ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ຕາງໜ້າ ເກົາຫລີເໜືອ ແລະເກົາຫລີໃຕ້ ປະທະກັນ ຢູ່ນອກກອງປະຊຸມ ທີ່ເຈນີວາ


Survivors walk under a fallen electric post after super Typhoon Haiyan battered Tacloban city, central Philippines.
Survivors walk under a fallen electric post after super Typhoon Haiyan battered Tacloban city, central Philippines.

ບັນດາ​ສະມາຊິກ​ສະພາ​ເກົາຫລີ​ໃຕ້ ​ໄດ້​ປະ​ທະ​ກັບ​ນັກ​ການ​ທູດ​ເກົາຫລີ​ເໜືອ​ຄົນ​ນຶ່ງໃນ​
ວັນ​ຈັນ ຢູ່​ນ​ອກ​ກອງ​ປະ​ຊຸ​ມສະພາ​ສິດທິ​ມະນຸດອົງການສະຫະ​ປະຊາ​ຊາດ ທີ່ປະ​ເທດ
ສະ​ວິດ​ເຊີ​ແລນ.

ການຕໍ່ສູ້​ກັນ​ຢ່າງ​ອົນ​ລະ​ວົນ​ໄດ້​ເກີດ​ຂື້ນໃນເວລາພວກນັກ​ການ​ເມືອງ​ເກົາຫລີ​ໃຕ້​ ຍ່າງເຂົ້າ
ໄປ​ຫາ​ເອກ​ອັກ​ຄະ​ລັດຖະທູດ​ເກົາຫລີ​ເໜືອປະ​ຈໍາ ​ນະຄອນເຈ​ນີວາ ທ່ານ So Se-pyong
ຫລັງ​ຈາກ​ທ່ານ​ໄດ້ປະຕິ​ເສດຕໍ່ຂໍ້ຄວາມ​ໃນລາຍ​ງານ​ຂອງສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ
ລ່ວງ​ລະ​ເມີດ​ສິດທິ​ມະນຸດຂອງ Pyongyang.

ເຈົ້າໜ້າທີ່ຮັກສາຄວາມປອດ​ໄພໄດ້ເຂົ້າໄປແຍກການຕໍ່ສູ້​ກັນດັ່ງກ່າວ ແລະຢ່າງນ້ອຍມີເຈົ້າ
ໜ້າທີ່ຄົນນື່ງໄດ້ຖືກກັກຕົວໄວ້ຊົ່ວ​ໄລຍະ​ນຶ່ງ.

ຄະນະຜູ້ຕາງໜ້າເກົາຫລີໃຕ້ ໄດ້ຮ້ອງຄຳ​ຂວັນສະໜັບສະໜູນພວກຊາວເກົາຫລີເໜືອທີ່
ໂຕນໜີ ຊື່ງກໍາລັງປະເຊີນກັບການຖືກເນລະເທດຈາກ ເຈົ້າໜ້າທີ່ຈີນ ຫລັງຈາກໄດ້ຫລົບ
ໜີຈາກປະເທດຄອມມີວນິສທີ່ທຸກຍາກລໍາບາກດັ່ງ​ກ່າວນັ້ນ.

ຈີນກ່າວວ່າ ຕົນມີສິດທີ່ຈະສົ່ງຜູ້ໂຕນໜີກັບຄືນ​ໄປ​ຍັງເກົາຫລີເໜືອແລະຮ້ອງເຂົາເຈົ້າວ່າ
“ຜູ້ຫລົບໜີ​ໄພເສດຖະກິດ” ແຕ່ພວກເຄື່ອນ​ໄຫວດ້ານສິດທິມະນຸດກ່າວວ່າ ຜູ້ຖືກກັກຂັງ
ເຫຼົ່ານີ້ອາດຈະປະເຊີນກັບການຖືກທໍລະມານ ຫລືການປະຫານຊີວິດ ຖ້າຫາກຖືກສົ່ງກັບ
ຄືນປະ​ເທດ.

ຢູ່ທີ່​ກຸງໂຊລ ບັນດາຜູ້ປະທ້ວງຫລາຍຮ້ອບຄົນ ພາກັນເຕົ້າໂຮມຢູ່ຕໍ່ໜ້າສະຖານທູດຈີນ
ໃນວັນອັງຄານມື້ນີ້ເພື່ອຮ້ອງຂໍໃຫ້ປ່ອຍພວກທີ່ໂຕນໜີ ຫຼັງຈາກ​ມີ​ລາຍ​ງານ​ວ່າໄດ້​ມີ​ການ​ໃຊ້
ກຳລັງ​ບັງຄັບ​ໃຫ້ປະມານ 30 ຄົນ​ ຖືກສົ່ງຄືນປະ​ເທດ​ໄປ​ແລ້ວ.

ໂຄສົກກະຊວງການຕ່າງປະເທດເກົາຫລີໃຕ້ ທ່ານ Cho Byung-jae ກ່າວວ່າໃນວັນອັງ
ຄານມື້ນີ້ວ່າ ທ່ານຈະສືບ​ຕໍ່ດໍາເນີນການເພື່ອ​ໃຫ້​ມີ​ການ ປ່ອຍຕົວພວກທີ່ຖືກ​ເຈົ້າໜ້າ​ທີ່​ຈີນ
ກັກຂັງ​ໄວ້​ນັ້ນ.

XS
SM
MD
LG