ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະສືບຕໍ່ ປະຕິບັດ ພາລະກິດຂອງຕົນ ໃນອັຟການິສຖານ


ທ່ານ Panetta ລັດຖະມົນຕີປ້ອງກັນປະເທດສະຫະລັດຍ້ຽມຍາມອັຟການິສຖານ.
ວັນທີ 14 ມີນາ 2012.
ທ່ານ Panetta ລັດຖະມົນຕີປ້ອງກັນປະເທດສະຫະລັດຍ້ຽມຍາມອັຟການິສຖານ. ວັນທີ 14 ມີນາ 2012.

ທ່ານ Leon Panetta ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດກ່າວ​ວ່າ ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນຫວ່າງ​ໄວໆ​ມາ​ນີ້ຮວມທັງ​ການຍິງ​ປືນ​ໃສ່ຜູ້​ຄົນຕາຍ​ຢ່າງ​ບໍ່​ເລືອກໜ້າ ​ຢູ່​ເຂດ​ນອກ​ເມືອງ​ກັນດາ​ຮາ ທີ່ມີ​ການກ່າວ​ຫາ​ວ່າ​ທະຫານ​ສະຫະລັດ​ຄົນ​ນຶ່ງ​ເປັນ​ມື​ຄາດ​ຕະກອນ​ນັ້ນ ຈະ​ບໍ່​ຍັບ​ຍັ້ງ​ສະຫະລັດ​ຈາກ​ການ​ດໍາ​ເນີນ​ພາລະກິດ​ຂອງ​ຕົນ​ໃນ​ອັຟກາ​ນິສຖານ​.

ທ່ານ George Little ​ໂຄສົກ​ປະ​ຈໍາ​ທໍານຽບຫ້າ​ແຈກ່າວ​ໃນ​ວັນ​ພຸດມື້​ນີ້​ວ່າທ່ານ Panetta ​ໄດ້​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ປະ​ຈໍາ​ແຂວງຂອງ​ອັຟກາ​ນິສຖານ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ອັຟກາ​ນິສຖານ​ຂອງ​ທ່ານ​ໃນ​ເວລາ​ພຽງ 2 ມື້​ຫລັງ​ຈາກ​ທະຫານ​ຂອງ​ສະຫະລັດ​ຄົນ​ນຶ່ງ​ຖືກ ກ່າວ​ຫາ​ວ່າ​ເປັນ​ຜູ້​ສັງຫານ​ພວກ​ພົນລະ​ເຮືອນ 16 ຄົນ​ທີ່​ຮວມທັງ​ເດັກ ນ້ອຍ 9 ຄົນ​ນັ້ນ.

ທ່ານ Little ກ່າວ​ວ່າ ທ່ານ Panetta ກ່າວ​ຕໍ່​ຄະນະ​ນໍາພາ​ຂອງ​ແຂວງ​ວ່າ ​ເຫດການ​ເຫລົ່າ​ນີ້​ບໍ່​ໄດ້ເປັນ​ການສະ​ແດງໃຫ້​ເຫັນ​ເຖິງ​ພາ​ບຂອງ​ສະຫະລັດ​ຫລືປະຊາຊົນອັຟກາ​ນິສຖານ​ແລະ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພຊຶ່ງ​ທ່ານ Panetta ກ່າວ​ຕໍ່​ໄປ​ວ່າ ພວກ​ປະຊາຊົນ​ເຫລົ່າ​ນີ້​ສ່ວນ​ໃຫຍ່ກໍາລັງ​ພະຍາຍາມເຮັດໃນ​ສິ່ງທີ່​ຖືກຕ້ອງ​ຊອບ​ທໍາ.

ໃນ​ແຂວງ​ກັນດາ​ຮາ​ໃນ​ວັນ​ພຸດ​ມື້​ນີ້ ການວາງ​ລະ​ເບີດ​ລົດຈັກ​ຄັນ​ນຶ່ງໄດ້​ສັງຫານ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນິສຖານ​ຄົນ​ນຶ່ງ ແລະ​ປະຊາຊົນ​ຢ່າງ​ໜ້ອຍ​ຕື່ມ​ອີກ 2 ຄົນ​ໄດ້​ຮັບ​ບາດ​ເຈັບ. ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນການ​ໂຈມ​ຕີ​ຄັ້ງ​ນີ້ ​ແຕ່​ກຸ່ມ​ຕາ​ລີ​ບັນ​ເຄີຍ​ໃຫ້​ຄໍາ​ປະຕິຍານ​ມາ​ກ່ອນ​ທີ່​ຈະ​ທໍາ​ການ​ແກ້​ແຄ້ນ​ຕໍ່​ການ​ຄາດ​ຕະກໍາ​ພວກພົນລະ​ເຮືອນ​ອັຟກາ​ນິສຖານ​ໃນ​ຫວ່າງ​ໄວໆ​ມາ​ນີ້.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ສະຫະລັດ​ຖື​ເລື້ອງເຫດ ການ​ນີ້​ຢ່າງ​ເອົາ​ຈິງ​ເອົາ​ຈັງ ຄື​ກັນ​ກັບ​ການ​ເຂັ່ນ​ຂ້າ​ປະຊາຊົນ​ຂອງສະຫະລັດ​ເອງ ​ແລະ​ກ່າວ​ຕໍ່​ໄປ​ວ່າ ການ​ສັງຫານ​ພວກ​ພົນລະ​ເຮືອນທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ​ນັ້ນ ​ເປັນ​ເລື້ອງ​ທີ່​ໂກດ​ແຄ້ນ​ແລະ​ຮັບ​ເອົາ​ບໍ່​ໄດ້ ​ແລະ​ບໍ່​ໄດ້​ເປັນພາບ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ​ສະຫະລັດ​ເປັນ​ແນວ​ໃດ​ນັ້ນ.

XS
SM
MD
LG