ທ່ານໂກຟີ ອັນນັນ ທູດພິເສດຂອງອົງການສະຫະປະຊາຊາດແລະສັນນິບາດອາຣັບກ່ຽວກັບ
ຊີເຣຍກ່າວວ່າ ທ່ານຄາດວ່າ ລັດຖະບານຂອງປະທານາທິບໍດີ Bashar al-Assad ຈະໃຫ້ຄຳ
ຕອບໃນວັນອັງຄານມື້ນີ້ ຕໍ່ຂໍ້ສະເໜີທີ່ເປັນຮູບປະທໍາຕ່າງໆທີ່ທ່ານໄດ້ຍື່ນຕໍ່ກຸງດາມັສກັສ ທີ່ມີ
ວັດຖຸປະສົງແນໃສ່ເພື່ອແກ້ໄຂວິກິດການໃນຊີເຣຍນັ້ນ.
ອະດີດຫົວໜ້າສະຫະປະຊາຊາດໄດ້ເດີນທາງອອກຈາກຊີເຣຍໃນວັນອາທິດຜ່ານມານີ້ ຫລັງ
ຈາກທໍາການໂອ້ລົມສົນທະນາເປັນເວລາ 2 ມື້ທີ່ເສັດສິ້ນລົງໂດຍບໍ່ໄດ້ຮັບການຕົກລົງກັນໃດໆ
ນັ້ນ.
ທ່ານອັນນັນ ໄດ້ກ່າວໃນວັນອັງຄານມື້ນີ້ ຫລັງຈາກທໍາການພົບປະຫາລືກັນທີ່ກຸງອັງກາຣາ
ກັບພວກສະມາຊິກຂອງກຸ່ມສະພາແຫ່ງຊາດຊີເຣຍ ຊຶ່ງເປັນກຸ່ມຝ່າຍຄ້ານພັດຖິ່ນທີ່ສໍາຄັນນັ້ນ.
ໃນວັນອັງຄານມື້ນີ້ເຊ່ນກັນ ກຸ່ມປົກປ້ອງສິດທິມະນຸດ Observatory ຊີເຣຍທີ່ມີຫ້ອງການ
ຕັ້ງຢູ່ໃນອັງກິດ ກ່າວວ່າ ພວກທະຫານທີ່ໂຕນໜີ ໄດ້ດັກສະກັດໂຈມຕີທີ່ດ່ານກວດກາທະ
ຫານແຫ່ງນຶ່ງໃນແຂວງ Idlib ໃນພາກເໜືອຂອງຊີເຣຍ ໂດຍໄດ້ສັງຫານພວກທະຫານລັດ
ຖະບານຢ່າງໜ້ອຍ 10 ຄົນ.
ໃນຂະນະດຽວກັນ ກຸ່ມປົກປ້ອງສິດທິມະນຸດ Human Rights Watch ໄດ້ອອກລາຍງານ
ສະບັບນຶ່ງ ທີ່ກ່າວວ່າ ກໍາລັງຂອງຊີເຣຍ ໄດ້ວາງລະເບີດຝັງດິນໄວ້ໃກ້ໆຊາຍແດນຂອງຊີເຣຍ
ຕິດກັບເຕີກກີແລະເລບານອນ ຊຶ່ງກຸ່ມປົກປ້ອງສິດທິມະນຸດດັ່ງກ່າວ ເອີ້ນການກະທໍາເຊ່ນນີ້
ເປັນກະທໍາທີ່ໄຮ້ຈິດສໍານຶກ ແລະຮຽກຮ້ອງໃຫ້ກອງທັບຊີເຣຍຢຸດເຊົາ ໃຊ້ລູກລະເບີດຝັງດິນ
ຕໍ່ຕ້ານມະນຸດນີ້.
ສະຫະລັດ ອັງກິດແລະຣັດເຊຍຕ່າງຮຽກຮ້ອງໃຫ້ຍຸດຕິຄວາມຮຸນແຮງໃນຊີເຣຍ ແຕ່ສະພາ
ຄວາມໝັ້ນຄົງສະຫະປະຊາຊາດຍັງຄົງແຕກແຍກກັນຢູ່ກ່ຽວກັບວິທີການແກ້ໄຂວິກິດການໃນຊີເຣຍນັ້ນ.
ບັນດາລັດຖະມົນຕີຕ່າງປະເທດຂອງປະເທດສະມາຊິກສະພາຄວາມໝັ້ນຄົງໄດ້ພົບປະກັນໃນວັນຈັນວານນີ້ທີ່ນະຄອນນີວຢອກບ່ອນທີ່ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດຮຽກຮ້ອງໃຫ້ຣັດເຊຍແລະຈີນເຂົ້າຮ່ວມໃນການດຳເນີນຄວາມພະຍາຍາມທາງດ້ານມະນຸດສະທໍາແລະການເມືອງນາໆຊາດ ເພື່ອຍຸດຕິຄວາມຮຸນແຮງ ຊຶ່ງທ່ານນາງໄດ້ຖິ້ມໂທດໂດຍກົງໃສ່ກົນໄກທະຫານຂອງປະທານາທິບໍດີ Bashar al-Assad ນັ້ນ ຊຶ່ງທ່ານນາງຄລິນຕັນກ່າວວ່າ:
“ທໍາອິດແລະກ່ອນອື່ນໝົດ ຈະ
ຕ້ອງມີການຍຸດຕິຄວາມຮຸນແຮງ
ນີ້ ໂດຍອໍານາດປົກຄອງຊີເຣຍ
ຫລັງຈາກນັ້ນ ພວກເຮົາສາມາດ
ຫັນໄປຖາມຄົນອື່ນໆວ່າ ຜູ້ໃດ
ບໍ່ຕ້ອງການປ້ອງກັນຕົນເອງ
ອີກແລ້ວ ເພາະວ່າພວກເຮົາຈະ
ຢູ່ໃນຂັ້ນຕອນດ້ານການເມືອງ
ເພື່ອຍຸດຕິການໃຊ້ຄວາມຮຸນ
ແຮງຕໍ່ກັນແລະກັນນັ້ນ.”
ທ່ານ Sergei Lavrov ຄູ່ຕໍາ
ແໜ່ງຝ່າຍຣັດເຊຍ ຂອງທ່ານ
ນາງຄລິນຕັນເຫັນດີນໍາທີ່ວ່າ
ພວກເຈົ້າໜ້າທີ່ຊີເຣຍມີສ່ວນ
ຮັບຜິດຊອບຢ່າງຫຼວງຫລາຍ
ໃນເລື້ອງນີ້ ແຕ່ທ່ານ Lavrov
ຢືນຢັດວ່າ ພວກກຸ່ມປະກອບ
ອາວຸດຕ່າງໆຂອງຝ່າຍຄ້ານຊີເຣຍ ກໍມີສ່ວນຮັບຜິດຊອບເຊ່ນກັນໃນວິກິດການນີ້ ແລະວ່າ
ສະພາຄວາມໝັ້ນຄົງຈະຕ້ອງທໍາການເຄື່ອນໄຫວໂດຍບໍ່ມີການວາງການຕັດສິນໃດໆລ່ວງ
ໜ້າໃນການແກ້ໄຂບັນຫານີ້.
ເບິ່ງວີດີໂອລາຍງານຈາກພວກທະຫານຊີເຣຍທີ່ໂຕນໜີ ທີ່ເລົ່າເຖິງຄວາມໂຫດຮ້າຍ
ປ່າເຖື່ອນ ຂອງກໍາລັງຝ່າຍລັດຖະບານ: