ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າພັກຄອມມິວນິສ ເມືອງຈົງຈິງ ຖືກປົດ ອອກຈາກຕໍາແໜ່ງ (ເບິ່ງວີດີໂອ)


ທ່ານ ໂບຊີຫລາຍ ຜູ້ນໍາພັກຄອມມີວນິດຈີນ ໃນເມືອງຊົງຈິງ.
ວັນທີ 15 ມີນາ 2012.
ທ່ານ ໂບຊີຫລາຍ ຜູ້ນໍາພັກຄອມມີວນິດຈີນ ໃນເມືອງຊົງຈິງ. ວັນທີ 15 ມີນາ 2012.

ທ່ານໂບ​ຊີ​ຫລາຍ ຜູ້​ນໍາ​ພັກ​ຄອມ​ມີ​ວນິສ​ທີ່ມີ​ພອນ​ສະຫວັນ​ໃນ​ເມືອງຈົງ​ຈິງ​ຂອງ​ຈີນ ​ໄດ້​ຖືກ​
ປົດ​ອອກ​ຈາກ​ຕໍາ​ແໜ່​ງ ຫລັງ​ຈາກ​ຂ່າວ​ນອງ​ນັນ ທີ່​ພົວພັນ​ກັບ​ອະດີດ​ຜູ້​ຊ່ອຍ​ວຽກ​ຄົນ​ນຶ່ງ.

ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ​ໄດ້​ພິມ​ເຜີຍ​ແຜ່ຖະ​ແຫລ​ງການ​ສັ້ນໆ​ສະບັບ​ນຶ່ງ​ໃນ
​ວັນ​ພະຫັດ​ມື້​ນີ້ແຈ້ງ​ວ່າ ທ່ານ​ໂບ ກໍາລັງ​ຖືກຊັບຊ້ອນ​ໂດຍ​ຮອງ​ນາຍົກລັດຖະມົນຕີ Zhang
Dejiang. ຖະ​ແຫຼ​ງການບໍ່​ໄດ້​ແຈ້ງ​ເຫດຜົນ​ໃຫ້​ຮູ້ກ່ຽວ​ກັບ​ການ​ປົດ​ທ່ານ​ໂບອອກ​ຈາກ​ຕໍາແໜ່​ງ.

ທ່ານ​ໂບ ​ໄວ 62 ປີ ແມ່ນຖື​ວ່າ​ຈະ​ເປັນ​ຄູ່​ແຂ່ງເອົາ​ຕໍາ​ແໜ່​ງຜູ້ນໍາຢູ່ໃນ​ຄະນະກໍາມະການ​ກົມການ
​ເມືອງສູນ​ກາງ ທີ່​ມີ​ອິດທິພົນຂອງພັກຄອມ​ມິວນິສ​ຈີນ​ນັ້ນ. ແຕ່​ຊື່​ສຽງ​ຂອງ​ທ່ານ​ໂບ​ໄດ້​ຕົກ​ຢູ່​ໃນ​
ຄວາມ​ລະ​ແວງ​ສົງ​ໄສ​ມາ ນັບ​ແຕ່​ທ່ານ Wang Lijun ທີ່ເປັນຫົວໜ້າ​ຕໍາຫລວດ​ຂອງ​ທ່ານ​ມາ​ເປັນ
​ເວລາ​ດົນນານ​ ໄດ້ໄປຍັງ​ສະຖານກົງສູນ​ຂອງ​ສະຫະລັດ​ທີ່​ເມືອງ Chengdu ​ໃນ​ເດືອນແລ້ວ​ນີ້ ​
ໃນ​ອັນ​ທີ່​ລາຍ​ງານຂ່າວ​ແຈ້ງ​ວ່າ ​ເປັນຄວາມ​ພະຍາຍາມຫາ​ທາງ​ລີ້​ໄພ​ການ​ເມືອງ​ນັ້ນ.

ອົງການ​ຂ່າວ​ຊິນ​ຫົວ ກ່າວ​ຕື່ມ​ວ່າ ທ່ານ Wang ​ໄດ້​ຖືກ​ສືບສວນ​ສອບ​ສວນ ​ແລະ​ຖືກ​ປົດ​ອອກ
​ຈາກ​ຕໍາ​ແໜ່​ງ ຮອງເຈົ້າ​ຄອງ​ກໍາ​ແພງ​ເມືອງ Chongqing ​ໃນ​ວັນ​ພະຫັດ​ມື້​ນີ້.

XS
SM
MD
LG