ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ຫົວໜ້າກອງທຶນສາກົນ ຮຽກຮ້ອງໃຫ້ ທໍາການປະຕິຮູບ ດ້ານການເງິນ ຂອງໂລກຫລາຍຂຶ້ນ.


Christine Lagarde ຫົວໜ້າອົງການ IMF ໃນກອງປະຊຸມ ທີ່ປະເທດຈີນ, ວັນທີ 18 ມີນາ 2012.

ທ່ານ​ນາງ Christine Lagarde ຫົວໜ້າ​ບໍລິຫານ​ກອງ​ທຶນ​ສາ​ກົນ​ຫລື IMF ​ເສັດ​ສິ້ນ​ການ​ຢ້ຽມຢາມ​ຈີນ​ເປັນ​ເວລາ 2 ມື້ ​ໃນ​ວັນ​ອາທິດ​ມື້ນີ້ ແລະ​ໄດ້​ມີ​ຄໍາເຕືອນ​ໃຫ້ລະມັດລະວັງ​ກ່ ຽວ​ກັບ​ການ​ຟື້ນ​ໂຕ​ຄືນ​ຂອງ​ເສດຖະກິດ​ໂລກ ​ແລະ​ມີ​ຄໍາ​ຍ້ອງຍໍຊົມ​ເຊີຍນະ​ໂຍບາຍ​ທຸລະກິດ​ຕ່າງໆ​ຂອງ​ຈີນ​ຄອມ​ມີ​ວນິສນັ້ນ.

ທ່ານ​ນາງ Lagarde ກ່າວຕໍ່​ບັນດາ​ຜູ້​ນໍາ​ດ້ານ​ທຸລະ​ກິດ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ທີ່​ມາ​ຮ່ວມ​ໃນ​ກອງ​ປະຊຸມທີ່​ກຸງ​ປັກ​ກິ່ງວ່າ ​ໂລກ​ໄດ້​ກ້າວ​ຖອຍອອກ​ຈາກແຄມ​ເຫວ​ແລ້ວ ​ແຕ່​ຍັງຈໍາເປັນ​ທີ່​ຈະຕ້ອງ​ທໍາ​ການ​ປະຕິ​ຮູບ​ດ້ານ​ການ​ເງິນຢ່າງຮີບ​ດ່ວນ​ຕື່ມ​ອີກຢູ່.

ທ່ານ​ນາງ Lagarde ກ່າວ​ຕື່ມ​ວ່າ ບັນດາ​ຜູ້​ນໍາ​ປະ​ເທດ​ໃນ​ຢູ​ໂຣບຈະ​ຕ້ອງມີ​ສະຕິ​ລະມັດລະວັງ​ໂຕ​ກ່ຽວ​ກັບ​ໜີ້​ສິນ ​ເພ່ງ​ເລັງ​ໃສ່​ການຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ການ​ເງິນ​ຕ່າງໆຢ່າງ​ສະໝໍ່າສະ​ເໜີ​ ແລະ​ໃຫ້ຕິດຕາມສິ້ງ​ຊອມ​ເບິ່ງ​ຢ່າງ​ລະມັດລະວັງ​ສະຖານະ​ການ​ດ້ານ​ເສດຖະກິດ​ໃນ​ກຣິສນັ້ນ.

ທ່ານ​ນາງ​ໄດ້ເອີ້​ນ​ຈີນວ່າ ​ເປັນ​ຈຸດ​ທີ່​ແຈ່ມ​ໃສ​ໃນ​ການເສດຖະກິດທີ່​ບໍ່​ແນ່ນອນ​ຂອງ​ໂລກ​ ​ແລະ​ວ່າ ສະຖານະ​ການດ້ານ​ເສດຖະກິດ​ໂລກ​ອາດໄດ້ ​ຕົກ​ຢູ່​ໃນ​ສະພາບ​ຮ້າຍ​ແຮງ​ຫລາຍ​ກວ່າ​ນີ້ ຖ້າ​ຫາກ​ບໍ່​ມີ​ແຮງກະ​ຕຸ້ນທີ່​ກຸງ​ປັກ​ກິ່ງສະໜອງ​ໃຫ້ ​ແກ່ການ​ເຕີບ​ໂຕ​ແລະ​ສະຖຽນ​ລະ​ພາບຂອງເສດຖະ ກິດ​ນັ້ນ.

ທ່ານ​ນາງ Lagarde ​ໄດ້​ຮຽກຮ້ອງ​ໃຫ້​ຈີນ​ທໍາ​ການ​ເຄື່ອນ​ໄຫວ​ຕໍ່​ໄປ ​ໂດຍ​ໃຫ້​ຈີນ​ດໍາ​ເນີນ​ບົດບາດ​ທີ່​ມີ​ຊື່​ສຽງຕໍ່​ໄປ ​ໃນ​ການ​ໂອ້​ລົມ​ສົນທະນາ ກັນ​ເລື້ອງນະ​ໂຍບາຍຂອງ​ໂລກ ​ແລະ​ໃຫ້​ທໍາ​ຄວາມ​ພະຍາຍາມ​ທີ່​ຍືນ​ຍົງ ເພື່ອ​ເລັ່ງລັດ​ການ​ປະຕິ​ຮູບເສດຖະກິດ​ຈີນ​ນັ້ນ.

ໃນ​ລະຫວ່າງ​ການ​ຢ້ຽມຢາມທີ່ປ​ະ​ເທດ​ຈີນ​ນັ້ນ ທ່ານ​ນາງ Lagarde ​ໄດ້​ ​ພົບ​ປະ​ກັບ​ຮອງ​ນາຍົກລັດຖະມົນຕີ Wang Qishan ​ແລະທ່ານ Zhou Xiaochuan ຜູ້​ວ່າການ​ທະນາຄານປະຊາຊົນ​ຈີນ ພ້ອມທັງ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ອື່ນໆຂອງ​ຈີນ.


















XS
SM
MD
LG