ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວບັງກລາແດັສ 105 ຄົນ ເສຍຊີວິດ ໃນອຸບັດເຫດເຮືອຫຼົ້ມ


ສົບພວກທີ່ໄດ້ຮັບເຄາະຮ້າຍ ຈາກເຮືອຂ້າມຟາກຫຼົ້ມ ທີ່ບັງກລາແດັສ.
ວັນທີ 15 ມີນາ 2012.
ສົບພວກທີ່ໄດ້ຮັບເຄາະຮ້າຍ ຈາກເຮືອຂ້າມຟາກຫຼົ້ມ ທີ່ບັງກລາແດັສ. ວັນທີ 15 ມີນາ 2012.

ຈໍານວນ​ຜູ້​ເສຍ​ຊີວິດ​ຈາກ​ອຸບັດ​ເຫດ​ເຮືອ​ຂ້າມ​ຟາກ​ລໍາ​ນຶ່ງຫລົ້ມ​ໃນພາກ​ໃຕ້​ຂອງ​ບັງ​ກລາ​ແດັສ ​ໄດ້​ເພີ່​ມຂຶ້ນ​ເປັນ​ຢ່າງ​ໜ້ອຍ 105 ຄົນແລ້ວ.

ທາງ​ການບັງ​ກລາ​ແດັສກ່າວ​ວ່າ ມີ​ຜູ້​ຄົນ​ຈໍານວນ​ຫລາຍ​ກວ່າ 200 ຄົນ​ຢູ່​ໃນ​ເຮືອ​ລໍາ​ດັ່ງກ່າວ​ ເວລາ​ມັນ​ປີ້ນ​ຂວໍ້າ​ໃນ​ວັນ​ອັງຄານ​ມື້ກ່ອນ​ນີ້ ​ຢູ່​ທາງ​ໃຕ້​ຂອງ​ນະຄອນ​ດາ​ກາ ຫລັງ​ຈາກ​ໄດ້​ຕໍາ​ກັນ​ກັບ​ເຮືອ​ບັນທຸກ​ນໍ້າມັນລໍາ​ນຶ່ງ.

ໃນ​ມື້​ຕໍ່ມາ ຄື​ວັນ​ພຸດ​ວານ​ນີ້ ພວກ​ດໍາ​ນໍ້າ​ສືບ​ຕໍ່​ດຶງ​ຊາກ​ສົບ​ຂອງພວກ​ທີ່​ເສຍ​ຊີວິດ ​ອອກ​ມາ​ຈາກ​ເສດ​ຫັກ​ພັງ​ຂອງ​ເຮືອ​ຂ້າມ​ຟາກ ຢູ່ໃນ​ແມ່​ນໍ້າ Meghna.

ພວກຍາດຕິພີ່ນ້ອງທີ່ມີຄວາມໂສກເສົ້າຫລາຍຮ້ອຍຄົນຂອງພວກທີ່ໄດ້ຮັບເຄາະຮ້າຍໄດ້ພາ
ກັນລໍຖ້າຢູ່ເລາະແຄມແມ່ນໍ້າໃນວັນພຸດວານນີ້ເພື່ອຮັບຂ່າວກ່ຽວກັບພວກຜົວເມຍລູກເຕົ້າ
ຂອງເຂົາເຈົ້າ. ພວກສົບທີ່ເກັບກູ້ມາຈາກເຮືອນັ້ນ ໄດ້ຖືກວາງໄວ້ໃນເລາະຄາມແຄມແມ່ນໍ້າ
ເພື່ອຢັ້ງຢືນຊື່ພວກເຂົາເຈົ້ານັ້ນ.

ຕໍາຫລວດກ່າວວ່າ ພວກນັກມຸດນໍ້າໄດ້ຊ່ອຍກູ້ຊີວິດພວກຄົນໂດຍສານມາໄດ້ປະມານ 35
ຄົນ ແລະປະມານ 50 ຄົນ​ສາມາດ​ລອຍ​ເຂົ້າ​ໄປ​ຫາຝັ່ງໄດ້ໃນວັນອັງຄານຜ່ານ​ມາ.

ເຮືອຂ້າມຟາກລໍານີ້ ໄດ້ຈົມລົງໄປ 20 ແມັດສູ່ພື້ນແມ່ນໍ້າ ຫລັງຈາກຕໍາກັບເຮືອບັນທຸກນໍ້າ
ມັນແລ້ວ. ໃນວັນພຸດວານນີ້ ໄດ້ມີການນໍາຊາກຂອງເຮືອຂຶ້ນມາເທິງໜ້ານໍ້າແລະເຮືອຊ່ອຍ
ກູ້ໄພໄດ້ລາກເຮືອຂ້າມຟາກເຂົ້າມາຝັ່ງແມ່ນໍ້າ.

ອຸບັດເຫດເຮືອຂ້າມຟາກຫລົ້ມນີ້ຖືເປັນຂອງທໍາມະດາໃນປະເທດບັງກລາແດັສເນື່ອງຈາກ
ການບັນທຸກຄົນໂດຍສານເກີດຂອບເຂດແລະ ເຮືອທີ່ບໍ່ປອດໄພ ພ້ອມ​ທັງກົດລະບຽບການ
ເດີນເຮືອກໍບໍ່ເຂັ້ມງວດ.

XS
SM
MD
LG