ເອກອັກຄະລັດຖະທູດຝຣັ່ງ ໄດ້ຮັບຄຳຂາດ ເມື່ອສັບປະດາແລ້ວ ໃຫ້ອອກຈາກໄນເຈີ ພາຍໃນ 48 ຊົ່ວໂມງ
ບັນດານັກສືບສວນຣັດເຊຍ ກ່າວໃນວັນອາທິດວານນີ້ວ່າ ການກວດດ້ານພັນທຸກຳ ແລະນິຕິເວດໄດ້ສະແດງໃຫ້ເຫັນວ່າ ທ່ານເຍັບເກນີ ປຣີໂກຊິນ ຫົວໜ້າກຸ່ມທະຫານຮັບຈ້າງແວັກເນີ ແມ່ນຮວມຢູ່ໃນ 10 ຄົນ ທີ່ໄດ້ເສຍຊີວິດຍ້ອນເຮືອບິນຕົກ ອາທິດແລ້ວນີ້ ຢູ່ໃນຣັດເຊຍ
ໃນເດືອນພຶດສະພາຜ່ານມາ, ກະຊວງການຕ່າງປະເທດສະຫະລັດໄດ້ປະນາມລາຍງານການຈັບກຸມຂອງທ່ານໂຊນັອຟ (Shonov) ໂດຍກ່າວວ່າ ການກ່າວຫາຕໍ່ທ່ານແມ່ນ "ບໍ່ມີຄຸນນະທຳໂດຍຊິ້ນເຊິງ"
ສ່ວນເວັບໄຊການທ່ອງທ່ຽວຂອງອອສເຕຣເລຍນັ້ນ ຈັດອັນດັບໃຫ້ລາວ ເປັນ 1 ໃນຈໍານວນ 25 ປະເທດ ໃນໂລກທີ່ເປັນຈຸດໝາຍປາຍທາງ ຂອງການທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຫລາຍທີ່ສຸດໃນໂລກ
ສານມົສກູແຫ່ງນຶ່ງ ໃນວັນພະຫັດວານນີ້ ໄດ້ຕໍ່ເວລາອອກໄປ ອີກສາມເດືອນ ການຄຸມຂັງກ່ອນການດຳເນີນຄະດີນັກຂ່າວສະຫະລັດ ທ່ານເອແວັນ ເກີສໂກວິຈ
ກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ ໂດຣນ 42 ລຳໄດ້ຖືກທຳລາຍຢູ່ເໜືອເຂດແຫຼມໄຄຣເມຍ (Crimea) 9 ລຳຖືກຍິງຕົກໂ ດຍກຳລັງປ້ອງກັນທາງອາກາດ, 33 ລຳໂດຍເຄື່ອງມື ສຳລັບສົງຄາມເອເລັກໂຕຼນິກ. ແຫຼມໄຄຣເມຍ ໄດ້ຖືກຣັດເຊຍຍຶດເອົາ ໃນປີ 2014
ຮອງນາຍົກລັດຖະມົນຕີຢູເຄຣນ ທ່ານໂອເລັກຊານເດີ ກູບຣາກັອຟ (Oleksandr Kubrakov) ກ່າວໃນສື່ສັງຄົມ ອອນລາຍວ່າ ອາຫານປະເພດເມັດນີ້ ແມ່ນແນໃສ່ສຳລັບສົ່ງໄປອີຢິບ ແລະ ໂຣມາເນຍ
ຜູ້ແຂ່ງຂັນ 9 ຄົນໄດ້ຮັບສິດພາຍໃຕ້ກົດລະບຽບຂອງພັກຣີພັບບລີກັນທີ່ຈະໄປຢູ່ເທິງເວທີໃນສະໜາມກິລາ Fiserv Forum
ກອງທັບຂອງຢູເຄຣນ ໄດ້ກ່າວວ່າ ຣັດເຊຍ ໄດ້ສົ່ງໂດຣນ 20 ລຳ ໃນຕອນຂ້າມຄືນ ເຂົ້າໄປຍັງຢູເຄຣນ ແລະວ່າ ລະບົບປ້ອງກັນໄພທາງອາກາດຂອງຢູເຄຣນ ສາມາດຍິງໂດຣນເກົ້າລຳຕົກ ຢູ່ເທິງເມືອງທ່າໂອເດຊາ ແລະອີກສອງລຳ ຢູ່ໃນພື້ນທີ່ເມືອງຊາໂປຣິສເຊຍ
