ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ທະຫານ ສະຫະລັດ ທີ່ຖືກກ່າວຫາວ່າ ສັງຫານ ຄົນອັຟການີສຖານ ຖືກສົ່ງໜີ (ເບິ່ງສະໄລດ໌ກັບວີດີໂອ)


ປະທານາທິບໍດີ Hamid Karzai ແຫ່ງອັຟການິສຖານພົບປະກັບທ່ານປາແນັດຕາ ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທີ່ກຸງຄາບູລ (15 ມີນາ 2012) ວັນທີ 15 ມີນາ 2012.

ທະຫານ​ສະຫະລັດ​ຄົນ​ທີ່​ຖືກ​ກ່າວ​ຫາ​ວ່າ​ເປັນ​ຜູ້ຍິງ​ຄົນ​ຕາຍ​ຢ່າງ​ບໍ່ເລືອກ​ໜ້າ​ໃນ​ອັ​ຟກາ​ນິສ
ຖານ ​ໄດ້​ຖືກ​ສົ່ງ​ອອກ​ຈາກ​ອັຟການິສຖານ ​ໂດຍ​ທາງ​ເຮືອບິນ​ແລ້ວ.

ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ຂອງ​ສະຫະລັດ​ທ່ານ​ນຶ່ງ​ທີ່​ບໍ່ແຈ້ງ​ຊື່​ໃຫ້​ຊາບກ່າວ​ວ່າ ທະຫານ​ຄົນ​ນີ້​
ໄດ້​ຖືກ​ສົ່ງ​ໂຕໂດຍ​ທາງ​ເຮືອບິນ​ໃນ​ຕອນ​ແລງ​ວັນພຸດ​ວານ​ນີ້​ໄປ​ຍັງ​ຄູ​ເວດ ບ່ອນ​ທີ່ກອງທັບ
ສະຫະລັດມີ​ສູນ​ກັກ​ຂັງ​ຫຼາຍແຫ່ງ​ນັ້ນ.

ໂຄສົກ​ປະ​ຈໍາ​ທໍານຽບຫ້າ​ແຈກ່າວ​ວ່າ ທະຫານ​ຄົນ​ນີ້​ຖືກ​ສົ່ງ​ອອກ​ຈາກອັຟ ການິສຖານ​ກໍ​
ແມ່ນ​ເພື່ອເຫັນ​ແກ່ຄວາມ​ປອດ​ໄພ​ຂອງ​ຜູ້ກ່ຽວ​ແລະ​ເພື່ອ​ໃຫ້ຄວາມ​ສະດວກ​ແກ່​ພວກ​ເຈົ້າ
ໜ້າ​ທີ່​ສືບສວນ​ສອບ​ສວນ​ເຂົ້າ​ຫາ​ຜູ້ກ່ຽວ​ໄດ້ ຫລາຍ​ຂຶ້ນ​ແລະ​ໂຄ​ສົກ​ທ່ານ​ນີ້​ກ່າວ​ຕໍ່​ໄປ​ວ່າ
ການ​ສົ່ງ​ທະຫານ​ຄົນ​ນີ້ອອກຈາກ​ອັຟກາ​ນິສຖານ​ກໍ​ບໍ່​ຈໍາ​ເປັນ​ໝາຍ​ຄວາມ​ວ່າການ​ດໍາ​ເນີນ​
ຄະດີ​ຜູ້ກ່ຽວຈະ​ບໍ່​ມີ​ຂຶ້ນໃນ​ປະ​ເທດ​ດັ່ງກ່າວ ​ໃນ​ຂະນະ​ທີ່​ຊາວ​ອັຟກາ​ນິສຖານ​ຫຼາຍ​ຄົນໄດ້
ຮຽກຮ້ອງ​ມາ​ນັ້ນ.

