄົນຖືກຈັບ ໃນຖານມີສ່ວນພົວພັນກັບ ການຍິງລູກສາວນັກການທູດຊີເລ ຕາຍ.
ທ່ານໂບຊີຫລາຍ ຜູ້ນຳພັກຄອມມິວນິສ ເມືອງຈົງຈິງ ຖືກປົດອອກຈາກຕໍາແໜ່ງ ຍ້ອນຂ່າວນອງນັນ ທີ່ພົວພັນກັບຜູ້ຊ່ວຍຂອງທ່ານ.
ທະຫານສະະລັດ ທີ່ຖືກສົງໄສວ່າ ເປັນຜູ້ສັງຫານ ພວກພົນລະເຮືອນ ອັຟການິສຖານ ຖືກສົ່ງໄປຍັງຄູເວດ ໂດຍທາງເຮືອບິນ.
ປະທານາທິບໍດີ ໂອບາມາ ແລະນາຍົກລັດຖະມົນຕີ ກາເມຣອນ ໄດ້ຢັ້ງຢືນອີກຄັ້ງໃໝ່ ເຖິງຄວາມສໍາພັນພິເສດ ລະຫວ່າງສອງປະເທດ ໃນງານລ້ຽງອາຫານຄໍ່າ ທີ່ທໍານຽບຂາວ.
ອຸບັດເຫດເຮືອຂ້າມຟາກຫຼົ້ມ ຫລັງຈາກຕໍາກັບເຮືອບັນທຸກນໍ້າມັນ ທີ່ບັງກລາແດັສ ເຮັດໃຫ້ຜູ້ຄົນເສຍຊີວິດໄປແລ້ວ ຢ່າງໜ້ອຍ 105 ຄົນ.
ຂຸນເສິກ Lubanga ຈະຖືກຄວບຄຸມຕົວໄວ້ ຈົນກວ່າການຕັດສິນໂທດ ຈະມີຂຶ້ນ ໃນການຮັບຟັງຄໍາໃຫ້ການ ຢູ່ສານ ໃນຂັ້ນຕໍ່ໄປ.
ອົງການນີລະໂທດກໍາສາກົນ ກ່າວວ່າ ພວກຊາວຊີເຣຍ ທີ່ຖືກຄຸມຂັງ ໃນສູນກັກຂັງ ແຫ່ງຕ່າງໆ ປະເຊີນກັບການທາລຸນນະກໍາ ຍ່າງແຜ່ຫລາຍ.
ອຸບັດເຫດລົດບັສ ຕຳຝາອຸໂມງ ທີ່ສະວິດເຊີແລນ ເຮັດໃຫ້ພວກນັກທ່ອງທ່ຽວ ແບລຍ້ຽມເສຍຊີວິດ 28 ຄົນ.
ທ່ານນາງຄລິນຕັນ ກ່າວວ່າ ການເສີມຂະຫຍາຍ ຍຸດທະສາດ ກັບເຂດເອເຊຍ ປາຊີຟິກ ແມ່ນຖືເປັນບູລິມະສິດ ຂອງສະຫະລັດ.
ສະຫະລັດກ່າວວ່າ ເຫດການທະຫານສະຫະລັດຍິງ ພົນລະເຮືອນອັຟການິສຖານຕາຍ ຈະບໍ່ບ່ອນທໍາລາຍຄວາມສໍາພັນ ລະຫວ່າງສະຫະລັດແລະອັຟການິສຖານ.
ບັນດາສະມາຊິກ ສະພາເກົາຫລີໃຕ້ ໄດ້ປະທະກັບ ນັກການທູດເກົາຫລີເໜືອຄົນນຶ່ງ ໃນວັນຈັນ ຢູ່ ນອກກອງປະຊຸມສະພາສິດທິມະນຸດ ສປຊ.
ພວກມືປືນຈຸນຶ່ງ ສັງຫານ ທະຫານອັຟການິສຖານຄົນນຶ່ງ ໃນບ້ານ ບ່ອນທີ່ພວກພົນລະເຮືອນ ຖືກທະຫານອາເມຣິກັນ ຍິງຕາຍ.
ທ່ານອັນນັນ ຄາດວ່າຈະໄດ້ຮັບຄໍາຕອບ ຕໍ່ຂໍ້ສະເໜີ ທີ່ເປັນຮູບປະທໍາຂອງທ່ານ ຈາກລັດຖະບານຊີເຣຍ.
ສະຫະລັດຈະຍື່ນຟ້ອງຈີນ ຕໍ່ WTO ກ່ຽວກັບ ບັນຫາຂັດແຍ່ງເລື່ອງ ຈີນຈໍາກັດການສົ່ງອອກ ອັນທີ່ເອີ້ນວ່າ ແຮ່ທາດທີ່ຫາຍາກຂອງໂລກ.
ໂຫລດຕື່ມອີກ