ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ຜູ້ນໍາ ສະຫະລັດ ແລະອັງກິດ ຢືນຢັນ ອີກຄັ້ງນຶ່ງ ໃນຄວາມສໍາພັນພິເສດ (ເບິ່ງສະໄລດ໌ກັບວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ແລະນາຍົກລັດຖະມົນຕີ ເດວິດ ກາເມຣອນ ແຫ່ງກິດ ພ້ອມດ້ວຍພັນລະຍາ ຂອງພວກທ່ານ ທີງານລ້ຽງອາຫານຄໍ່າ ທີ່ທໍານຽບຂາວ. ວັນທີ 14 ມີນາ 2012.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ແລະ​ນາຍົກລັດຖະມົນຕີ​ອັງກິດ​ ທ່ານ
David Cameron ​ໄດ້​ຢືນຢັນ​ອີກ​ຄັ້ງ​ໃໝ່ເຖິງຄວາມສໍາພັນ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​
ໃນ​ງານ​ກິນ​ລ້ຽງ​ອາຫານ​ຄໍ່າ​ຢ່າງເປັນທາງ​ການຫລູຫລາ ​ໃນ​ແລງ​ວັນ​ພຸດ​ວານ​ນີ້​ທີ່​ທໍານຽບ
ຂາວ.

ມີ​ແຂກ​ຮັບ​ເຊີນ​ຈໍານວນ​ຫລາຍ​ກວ່າ 300 ທ່ານພາກັນຫຼຽວ​ເບິ່ງ​ໃນ​ຂະນະ​ທີ່​ພວກຜູ້​ນໍາ​ທັງ
ສອງ ​ກ່າວ​ຍ້ອງ​ຍໍຄວາມ​ສໍາພັນ​ທາງ​ສ່ວນ​ໂຕ ​ແລະ​ທາງ​ການ​ທູດຂອງ​ພວກ​ທ່ານ​ໃນ​ການ
ດື່ມ​ອວຍພອນໃຫ້ກັນ​ແລະ​ກັນ​ນັ້ນ. ທ່ານ​ໂອ​ບາ​ມາ​ໄດ້​ອ້າງ​ຄໍາ​ເວົ້າ​ຂອງ​ມື້​ລາງ​ນາຍົກລັດຖະ
ມົນຕີ Churchill ​ແຫ່ງອັງກິດ​ທີ່​ໄດ້​ເວົ້າ​ເຖິງ​ເປົ້າ​ໝາຍ​ແລະ​ຈຸດປະສົງ​ອັນ​ຍິ່ງ​ໃຫຍ່​ຂອງ​ພັນ
ທະ​ມິດ​ຂອງ​ພວກ​ເຮົາ ​ຂະນະ​ທີ່​ຜູ້​ນໍາ​ອັງກິດ​ໄດ້​ສະ​ແດງ​ການ​ຄໍານັບ​ຕໍ່​ປະທາ​ນາ​ທິບໍດີ​ສະຫະ
ລັດ​ວ່າ ​ເປັນ​ພັນ​ທະ​ມິດ ​ເປັນ​ຄູ່​ຮ່ວມ​ມື​ແລະ​ເປັນ​ເພື່ອນ.

ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານ​ນີ້ ທ່ານ​ໂອ​ບາ​ມາ​ແລະ​ທ່ານ​ກາ​ເມຣອນໄດ້ທໍາ​ການ​ໂອ້​ລົມ​ສົນທະ
ນາ​ກັນ​ເລື້ອງ​ສະຖານະ​ການ​ໃນ​ອັຟກາ​ນິສຖານບ່ອນ​ທີ່​ຄວາມ​ເຄັ່ງ​ຕຶງ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຫລັງ
ຈາກ​ທະຫານ​ສະ​ລັດ​ຄົນ​ນຶ່ງທີ່​ຖືກ​ກ່າວ​ຫາ​ວ່າ ​ເປັນ​ຜູ້​ສັງຫານ​ປະຊາຊົນ 16 ຄົນ​ໃນ​ການ
ເປີດ​ສາກຍິງ​ປືນ​ໃສ່​ຜູ້​ຄົນ​ຢ່າງ​ບໍ່​ເລືອກ​ໜ້າເມື່ອໄວໆ​ມາ​ນີ້.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ​ເຫດການ​ທີ່​ໂສກ​ເສົ້າ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ຢູ່ໃນ​
ອັຟກາ​ນິສຖານ​ເປັນ​ຄໍາ​ເຕືອນ​ອັນ​ນຶ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າພາລະກິດ​ຍັງ​ຄົງມີ​ຄວາມ​ຫຍຸ້ງ
ຍາກ​ຢູ່ແຕ່​ກໍາລັງຂອງ​ສະຫະລັດ​ແລະ​ກຸ່ມ​ເນ​ໂຕ້ໄດ້​ທໍາ​ຄວາມ​ຄືບ​ໜ້າ​ຢ່າງ​ສໍາຄັນ.

XS
SM
MD
LG