ໂທລະພາບແຫ່ງລັດຊີເຣຍກ່າວວ່າ ປະຊາຊົນ 3 ຄົນທີ່ຕົນເອີ້ນວ່າເປັນ ພວກກໍ່ການຮ້າຍໄດ້ຖືກສັງຫານໃນລະຫວ່າງການສູ້ລົບກັນໃນວັນຈັນມື້ນີ້ ລະຫວ່າງພວກກະບົດແລະກໍາລັງຂອງລັດຖະບານ ໃນຄຸ້ມຄົນຮັ່ງຄຸ້ມນຶ່ງໃນກຸງດາມັສກັສ.
ລາຍງານຂ່າວເວົ້າຕື່ມວ່າ ທະຫານລັດຖະບານຄົນນຶ່ງກໍເສຍຊີວິດເຊ່ນກັນ.ພວກທີ່ເຫັນເຫດການເກີດຂຶ້ນກ່າວວ່າ ພວກເຂົາເຈົ້າໄດ້ຍິນສຽງປືນກົນແລະສຽງລະເບີດທີ່ໃຊ້ຈະຫລວດຍິງ ແຕກຂຶ້ນໃນຄຸ້ມ al-Mezze ຊຶ່ງເປັນຄຸ້ມນຶ່ງທີ່ມີການຮັກສາຄວາມປອດໄພແໜ້ນໜາທີ່ສຸດໃນກຸງດາມັສກັສ. ຂົງເຂດດັ່ງກ່າວເປັນຄຸ້ມສະຖານທູດຕ່າງປະເທດຈໍານວນນຶ່ງແລະເປັນບ່ອນຕັ້ງຫ້ອງການຮັກສາຄວາມສະຫງົບແຫ່ງຕ່າງໆຂອງລັດຖະບານ.
ຜ່ານມາ ກຸງດາມັສກັສ ນະຄອນຫລວງຂອງຊີເຣຍ ເວົ້າຮວມແລ້ວ ໄດ້ເປັນບ່ອນທີ່ບໍ່ສູ້ມີການຕໍ່ສູ້ທີ່ນອງເລືອດກັນ ລະຫວ່າງກໍາລັງຂອງລັດຖະບານແລະພວກກະບົດທີ່ກໍາລັງພະຍາຍາມຈະໂຄ່ນລົ້ມປະທານາທິບໍດີ Bashar al-Assad ນັ້ນ.
ແຕ່ໃນວັນເສົາມື້ກ່ອນນີ້ ການວາງລະເບີດສອງບັ້ນຕິດຕໍ່ກັນ ໄດ້ເອົາຊີວິດປະຊາຊົນໄປ 27 ຄົນແລະໄດ້ຮັບບາດເຈັບຫລາຍກວ່າ 100 ຄົນຢູ່ໃນໂຕເມືອງນັ້ນ. ບັນດາເຈົ້າໜ້າທີ່ຊີເຣຍຖິ້ມໂທດການໂຈມຕີຄັ້ງນັ້ນໃສ່ພວກກໍ່ການຮ້າຍ ຂະນະດຽວກັນຝ່າຍຄ້ານກ່າວວ່າ ລັດຖະບານເອງເປັນຜູ້ຢູ່ເບື້ອງຫລັງການໂຈມຕີດ້ວຍລະເບີດນີ້ ເພື່ອພະຍາຍາມທໍາລາຍຊື່ສຽງຂອງພວກກະບົດ.
ໃນວັນອາທິດວານນີ້ ລະເບີດທີ່ຫ້າງໄວ້ໃນລົດຄັນນຶ່ງ ໄດ້ແຕກຂຶ້ນຢູ່ນອກຕຶກຫ້ອງການຮັກສາຄວາມປອດໄພຂອງລັດຖະບານຫລັງນຶ່ງໃນເມືອງ Aleppo ທາງພາກເໜືອຂອງປະເທດ ສົ່ງຜົນໃຫ້ປະຊາຊົນ 2 ຄົນເສຍຊີວິດ ແລະບາດເຈັບຕື່ມອີກ 30 ຄົນ.