ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກະສັດ ຂອງເກາະ Tonga ສິ້ນພະຊົນ


ກະສັດ George Tupou V ແຫ່ງປະເທດເກາະຕົງກາ ທີ່ສິ້ນພະຊົນ ເມື່ອວັນທີ 18 ມີນາ 2012 ນີ້.
ກະສັດ George Tupou V ແຫ່ງປະເທດເກາະຕົງກາ ທີ່ສິ້ນພະຊົນ ເມື່ອວັນທີ 18 ມີນາ 2012 ນີ້.

ນາຍົກ​ລັດ​ຖະ​ມົນ​ຕີ Tonga ​ໄດ້​ປະກາດ​ຂ່າວການ​ສີ້​ນພະ​ຊົນຂອງ​ ​ ກະສັດ George
Tupou ທີ 5 ເຈົ້າ​ຊີວິດຂອງ​ເກາະ​ດັ່ງກ່າວ ທີ່​ຕັ້ງ​ຢູ່​ໃນ​ມະ​ຫາ​ສະມຸດປາຊີ​ຟິກ.

ນາ​ຍົກ​ລັດ​ຖະ​ມົນ​ຕີ Lord Tu’ivakano ກ່າວ​ວ່າ ​ກະສັດ Tupou ທີ່​ມີ​ພະ​ຊົນມາຍຸ
63 ພັນ​ສາ ​ໄດ້​ສີ້​ນພະ​ຊົນ​ໃນ​ວັນ​ອາທິດ​ວານ​ນີ້ ທີ່​ໂຮງພະຍາບາ​ນ​ແຫ່ງ​ນຶ່ງ​ໃນຮົງ​ກົງ ​
ໂດຍມີພະ​ອະນຸຊາ​ຫລື​ນ້ອງ​ຊາຍ ຄືເຈົ້າຟ້າ​ຊາຍ Tupouto’a Lavaka ​ຜູ້ຈະ​ຂຶ້ນແທນ
ບັນລັງນັ້ນ ​ ​ຢູ່​ຄຽງຂ້າງພະ​ອົງ.

ກະສັດ Tupou ຊຶ່ງ​ເປັນ​ທີ່​ຮູ້ກັນ​ແກ່​ໂລກ​ພາຍ​ນອກ​ວ່າ ເປັນ​ກະສັດ​ທີ່​ແປກ​ ຕ່າງ​ໝູ່
ເຊັ່ນວ່າ ມັກ​ຂີ່​ລົດແທັກ​ຊີ​ອ້ອມ​ກຸ​ງລອນ​ດອນ​ເພື່ອ​ຊົມ​ເມືອງ​ນັ້ນ ຈະ​ຢູ່​ໃນຄວາມ​ຊົງ​ຈໍາ​
ຂອງ​ໄພ່ຟ້າ​ປະ​ຊາກ​ອນຂອງ​ພະ​ອົງ ວ່າ​ເປັນ​ຜູ້ນໍາເອົາປະຊາທິປະໄຕ ມາສູ່​ປະ​ເທດ
ເກາະດອນ​ນ້ອຍໆ​ແຫ່ງ​ນັ້ນ ທີ່​ມີ​ປະຊາກອນພຽງ ແສນ ຄົນ. ພະ​ອົງ​ໄດ້​ຂຶ້ນ​ຄອງ​
ລາດ​ເປັນ​ເຈົ້າ​ຊີ​ວິດ ​ໃນເດືອນ​ກັນຍາ ປີ 2006 ຫລັງ​ຈາກການ​ສິ້ນພະ​ຊົນ​ຂອງ​ພະບິດາ
ກະສັດ Taufa’ahau Toupou ທີ 4.

ໃນ​ເດືອນ​ພະຈິກ 2010 ປະ​ເທດຕົງ​ກາໄດ້ຈັດ​ການ​ເລືອກ​ຕັ້ງ​ໂດຍ​ກົງ​ຄັ້ງ​ທໍາ​ອິດຂຶ້ນ
ຊຶ່ງ​ເປັນ​ຂີດ​ໝາຍຈຸດອາ​ວະສາ​ນຂອງການ​ປົກ​ຄອງໂດຍ ​ເຈົ້າ​ຊີວິດ​ ມາເປັນ​ເວລາຫລາຍ​
ຮ້ອຍ​ປີ​ນັ້ນ. ຕໍ່​ມາໃນ​ເດືອນ​ທັນ​ວາ ສະມາ​ຊິກ​ສະພາທີ່ຖືກ​ເລືອກ​ຕັ້ງ​ຂື້ນ​ມາໃໝ່ ກໍໄດ້​ຮັບ
ຮອງເອົາ Lord Tu'ivakano ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ທໍາ​ອິດ. ​ໃນ​ອະດີດ​ນັ້ນ
ນາ​ຍົກ​ລັດ​ຖະະ​ມົນຕີແມ່ນ​ໄດ້ຖືກ​ແຕ່ງ​ຕັ້ງ ​ໂດຍກະສັດ.

XS
SM
MD
LG