ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄລິນຕັນວ່າ ຂົງເຂດ ເອເຊຍ ແມ່ນສໍາຄັນທີ່ສຸດ ຕໍ່ອະນາຄົດຂອງສະຫະລັດ


ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕາງປະເທດສະຫະລັດ.
ວັນທີ 14 ມີນາ 2012.
ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕາງປະເທດສະຫະລັດ. ວັນທີ 14 ມີນາ 2012.

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ການເສີມ​ຂະຫຍາຍ​ຍຸດ​ທະ​ສາດຂອງ​ສະຫະລັດ​ໃນ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກຈະ​ເປັນ​ເລື້ອງ​ບູລິ​ມະ​ສິດ ໃນ​ຂະນະ​ທີ່ກຸງ​ວໍ​ຊິງ​ຕັນ​ຫັນປ່ຽນ ຈາກ​ການ​ດຳ​ເນີນຄວາມ​ພະຍາຍາມ​ທາງ​ທະຫານ​ມາ​ເປັນ​ເວລາ​ນຶ່ງ​ທົດ​ສະ​ວັດ​ໃນອີຣັກ​ແລະ​ໃນ​ອັຟກາ​ນິສຖານ​ນັ້ນ.

ທ່ານ​ນາງຄລິນ​ຕັນໃຫ້​ຄວາມເຫັນ​ດັ່ງກ່າວ​ຕໍ່​ບັນດາ​ນັກ​ການ​ທູດສະຫະລັດ ​ທີ່​ພົບ​ປະກັນ​
ໃນ​ກຸງ​ວໍ​ຊິງ​ຕັນ​ໃນ​ວັນ​ອັງຄານ​ວານ​ນີ້ ແລະ​ວ່າ ອະນາຄົດ​ຂອງ​ເອ​ເຊຍ​ ຈະ​ສືບ​ຕໍ່​ເປັນ​ເລື້ອງ
​ສໍາຄັນ​ທີ່​ສຸດ​ ຕໍ່​ຜົນ​ປະໂຫຍ​ດຂອງ​ສະຫະລັດ ໂດຍ​ກ່າວ​ວ່າ ຄວາມ​ພະຍາຍາມ​ຢ່າງ​ກວ້າງ
ຂວາງ​ຂອງ​ລັດຖະບານ​ກໍາ ລັງ​ດໍາ​ເນີນ​ໄປ​ເພື່ອ​ພັດທະນາຄວາມ​ສໍາພັນ​ແບບ​ໃໝ່​ໃນ​ຂົງ​ເຂດ
ຊຶ່ງ​ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ:

“ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ພວກ​ເຮົາ​ກໍາລັງເຮັດ​ໃຫ້​ ພວກ​ພັນທະ​ມິດ​ຂອງ​ເຮົາ​ໃນ​ເອ​ເຊຍ​ແຂງ​ແຮງ​ຂຶ້ນ ​ໂດຍ​ເປີດ​ສາກ​ການ​ໂອ້​ລົມ​ສົນທະນາ​ຍຸດ​ທະ​ສາດ​ແບບ​ໃໝ່​ແລະ​ການ​ລິ​ເລີ້ມ​ເສດຖະກິດ ຈັດ​ຕັ້ງ​ແລະ​ເຂົ້າ​ຮ່ວມໃນ​ສະ​ຖາ​ບັນ​ຫລາຍ​ຝ່າຍ​ທີ່​ສໍາຄັນໆ ​ເພື່ອ​ເນ້ນ​ວ່າ​ອາ​ເມຣິກາ ກໍາລັງ ແລະ​ຍັງ​ຄົງ​ຈະ​ເປັນ​ມະຫາ​ອໍານາດ​ໃນ​ຂົງ​ເຂດ​ປາຊີ​ຟິກນັ້ນ​ຢູ່. ​ໃນ​ສັດຕະວັດ​ຕໍ່ໜ້ານີ້ ຈະ​ບໍ່​ມີ​ຂົງ​ເຂດ​ອື່ນ​ໃດ​ສໍາຄັນ​ໄປກ່ວາເຂດເອເຊຍ ​ສໍາລັບ​ອະນາຄົດ​ຂອງ​ອາ​ເມ​ຣິ​ກາ.”

ໃນ​ຄໍາ​ປາ​ໄສໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ຕໍ່​ກອງ​ປະຊຸມ​ຫົວໜ້າ​ນັກ​ການ​ທູດ​ຂອງ​ສະຫະ​ລັດ
ໃນ​ທົ່ວ​ໂລກນັ້ນ ທ່ານ​ນາງຄລິ​ນຄັນ​ໄດ້​ກ່າວ​ເຖິງ​ເລື້ອງ​ບູລິ​ມະ​ສິດ​ຕ່າງໆ​ຂອງ​ທ່ານ​ນາງສໍາ
ລັບ​ຄວາມ​ພະຍາຍາມ​ທາງ​ການ​ທູດອາ​ເມຣິກາ​ໃນ​ຊ່ວງ​ປີ​ຕໍ່ໜ້າ​ນີ້.

ທ່ານ​ນາງ​ກ່າວ​ວ່າ ບັນດາ​ນັກ​ການ​ທູດ​ສະຫະລັດ​ຈະ​ສືບ​ຕໍ່​ເພ່ງ​ເລັງ​ໃສ່ໂຄງການ​ພັດທະນາ​ທີ່
ຍືນ​ຍົງ​ຕ່າງໆ​ໃນ​ທົ່ວ​ໂລກ ​ຊ່ອຍ​ສ້າງ​ຕັ້ງລະບົບເສດຖະກິດ​ທີ່​ໂປ່ງໃສແລະ​ຍຸຕິ​ທໍາ​ຂອງ
ໂລກ ​ແລະ​ສົ່ງ​ເສີມ​ລະບອບປະຊາທິປະ​ໄຕ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ແລະ​ໃນ​ຂົງ​ເຂດ​ທີ່​ກໍາ
ລັງພັດທະນາ​ອື່ນໆ.

XS
SM
MD
LG