ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະຟ້ອງຈີນ ຕໍ່ອົງການ ການຄ້າໂລກ


 ອົງການການຄ້າໂລກ ແລະຈີນ.
ວັນທີ 13 ມີນາ 2012.
ອົງການການຄ້າໂລກ ແລະຈີນ. ວັນທີ 13 ມີນາ 2012.

ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ທ່ານ​ໂອ​ບາ​ມາ​ ກ່າວ​ວ່າ ສະຫະລັດ​ຈະຍື່ນ​ຄໍາ​ຮ້ອງ ທຳ​ການ
ຟ້ອງ​ໃນ​ກໍລະນີ​ໃໝ່​ດ້ານ​ການ​ຄ້າ​ຕໍ່​ຈີນ ທີ່​ຈໍາກັດ​ການ​ສົ່ງອອກໃນ​ອັນ​ທີ່​ເອີ້ນ​ວ່າ ​ແຮ່​ທາດທີ່
ຫາ​ຍາກຂອງ​ໂລກ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້​ກ່າວ​ວ່າ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ຈະ​ປະກາດ​ເລື້ອງ​ນີ້
ໃຫ້​ຊາບ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ສະຫະລັດ ພ້ອມດ້ວຍ​ສະຫະພາບ​ຢູ​ໂຣບ​ແລະ​ຍີ່ປຸ່ນ ຈະ​
ຍື່ນ​ສຳນວນ​ຟ້ອງ​ດັ່ງກ່າວ​ຕໍ່ ອົງການ​ການ​ຄ້າ​ໂລກ. ຈີນ​ເປັນ​ປະ​ເທດ​ສົ່ງ​ອອກແຮ່​ທາດ​ທີ່​
ຫາ​ຍາກລາຍ​ໃຫຍ່​ຂອງ​ໂລກ ອັນ​ປະກອບ​ດ້ວຍ​ ແຮ່​ທາດ 17 ຢ່າງ​ທີ່​ໃຊ້​ສໍາລັບ​ເຮັດ​ຜະ
ລິດ​ຕະພັນ​ເຕັກ​ໂນ​ໂລ​ຈີ​ຊັ້ນ​ສູງ ທີ່​ຮວມທັງ​ ພວກ​ໂທລະພາບ​ທີ່​ມີ​ຈໍ​ໜ້າ​ແບນ ​ເຮັດໝໍ້​ໄຟ
ລົດ​ທີ່​ໃຊ້​ທັງນໍ້າມັນ​ແລະ​ໄຟຟ້າທີ່​ເອີ້ນກັນ​ວ່າ hybrid ​ແລະ​ເຄື່ອງກັງ​ຫັນ​ລົມ.

ຈີນ​ກ່າວ​ວ່າ ຕົນ​ຈໍາກັດ​ການ​ສົ່ງ​ອອກ​ສິນຄ້າ​ປະ​ເພດ​ນີ້​ ໃນ​ຫວ່າງ​ບໍ່​ເທົ່າໃດ​ປີຜ່ານມາເພື່ອ
ຕອບ​ສະໜອງ​ຕໍ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໂຮງງານຂອງ​ຕົນ​ພາຍ​ໃນ​ປະເທດ​ແລະ
ເພື່ອ​ຜ່ອນຄາຍ​ຜົນ​ກະທົບ​ຕໍ່​ສະພາບ ແວດ​ລ້ອມ​ຈາກ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ເກີນ​ຂອບ​ເຂດ​ນັ້ນ.

ແຕ່​ທ່ານ Patrick Chovanec ສາດສະດາຈານ​ສອນ​ທີ່​ສະ​ຖາ​ບັນເສດຖະສາດ​ແລະ
ການບໍລິຫານ​ງານຂອງ​ມະຫາວິທະຍາ​ໄລ Tsing-hua ໃນ​ກຸງ​ປັກ​ກິ່ງກ່າວ​ຕໍ່​ວີ​ໂອ​ເອວ່າ
ອົງການການ​ຄ້າ​ໂລກ​ໄດ້​ຕັດສິນ​ຄັດຄ້ານ​ຈີນ​ແລ້ວ​ໃນ​ກໍລະນີ​ຄ້າຍຄື​ກັນ​ນີ້.

ກຸງ​ວໍ​ຊິງ​ຕັນ​ກ່າວ​ວ່າ ການ​ຈໍາກັດ​ທີ່​ວ່າ​ນີ້ ອໍານວຍ​ໃຫ້​ພວກ​ບໍລິສັດ​ຈີນໄດ້​ປຽບ​ຢ່າງ​ບໍ່​ຖືກ
ຕ້ອງຊອບ​ທໍາ ​ໂດຍ​ຂຶ້ນ​ຄ່າ​ການຜະລິດສໍາລັບ​ພວກບໍລິສັດ​ຕ່າງ​ຊາດ ​ແລະ​ທ່ານ Chova
nec ກ່າວ​ວ່າ ກຸງ​ປັກ​ກິ່ງ​ກໍາລັງພະຍາຍາມ​ບີບ​ບັງຄັບ​ພວກ​ໂຮງງານ​ຜະ​ຜິດ​ເຄື່ອງ​ເຕັກ​ໂນ
ໂລ​ຈີ​ຊັ້ນ​ສູງໃຫ້ຍົກຍ້າຍ​ການ​ປະຕິບັດ​ງານຂອງ​ຕົນ​ໄປ​ຍັງ​ຈີນ.

XS
SM
MD
LG