ສິບ​ເອກ​ທະຫານ​ບົກ​ຄົນ​ນີ້ທີ່​ຍັງ​ບໍ່​ໄດ້​ເປີດ​ເຜີຍ​ຊື່​ໃຫ້​ຊາບຫລື​ຍັງ​ບໍ່ທັນຖືກ ​ຕັ້ງ​ຂໍ້​ຫາ​ຢ່າງ​
ເປັນ​ທາງ​ການເທື່ອ​ນັ້ນ ຖືກ​ກ່າວຫາ​ວ່າເປັນຜູ້​ສັງຫານ​ພວກ​ ຊາວບ້ານ​ທີ່​ເປັນພົນລະ​ເຮືອນ​
16 ຄົນຢູ່​ນອກ​ແຂວງ​ກັນດາ​ຮາ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Leon Panetta ທີ່ທໍາ​ການ​ຢ້ຽມຢາມ
ພາກ​ໃຕ້​ຂອງ​ອັຟກາ​ນິສຖານ​ໃນ​ວັນ​ພຸດ​ວານ​ນີ້ ກ່າວ​ວ່າ ຄວາມ​ຮຸນ​ແຮງ​ຫວ່າງ​ໄວໆ​ມາ​ນີ້
ໃນ​ອັຟກາ​ນິສຖານ ຮວມທັງເລື້ອງ​ທະຫານ​ສະຫະລັດ​ທໍາ​ການ​ເຂັ່ນຂ້າ​ພວກ​ພົນລະ​ເຮືອ​ນ
ນັ້ນ ຈະ​ບໍ່​ເປັນ​ອຸບປະສັກຂັດຂວາງ​ສະຫະລັດ​ໃນ​ການ​ປະກອບ​ພາລະກິດ​ຂອງ​ຕົນ. ຂະ
ນະ​ທີ່​ທ່ານປາ​ແນັດຕາ​ກ່າວ​ວ່າ​ເຫດການ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກຂຶ້ນຢ່າງເລິກ​ເຊິ່ງ
ແຕ່​ທ່ານ​ກໍ​ເວົ້າວ່າ ມັນ​ບໍ່​ສະທ້ອນ​ເຖິງ​ຄວາມ​ປະພຶດ​ຂອງ​ພວກ​ກໍາລັງ​ກຸ່ມ​ເນ​ໂຕ້​ໃນ​ທາງ​ລົບ
ແຕ່​ປະການ​ໃດ​ຖ້າ​ເວົ້າ​ໂດຍ​ຮວມ​ແລ້ວ.

ປະມານ​ໃນ​ເວລາ​ດຽວ​ກັນ ​ທີ່​ທ່ານ​ປາ​ແນັດຕາ​ເດີນທາງ​ໄປ​ຮອດ​ອັຟການິສຖານ​ນັ້ນ ພວກ
ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄົນ​ອັຟກາ​ນິສຖານ​ຜູ້​ນຶ່ງ​ໄດ້ລັກເອົາ​ລົດ​ ​ແລ້ວ​ຂັບເຂົ້າ​ຫາ​ທາງ​ທີ່ຢູ່​ນອກ
ທາງແລ່ນຂອງ​ສະໜາມບິນ ​ແລະ​ຕົກລົງ​ໄປ​ໃນ​ຮ່ອງ​ນໍ້າ​ກ່ອນ​ໂຜ່​ໂຕ​ອອກ​ມາ​ຈາກລົດ​ທີ່​ລຸກ​
ໄໝ້​ເປັນ​ໄຟຄັນ​ນັ້ນ ​ແລະ​ຜູ້ຕ້ອງ​ສົງ​ໄສ​ຄົນ​ນີ້​ໄດ້​ເສຍ​ຊີວິດ​ຍ້ອນ​ທົນ​ຕໍ່​ພິດ​ບາດ​ແຜ​ບໍ່​ໄດ້ ໃນ
ເວລາ​ຕໍ່​ມາ. ກໍາລັງ​ປະສົມ​ກ່າວ​ວ່າ ທະຫານ​ຂອງ​ກຸ່ມ​ເນ​ໂຕ້​ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບໃນ​ເຫດ
ລັກ​ລົດ​ຄັນ​ດັ່ງກ່າວນັ້ນ. ກຸ່ມ​ເນ​ໂຕ້​ກ່າວ​ວ່າທ່ານ ​ປາ​ແນັດຕາ​ບໍ່ໄດ້ຕົກ​ຢູ່​ໃນ​ສະພາບ​ອັນຕະ
ລາຍ​ໃດໆ​ເລີຍ.

XS
SM
MD
LG