ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ມືປືນທີ່ສົງໄສວ່າ ເປັນພວກຫົວຮຸນແຮງ ຍິງ ທະຫານອັຟການິສຖານ ຕາຍ (ເບິ່ງສະໄລດ໌ກັບວີດີໂອ)


ພວກເດີນຂະບວນປະທ້ວງຮ້ອງຄໍາຂວັນຕໍ່ຕ້ານສະຫະລັດທີ່ເມືອງ ຈາລາລາບັດ, ອັຟການິສຖານ.
ວັນທີ 13 ມີນາ 2012.
ພວກເດີນຂະບວນປະທ້ວງຮ້ອງຄໍາຂວັນຕໍ່ຕ້ານສະຫະລັດທີ່ເມືອງ ຈາລາລາບັດ, ອັຟການິສຖານ. ວັນທີ 13 ມີນາ 2012.

ພວກ​ມື​ປືນ​ຈຸ​ນຶ່ງ ​ທີ່​ສົງ​ໄສ​ວ່າ​ເປັນ​ພວກ​ຫົວ​ຮຸນ​ແຮງ ໄດ້​ຍິງ​ປືນ​ໃສ່​ພວກ​ຜູ້ຕາງໜ້າ​ຂອງ​ລັດຖະບານ​ອັຟການິສຖານ​ທີ່​ທໍາ​ການ​ຢ້ຽມຢາມ​ບ້ານ​ນຶ່ງ​ໃນ​ບັນດາ​ໝູ່​ບ້ານ​ບ່ອນ​ທີ່​ທະຫານອາ​ເມຣິກັນ​ຄົນ​ນຶ່ງ​ຖືກ​ກ່າວ​ຫາ​ວ່າເປັນ​ຜູ້​ສັງຫານ​ພວກ​ພົນລະ​ເຮືອນອັຟກາ​ນິສຖານ 16 ຄົນ​ນັ້ນ.

ການ​ໂຈມ​ຕີ​ໃນ​ວັນ​ອັງຄານ​ມື້​ນີ້​ໃນ​ແຂວງ​ກັນດາ​ຮາ​ໄດ້​ສັງຫານ​ທະຫານ​ອັຟກາ​ນິສຖານ​ຄົນ​ນຶ່ງ​ແລະ​ເຮັດ​ໃຫ້​ຕໍາຫລວດ​ຢ່າງ​ໜ້ອຍ​ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ.

ບໍ່​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ​ແຕ່​ກຸ່ມ​ຕາ​ລີບັນ​ໄດ້​ໃຫ້​ຄໍາ​ປະຕິຍານ​ມາ​ກ່ອນ​ແລ້ວ​ວ່າ​ ຈະ​ແກ້​ແຄ້ນ​ແລະ​ຕັດ​ຫົວ​ພວກ​ຄົນ​ອະ​ເມຣິກັນນັ້ນ.

ໃນ​ວັນ​ອັງ​ມື້​ນີ້​ເຊ່ນ​ກັນ ປະຊາຊົນ​ຫລາຍ​ຮ້ອຍ​ຄົນ​ທໍາ​ການ​ປະ​ທ້ວງ​ໃນ​ເມືອງ Jalamabad ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟການິສຖານຊຶ່ງ​ເປັນ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ທີ່​ສຳຄັນ​ເທື່ອ​ທຳ​ອິດຕໍ່ຕ້ານການ​ສັງຫານ​ພວກ​ພົນລະ​ເຮືອນ​ໃນ​ວັນ​ອາທິດ​ຜ່ານ​ມາ.ພວກເດີນ​ຂະ​ບວນປະ​ທ້ວງ​ຫຼາຍໆ​ຄົນ​ພາກັນ​ຮ້ອງ​ໂຮວ່າ "ຂໍ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ພິນາດ”.

ເຖິງ​ແມ່ນ​ມີ​ການ​ສັງຫານ​ແລະ​ຄວາມ​ໂກດ​ແຄ້ນ​ນີ້​ກໍ​ຕາມ ປະທານາທິ ບໍດີ​ບາຣັກ ​ໂອ​ບາ​ມາກ່າວ​ວ່າ ຈະ​ບໍ່​ມີ​ການ​ຖອນ​ຢ່າງ​ຟ້າວ​ຝັ່ງໃດໆຂອງ​ສະຫະລັດ​ອອກ​ຈາກ​ອັຟກາ​ນິສຖານ.

ໃນ​ການ​ໃຫ້​ສໍາພາດ​ກັບ​ຕາໜ່າງ​ໂທລະພາບ KABC ທີ່​ນະຄອນ Los Angeles ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ເຕືອນຕໍ່ອັນ​ທີ່ ​ທ່ານ​ເອີ້ນ​ວ່າ ການ​ຟ້າວ​ຖອນທະຫານ​ອອກ ຊຶ່ງ​ທ່ານ​ກ່າວ​ວ່າ ການ​ກະທໍາ​ເຊ່ນ​ນີ້​ສາມາດ​ນໍາພາ​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ແລະ​ຄວາມ​ຫາ​ຍະ​ນະ​ຂຶ້ນ​ອີກ​ໄດ້.

XS
SM
MD
LG