ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ເວເນຊູເອລາ ຈັບຕໍາຫລວດ 12 ຄົນ ທີ່ພົວພັນກັບ ການສັງຫານລູກສາວ ກົງສູນຊີເລ


ທ່ານ Fernando Berendique, ທາງໜ້າຂ້າງຂວາ ກົງສູລຊີເລປະຈໍາ ເວເນຊູເອລາ ຊ່ອຍຫາມຫີບສົບລູກສາວຂອງທ່ານ ທີ່ຖືກຕໍາຫລວດ ຍິງຕາຍໃນວັນເສົາວານນີ້. ວັນທີ 18 ມີນາ 2012.2012.

ເຈົ້າ​ໜ້າ​ທີ່ເວ​ເນ​ຊູ​ເອລາ ​ໄດ້​ຈັບ​ກຸມ​ສະມາຊິກ 12 ຄົນ​ຂອງ​ໜ່ວຍສືບ ສວນ​ສອບ​ສວນ​ຂອງ​ຕໍາຫລວດ​ ທີ່​ສົງ​ໄສ​ວ່າ​ມີ​ສ່ວນ​ພົວພັນໃນ​ການ​ຍິງ​ລູກ​ສາວ​ໄວ​ຮຸ່ນ ຂອງ​ນັກ​ການ​ທູດຊີ​ເລ​ຄົນ​ນຶ່ງນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ເວ​ເນ​ຊູ​ເອລາ ກ່າວ​ວ່າ ນາງ Karen Berendique ​ໄວ 19 ປີ​ ໄດ້​ຖືກຍິງ​ຕາຍ​ໃນ​ເຊົ້າ​ວັນ​ເສົາ​ວານ​ນີ້​ ໃນ​ຂະນະ​ທີ່​ຂີ່​ໄປ​ໃນ​ລົດ​ຄັນ​ນຶ່ງ ຊຶ່ງ​ອ້າຍ​ຂອງ​ລາວ​ເປັນ​ຜູ້​ຂັບ​ ​ໃນ​ເມືອງ Maracaibo ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ເວ​ເນ​ຊູ​ເອລາ. ນາງ Karen ​ເປັນ​ລູກ​ສາວ​ຂອງ​ທ່ານ Fernando Berendique ກົງ​ສູນ​ຂອງ​ຊີ​ເລ.

ທາ​ງການ​ເວ​ເນ​ຊູ​ເອ​ລາ ກ່າວ​ວ່າ ຕໍາຫລວດ​ໄດ້​ເປີດ​ສາກ​ຍິງ​ໃສ່​ລົດຂອງ​ເຂົາ​ເຈົ້າ ຫລັງ​ຈາກ​ຄົນ​ຂັບ​ບໍ່​ຍອມ​ຢຸດລົດ ເວລາ​ຕໍາຫລວດ​ສັ່ງໃຫ້ຢຸດ.

ທ່ານ Jose Ramirez ຫົວໜ້າ​ໜ່ວຍ​ສືບສວນ​ທາງ​ອາຍາແລະ​ວິທະ ຍາສາດ ຊຶ່ງ​ເປັນ​ຫົວໜ້າ​ຂອງ​ພວກ​ຕໍາຫລວດ 12 ຄົນ​ທີ່ຖືກ​ຈັບ​ກຸມ​ນີ້ ກ່າວ​ວ່າ ຕໍາຫລວດກໍ​າລັງ​ທໍາ​ການ​ສືບສວນເລື້ອງ​ການ​ລັກຂະ​ໂມ​ຍລົດ​ ​ໃນ​ເວລາ​ທີ່​ມີ​ການ​ຍິງ​ລົດ​ຂອງ​ລູກ​ສາວ​ຂອງ​ກົງສູນ Berendique ນັ້ນ.

ລັດຖະບານ​ຊີ​ເລ ​ໄດ້​ກ່າວ​ປະນາມ​ການ​ໃຊ້​ກໍາລັງ​ດັ່ງກ່າວ ​ແລະ​ທວງເອົາ​ຄໍາຊີ້​ແຈງກ່ຽວ​ກັບ​ເຫດການຍິງ​ນາງ Karen ​ຕາຍ ໃນ​ເວລາອັນໄວ​ທີ່​ສຸດ ເທົ່າ​ທີ່​ຈະ​ໄວ​ໄດ້.

XS
SM
MD
LG