ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວແບລຍ້ຽມ 28 ຄົນ ເສຍຊີວິດ ຍ້ອນອຸບັດເຫດ ລົດບັສຕຳຝາອຸໂມງ ທີ່ສະວິດເຊີແລນ


ພວກຊ່ອຍກູ້ໄພແລະຕໍາຫລວດກໍາລັງຊ່ອຍເຫລືອພວກທີ່ໄດ້ຮັບເຄາະຮ້າຍຈາກອຸບັດເຫດ ລົດບັສບັນທຸກນັກທ່ອງ ທ່ຽວຈາກແບລຍ້ຽມ
ຕຳຝາອຸໂມງແຫ່ງນຶ່ງ ໃນພາກຕາເວັນຕົກ ຂອງສະວິດເຊີແລນ.
ວັນທີ 14 ມີນາ 2012.
ພວກຊ່ອຍກູ້ໄພແລະຕໍາຫລວດກໍາລັງຊ່ອຍເຫລືອພວກທີ່ໄດ້ຮັບເຄາະຮ້າຍຈາກອຸບັດເຫດ ລົດບັສບັນທຸກນັກທ່ອງ ທ່ຽວຈາກແບລຍ້ຽມ ຕຳຝາອຸໂມງແຫ່ງນຶ່ງ ໃນພາກຕາເວັນຕົກ ຂອງສະວິດເຊີແລນ. ວັນທີ 14 ມີນາ 2012.

ລົດ​ບັສຄັນ​ນຶ່ງ​ທີ່​ບັນທຸກ​ນັກ​ທ່ອງ​ທ່ຽວ​ແບ​ລຢ້ຽມ​ກັບ​ຄືນ​ບ້ານ ຫລັງ​ຈາກໄປ​ແລ່ນ​ສະ​ກີ​ຫິມະ​ໃນ​ຍາມ​ພັກ ​ໄດ້​ເກີດ​ອຸ​ບັດ​ເຫດ​ຕໍາ​ຝາ​ອຸ​ໂມງ ​ໃນ​ສະ​ວິສເຊີ​ແລນ​ໃນ​ວັນ​ອັງຄານ​ວານ​ນີ້ ​ເຮັດ​ໃຫ້​ພວກ​ນັກ​ທ່ອງທ່ຽວ 28 ຄົນ​ເສຍ​ຊີວິດ​ຮວມທັງ​ເດັກນ້ອຍ 22 ຄົນ.

ອຸບັດ​ເຫດ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ຂົງ​ເຂດ Valais ​ໃກ້​ກັບ​ຊາຍ​ແດນ​ອີ​ຕາ ລີ. ພວກ​ນັກ​ທ່ອງ​ທ່ຽວ 24 ຄົນ​ໄດ້​ຖືກສົ່ງ​ໄປ​ໂຮງໝໍ. ພວກ​ຄົນ​ຂັບ​ລົດ 2 ຄົນ​ແມ່ນ​ຢູ່​ໃນ​ຈໍານວນ​ພວກ​ທີ່​ເສຍ​ຊີວິດ​ໄປ​ນັ້ນ.

ຕໍາຫລວດ​ກ່າວ​ວ່າ ລົດ​ບັສທີ່​ບັນທຸກ​ຄົນ​ໂດຍສານ​ທັງ​ໝົດ 52 ຄົນ ພ້ອມ​ທັງ​ຄົນ​ຂັບ​ລົດ ​ໄດ້​ເກີດ​ອຸບັດ​ເຫດ​ແລ່ນ​ຕຳ​ຂອບ​ຖະໜົນ​ແລ້ວກໍ ​ເຈືອກ​ໄປ​ຕໍາຝາ​ອຸ​ໂມງ ຂອງ​ຖະໜົນຫລວງ​ສາຍ​ນຶ່ງ. ພວກ​ຕໍາຫຼວດກ່າວ​ວ່າ ​ແຮງ​ກະທົບເຮັດ​ໃຫ້​ຫົວ​ລົດບັສ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຊຶ່ງເຮັດ​ໃຫ້​ຄົນ​ໂດຍສານ​ໃນ​ລົດຈຳນວນ​ນຶ່ງອອກ​ບໍ່​ໄດ້ ຈົນ​ຈໍາ​ເປັນ​ຕ້ອງ​ຕັດ​ເບາະ​ນັ່ງ​ຂອງ​ເຂົາເຈົ້າ​ອອກ.

ທ່ານ Elio Di Rupo ນາຍົກລັດຖະມົນຕີ​ແບນລຢ້ຽມ​ເອີ້ນ​ອຸບັດ​ເຫດນີ້​ວ່າ​ເປັນ​ມື້​ທີ່​ນໍາ​ຄວາມໂສກ​ເສົ້າ​ທີ່​ສຸດມາ​ໃຫ້​ປະຊາຊົນ​ແບລຢ້ຽມ​ທັງ​ປວງ ​ແລະ​ທ່ານ​ວາງ​ແຜນ ​ທີ່​ຈະ​ບິນ​ໄປ​ຍັງ​ບ່ອນ​ເກີດເຫດ​ໃນ​ວັນ​ພຸດມື້​ນີ້.

XS
SM
MD
LG