ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂຸນເສິກຄອງໂກ ຖືກຕັດສິນ ວ່າມີຄວາມຜິດ ໂດຍສານອາຍານາໆຊາດ (ເບິ່ງວີດີໂອ)


ຂຸນເສີກ Thomas Lubanga ຂະນະຖືກດໍາເນີນຄະດີໃນສານອາຍານາໆຊາດ ທີ່ກຸງ Hague
ຂຸນເສີກ Thomas Lubanga ຂະນະຖືກດໍາເນີນຄະດີໃນສານອາຍານາໆຊາດ ທີ່ກຸງ Hague

ສານ​ອາຍາ​ນາໆ​ຊາດ​ ​ໄດ້​ພົບ​ເຫັນ​ວ່າ ຂຸນ​ເສິກ Thomas Lubanga ຂອງຄອງ​ໂກ ມີ
ຄວາມ​ຜິດ​ຖານ​ສົ່ງ​ພວກ​ເດັກນ້ອຍ​ໄປ​ສູ້​ລົບ​ໃນ​ການ​ອອກ ​ຄໍາ​ຕັດສິນເທື່ອ​ທໍາ​ອິດ​ຂອງ​ສານ
ນັບ​ຕັ້ງ​ແຕ່ໄດ້​ມີ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ສິບ​ປີຜ່ານມາ.

ທ່ານ Adrian Fulford ປະທານ​ຜູ້​ພິພາກສາ​ໃນ​ການ​ດຳ​ເນີນ​ຄະດີ​ກ່າວວ່າ ສານ​ພົບ​ເຫັນ
ຫລັກ​ຖານຢ່າງ​ເປັນ​ເອກະສັນ ​ໂຮມ​ທັງ​ຮູບ​ວີ​ດິ​ໂອ ​ແລະ​ພະຍານ​ໃຫ້ການ​ຕໍ່​ສານທີ່ພິສູດ​ວ່າ
ນາຍ Lubanga ​ແລະ​ຜູ້​ຮ່ວມ ກະທຳ​ຄວາມ​ຜິດ ​ຮູ້​ດີ​ວ່າ​ໄດ້ເກນ​ເດັກນ້ອຍ​ອາຍຸ 15 ປີຫລື
ຕໍ່າ​ກວ່າ​ນັ້ນ​ໄປ​ເປັນ​ທະຫານ.

ຜູ້​ພິພາກສາ​ກ່າວ​ວ່າ ນາຍ Lubanga ​ໄດ້​ເກນ​ເອົາ​ພວກ​ເດັກນ້ອຍເພື່ອ​ໄປ​ສູ້ລົບ​ສໍາລັບ
ໃຫ້​ແກ່​ກຸ່ມ​ກຳລັງ​ປະກອບ​ອາວຸດ​ຂອງ​ລາວ ຄືສະຫະພາບ​ຜູ້​ຮັກຊາດຄອງ​ໂກ ຫລື Union
of Congolese Patriots ​ໃນ​ລະຫວ່າງ​ສົງຄາມ​ກາງ​ເມືອງຢູ່ສາທາລະນະ​ລັດ​ປະຊາທິປະ
ໄຕ​ຄອງໂກ ​ໃນ​ປີ 2002 ​ແລະ 2003 ນັ້ນ.

ຂຸນ​ເສິກ Lubanga ຈະ​ຖືກ​ຄວບ​ຄຸມ​ຕົວ​ໄວ້​ຈົນ​ກວ່າ​ການ​ຕັດສິນ​ໂທດ​ມືຂຶ້ນໃນ​ການ​ໃຫ້ການ
ໃນ​ຂັ້ນຕໍ່​ໄປ. ຜູ້ກ່ຽວ​ປະ​ເຊີນ​ກັບ​ໂທດຈໍາ​ຄຸກ​ຕະຫລອດຊີວິດ​ແລະກໍ​ຍັງ​ສາມາດຍື່ນ​ຂໍ​ອຸທອນ
ຄໍາ​ຕັດສິນ​ໄດ້.

ນາຍ Lubanga ​ເປັນ​ຜູ້​ຕ້ອງ​ຫາ​ຄົນ​ທໍາ​ອິດ​ທີ່ໄດ້​ຖືກ​ດໍາ​ເນີນ​ຄະດີ​ໂດຍສານ ອາ​ຊະ​ຍາ​ກຳ​
ສົງຄາມ​ຖາວອນ​ຂອງ​ໂລກຊຶ່ງ​ໄດ້​ຕັ້ງ​ຂຶ້ນມາ​ໃນ​ປີ 2002 ​ແລະ​ຄະດີ​ຂອງນາຍ​ລູບັງ​ກາ​ໄດ້​ເລີ່​ມ
ດໍາ​ເນີນ​ມາໃນ​ປີ 2009 ຄືສາມ​ປີ​ຫລັງ​ຈາກ​ນາຍລູບັງ​ກາ​ຖືກ​ຈັບ​ກຸມ.

XS
SM
MD
LG