ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສົງໄທ ທໍາພິທີສະຫຼອງ ວັນມາຄະບູຊາ ຄົບຮອບ 2600 ປີຂອງວັນຕັດສະຮູ້ ຂອງພະພຸດທະເຈົ້າ



















ບັນດາພະ​ສົງ​ໄທ​ຫລາຍ​ໝື່ນ​ອົງ​ ພາກັນ​ໄປໂຮມ​ຊຸມນຸນຢູ່ໃນ​ໃຈກາງນະຄອນຫລວງບາງກອກ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອເປັນ​ຂີດ​ໝາຍຄົບຮອບ 2600 ປີ ທີ່​ພະພຸດທະ​ເຈົ້າ​ໄດ້​ຊົງ​ຕັດສະຮູ້.

ບັນດາ​ສາວົກ​ຂອງ​ພະພຸດທະ​ເຈົ້າ ​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ຕອນ​ເຊົ້າ​ມືດມື້​ນີ້​ເພື່ອສວດ​ມົນ​ເປັນ​ພາສາ​ໃນ​ພະ​ຄໍາ​ພີ​ສາສະໜາ​ພຸດ​ທີ່​ເກົ່າ​ແກ່. ຫລັງ​ຈາກນັ້ນ ​ພະສົງທັງ 2 ໝື່ນ​ອົງ​ກໍ​ໄດ້​ຍ່າງ​ຜ່ານ​ພວກປະຊາຊົນ​ທີ່ເຫລື້ອມ​ໄສໃນ​ສາສະໜາພຸດ​ ທີ່​ພາກັນ​ມາ​ຕັກບາດ.

ນອກນັ້ນ ພວກ​ພະສົງ​ເຫຼົ່າ​ນີ້ຍັງ​ໄດ້​ຮັບ​ຂອງ​ທານ​ເປັນ​ອາຫານ​ຫໍ່ເປັນ​ຖົງ​ແລະ​ອາຫານ​ກະປ໋ອງ​ ເພື່ອ​ຈະນໍາ​ໄປ​ແຈກ​ຢາຍ​ໃຫ້​ພວກ​ພະສົງ​ໃນ​ພາກ​ໃຕ້ຂອງ​ໄທ ທີ່​ໄດ້​ປະສົບ​ກັບ​ຄວາມ​ວຸ້ນວາຍນັ້ນ. ​ການ​ຕໍ່ສູ້​ກັນ​ມາ​ເປັນ​ເວລາ​ຫລາຍ​ປີລະຫວ່າງ​ກອງທັບແລະ​ພວກ​ນັກ​ຕໍ່ສູ້​ຫົວ​ແບ່ງ​ແຍກ ​ໄດ້ເຮັດ​ໃຫ້​ພວກ​ພະສົງ​ທີ່​ອາ​ໄສ​ຢູ່​ໃນ​ຫລາຍໆ​ຈັງຫວັດ​ໃນ​ພາກ​ໃຕ້​ອອກ​ຈາກ​ວັດ ອອກ​ໄປ​ບິນທະບາດບໍ່​ໄດ້.

ພິທີ​ສວດ​ມົນແລະ​ການ​ອອກ​ໄປ​ບິນທະບາດໃນ​ວັນ​ອາທິດ​ມື້​ນີ້ ຫລື​ວັນ​ມະຄະ​ບູຊາ​ນັ້ນ ​ແມ່ນ​ເປັນ​ຂີດ​ໝາຍ 2600 ປີຜ່ານ​ມາ ນັບ​ແຕ່​ເຈົ້າຊາຍ​ສິດ​ຖາ​ທະ ​ໂຄ​ຕາ​ມະ ​ຊົງ​ສະລະລາດ​ຊະ​ບັງ​ລັງ ເພື່ອໄປ​ຊອກ​ສະ​ແຫວ​ງການ​ຄວາມ​ສຸກ​ອັນ​ແທ້​ຈິງ ຊຶ່ງໃນ​ເວລາ​ຕໍ່​ມາ ພະ​ອົງ​ໄດ້ຊົງ​ບັນລຸ​ຄວາມ​ເປັນອໍາມະຕະເປັນ​ພະພຸດທະ​ເຈົ້າ​ນັ້ນ.

XS
SM
MD
LG