ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກທີ່ຖືກຄຸມຂັງ ໃນຊີເຣຍ ປະເຊີນກັບ ການທາລຸນນະກຳ (ເບິ່ງວີດີໂອ)


ການທາລຸນນະກໍາພວກທີ່ຖືກຈັບກຸມໃນຊີເຣຍ.
ວັນທີ 14 ມີນາ 2012.
ການທາລຸນນະກໍາພວກທີ່ຖືກຈັບກຸມໃນຊີເຣຍ. ວັນທີ 14 ມີນາ 2012.

ອົງກາ​ນນິລະ​ໂທດ​ກໍາ​ສາ​ກົນ​ຫລື Amnesty International ກ່າວວ່າ ປະຊາຊົນ​ຊີ​ເຣຍ
ທີ່​ຖືກ​ຈັບ​ກຸມ​ໃນ​ລະຫວ່າງ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານການ​ປົກຄອງ​ຂອງປະທານາທິບໍດີ Bashar
al-Assad ມາ​ເປັນ​ເວລາ​ນຶ່ງ​ປີ​ເຕັມນັ້ນ ​ໄດ້ຖືກ​ທາລຸນ​ນະ​ກໍາ​ຢ່າງ​ແຜ່​ຫລາຍຊຶ່ງ​ທໍ່​ກັບ​ເປັນ
ການ​ກໍ່​ອາ​ຊະ​ຍາ​ກໍາ​ຕ້ານ​ມະນຸດຊາດ.

ກຸ່ມ​ປົກ​ປ້ອງສິດທິ​ມະນຸດ​ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ກຸງ​ລອນ​ດອນດັ່ງກ່າວ​ໄດ້​ອອກລາຍ​ງານ​ສະບັບ​ນຶ່ງ​ໃນ​ວັນ​ພຸດ​ມື້​ນີ້ ​ທີ່​ອິງ​ຕາມ​ຫລັກ​ຖານ​ຂອງ​ການ​ສໍາພາດ​ຕ່າງ​ໆ​ກັບ​ຊາວ​ຊີ​ເຣຍ 25 ຄົນ​ທີ່​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ໄດ້ທົນ​ຕໍ່​ການ​ທາລຸນ​ນະ​ກໍາ​ ໃນ​ສູ​ນກັກ​ຂັງ​ແຫ່ງ​ຕ່າງໆ​ ກ່ອນ​ພວກ​ເຂົາ​ເຈົ້າໂຕນ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ຍັງ​ປະ​ເທດ​ຈໍ​ແດນ​ນັ້ນ.

ເບິ່ງວີດີໂອລາຍງານຈາກພວກທະຫານຊີເຣຍທີ່ໂຕນໜີ ທີ່ເລົ່າເຖິງຄວາມໂຫດຮ້າຍ
ປ່າເຖື່ອນ ຂອງກໍາລັງຝ່າຍລັດຖະບານ:

ທ່ານ Neil Sammonds ຫົວໜ້າ​ຄົ້ນຄວ້າ​ຂອງ​ອົງການ​ນິຣະ​ໂທດກຳສາກົນຮັບຜິດຊອບ
ເລື່ອງຊີ​ເຣຍ ກ່າວຕໍ່​ວີ​ໂອ​ເອກ່ຽວ​ກັບ​ລາຍ​ງານ​ທີ່​ໄດ້​ບັນທຶກ​ເອກ​ະສານ ​ສຳ​ຫຼັບວິທີ​ທໍາການ
ທາລຸນ​ນະ​ກໍາ 31 ​ແບບທີ່​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພພ້ອມ​ທັງ​ກອງທັບ​ແລະ​ແກ໊ງ
ປະ​ກອບອາວຸດນິຍົມ​ລັດຖະບານ​ນັ້ນ.

ທ່ານ Sammonds ກ່າວ​ວ່າ ປະຊາຊົນ​ຈໍານວນ​ນຶ່ງ​ໄດ້​ເສຍ​ຊີວິດ​ ທີ່ຢູ່ພາຍ​ໃຕ້​ເຫດການ​ທີ່
ມີ​ຄວາມ​ສົງ​ໄສ​ຢ່າງ​ສູງ ​ໃນ​ຂະນະ​ທີ່​ຖືກ​ຄຸມ​ຂັງ​ໃນ​ຊີ​ເຣຍນັ້ນ​ໄດ້​ເພີ່ມ​ທະວີຂຶ້ນ ຊຶ່ງ​ມີ 88 ກໍ
ລະນີ​ເກີດໃນ​ຊ່ວງ 5 ​ເດືອນ​ທໍາອິດ​ຂອງ​ການ​ລຸກ​ຮື​ຂຶ້ນ ​ແລະ​ປັດຈຸບັນ​ນີ້​ມີ​ທັງ​ໝົດ 270 ຄົນ
ນຶ່ງ​ປີ​ຫລັງ​ຈາກການ​ປະ​ທ້ວງ​ໄດ້​ເລີ້ມ​ຂຶ້ນ.

ເບິ່ງວີດີໂອກ່ຽວກັບອົບພະຍົບຊາວຊີເຣຍ ໃນປະເທດຈໍແດັນ

XS
SM
MD
LG