ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ກຸ່ມທະຫານບ້ານໃນອີຣັກ ປ່ອຍໂຕ ອະດີດທະຫານສະຫະລັດ


ນາຍ Randy Michaels ອະດີດທະຫານສະຫະລັດ ທີ່ເຫັນພາບໃນໂທລະພາບອີຣັກ ກ່າວຕໍ່ກອງປະຊຸມນັກຂ່າວທີ່ກຸງແບກແດ໊ດ ຫລັງຈາກຖືກປ່ອຍໂຕ. ວັນທີ 18 ມີນາ 2012.

ກຸ່ມ​ທະຫານ​ບ້ານ​ຈຸ​ນຶ່ງ​ທີ່​ຈົງ​ຮັກ​ພັກດີຕໍ່​ນັກ​ບວກ Moqtada al-Sadr ນິກາຍ Shi’ite
ແຫ່ງ​ອີຣັກ ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ຕົນ​ໄດ້​ປ່ອຍໂຕ​ ອະດີດ​ທະຫານ​ສະຫະລັດ​ຄົນ​ນຶ່ງ
ຫລັງ​ຈາກກັກຜູ້ກ່ຽວ​ໄວ້​ເປັນ​ໂຕ​ປະກັນມາ​ໄດ້​ດົນ​ກວ່າ 9 ​ເດືອນ ​ແລະ​ໄດ້​ມອບ​ໂຕ​ຜູ້ກ່ຽວ
ເຈົ້າ​ໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ໃນ​ອີຣັກ.

ຄົນ​ອະ​ເມ​ຣິກາ​ຄົນ​ນີ້​ ທີ່ຖືກ​ລະບຸຊື່ວ່າ Randy Michael Hultz ​ໄດ້​ປາກົດ​ໂຕ​ຢູ່​ໃນໂທລະ
ພາບ​ອີຣັກ ພ້ອມ​ກັບ​ພວກ​ສະມາຊິກ​ສະພາ​ຜູ້​ແທນ ອິຣັກສອງ​ຄົນ​ຈາກ​ຂະບວນການຂອງ​
ນັກບວດ al-Sadr. ຜູ້​ແທນ​ຄົນ​ນຶ່ງ​ ທ່ານ​ນາງ Maha al-Douri ກ່າວ​ວ່າ ນາຍ Hultz
ຖືກ​ປ່ອຍ​ໂຕ ​ໂດ​ບໍ່​ໄດ້​ເສຍຄ່າ​ຊົດ​ເຊີຍ​ໃດໆ ຊຶ່ງ​ທ່ານ​ນາງ​ເອີ້ນ​ການ​ປ່ອຍ​ໂຕຜູ້ກ່ຽວ ​ວ່າເປັນ
ຂອງ​ຂວັນ​ໃຫ້​ແກ່​ຄອບຄົວ​ຂອງ​ລາວ ​ແລະ​ສະ​ແດງ​ໃຫ້​ເຫັນ​ພາບ​ພົດຂອງ​ສາສະໜາ​ອິສ
ລາມ​ອັນແທ້​ຈິງ.

ນາຍ Hultz ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ ທີ່​ຈັດ​ຂຶ້ນ​ຢ່າງ​ກະທັນຫັນ​ຢູ່​ນອກ​ບໍລິ​ເວນ​ເຂດ​ສີ
ຂຽວ​ຫລື Green Zone ​ໃນ​ກຸງ​ແບກ​ແດ໊ດວ່າ ລາວ​ໄດ້ຖືກ​ສົ່ງ​ໄປ​ປະ​ຈໍາ​ການຢູ່​ອີຣັກ​ໃນ​ປີ
2003​ແລະ​ໄດ້​ຮັບ​ໃຊ້​ໃນ ​ຖານະ​ທະຫານເປັນ​ເວລາ 15 ​ເດືອນ​. ນາຍ Hultz ກ່າວ​ວ່າ
ຫລັງ​ຈາກ​ນັ້ນລາວໄດ້​ອາ​ໄສ​ຢູ່​ໃນ​ອີຣັກ​ ​ໃນ​ຖານະ​ເປັນ​ພົນລະ​ເຮືອນ ຈົນ​ຮອດ​ເວລາ​ຖືກ
ລັກພາ​ໂຕ​ໄປ​ໃນ​ເດືອນ​ມິຖຸນາ​ ປີ 2011 ​ໂດຍພວກ​ກຸ່ມ​ຂອງໜ່ວຍ​ກອງ​ພົນ​ນ້ອຍ Pro
mised Day Brigade ຊຶ່ງ​ເປັນ​ສາຂາ​ນຶ່ງ​ຂອງ​ກອງທັບ Mahdi ທີ່​ຄອບ​ຄຸມ​ໂດຍ​ນັກ
ບວດຕໍ່ຕ້ານອາ​ເມຣິກັນ ​al-Sadr ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກຸ່ມ Sadr ກ່າວ​ວ່າ ນາຍ Hultz ​ໄດ້​ຖືກ​ນໍາ​ເຂົ້າ​ໄປ​ຍັງ​ເຂດ​ສີຂຽວ​ໃນ
ທັນທີ ຫລັງ​ຈາກ​ປາກົດ​ໂຕ​ຕໍ່​ກອງ​ປະຊຸ​ມນັກຂ່າວແລ້ວ ແລະ​ຖືກ​ມອບ​ໂຕ​ໃຫ້​ເຈົ້າ​ໜ້າ​ທີ່​ສະ
ຫະ​ປະຊາ​ຊາດ ຊຶ່ງ​ຕໍ່​ມາ​ທາງອົງການ​ສະຫະ​ປະຊາຊາດ​ກໍໄດ້​ມອບ​ໂຕ​ຜູ້ກ່ຽວ​ ໃຫ້​ສະຖານ
ທູດ​ສະຫະລັດ​ໃນຕອນ ​ແລງ​ວັນ​ເສົາ​ວານ​ນີ້.

XS
SM
MD
LG