ຫ້ອງການພະຍາກອນອາກາດແຫ່ງຊາດສະຫະລັດ ໄດ້ຮຽກຮ້ອງໃຫ້ຜູ້ຄົນພາກັນອອກຈາກຖະໜົນຫົນທາງໃນເຂດນະຄອນລອສແອນເຈີລິສ ເນື່ອງຈາກນ້ຳຖ້ວມທີ່ອັນຕະລາຍ. ໄດ້ມີລາຍງານດິນເຈື່ອນ ແລະຖະໜົນຫັກພັງຈາກນໍ້າຖ້ວມຢູ່ໃນບັນດາປະຊາຄົມຈຳນວນນຶ່ງ
ທ່ານໄບເດັນ ໄດ້ກາວຕື່ມວ່າ ປະເທດໂສກເສົ້າເສຍໃຈກັບພວກຜູ້ເຄາະຮ້າຍ ແລະວ່າ ລັດຖະບານຂອງທ່ານ ຈະເຮັດທຸກສິ່ງທຸກຢ່າງທີ່ເປັນໄປໄດ້ ເພື່ອຊ່ອຍໃນຄວາມພະຍາຍາມຟື້ນຟູ ແລະເຄົາລົບນັບຖືຮີດຄອງປະເພນີແລະວັດທະນະ ທຳຂອງທ້ອງຖິ່ນ ຂະນະທີ່ມີການສ້າງສາຄືນໃໝ່ແຫ່ງນີ້
ທ່ານຮຸນ ມາເນດ ອາຍຸ 45 ປີ ຖືກເລືອກໂດຍສະພາຂອງກໍາປູເຈຍ, ພຽງບໍ່ເທົ່າໃດອາທິດລຸນຫຼັງ ທ່ານຮຸນ ເຊນ ອາຍຸ 71 ປີ ປະກາດໃຫ້ລູກຊາຍເປັນຜູ້ສືບທອດ
ຣັດເຊຍໄດ້ກ່າວໃນວັນອັງຄານມື້ນີ້ວ່າ ການປ້ອງກັນທາງອາກາດຂອງຕົນໄດ້ຍິງໂດຣນຂອງຢູເຄຣນຕົກ ຢູ່ເຂດນ່ານຟ້າມົສກູ ແລະເຂດບຣິແຢງ ທີ່ຕັ້ງຢູ່ຕາມຊາຍແດນຂອງສອງປະເທດ
ແຕ່ຢ່າງໃດກໍຕາມ ເງິນກີບລາວກໍຍັງສືບຕໍ່ອ່ອນຄ່າລົງ ຊຶ່ງພາໃຫ້ອັດຕາເງິນເຟີ້ສູງຂຶ້ນ ແລະໜີ້ສາທາລະນະກໍສູງຂຶ້ນໄປຕາມໆກັນ. ທັງນີ້ ກໍແມ່ນເປັນຍ້ອນການປ່ອຍໃຫ້ໃຊ້ສະກຸນເງິນຕາຕ່າງປະເທດຢ່າງເສລີ ໂດຍບໍ່ຜ່ານທະນາຄານມາແຕ່ດົນນານແລ້ວ
ບັນດານັກພະຍາກອນອາກາດໄດ້ກ່າວວ່າທະເລຊາຍບາງເຂດອາດມີຝົນຫຼາຍເຖິງ 12 ຫາ 25 ຊັງຕີແມັດ
ທຳນຽບຂາວກ່າວວ່າ ທ່ານໄບເດັນ ແລະສະຕີໝາຍເລກນຶ່ງ ທ່ານນາງຈີລ ໄບເດັນ ຈະ “ເຫັນໄດ້ດ້ວຍຕົວເອງ ເຖິງຜົນກະທົບຈາກໄຟໄໝ້ປ່າທີ່ຮ້າຍແຮງດັ່ງກ່າວ ພ້ອມທັງປຶກສາຫາລື ກ່ຽວກັບຄວາມພະຍາຍາມໃນການຟື້ນຟູ
ນາຍົກລັດຖະມົນຕີ ເດັນມາກ ໄດ້ສັນຍາຈະມອບເຮືອບິນລົບ F-16 ໃຫ້ ຢູເຄຣນ ແລະ ໄດ້ກ່າວວ່າ ທ່ານນາງຫວັງວ່າ 6 ລຳທຳອິດຈະຖືກສົງໄປປະມານເລີ່ມຕົ້ນຂອງປີໃໝ່
ຍານອະວະກາດຣັດເຊຍ ມີກຳນົດລົງຈອດຢູ່ຂົ້ວດວງຈັນກ້ຳໃຕ້ ໃນວັນຈັນມື້ນີ້
ຫຼັງຈາກທີ່ຣັດເຊຍຍິງໂດຣນຕົກ, ເສດຊິ້ນສ່ວນຈາກການໂຈມຕີ ໄດ້ຕົກໃສ່ ສູນວາງສະແດງສິນຄ້າ Expo Center ຂະໜາດໃຫຍ່ຂອງມົສກູ, ເຊິ່ງຕັ້ງຢູ່ຫ່າງຈາກວັງເຄຣມລິນ (Kremlin) ບໍ່ຮອດ 4 ໄມ
ໄຟປ່າ, ເຊິ່ງໃນຈຸດນຶ່ງໄດ້ແຜ່ລາມໄປຫຼາຍກວ່ານຶ່ງກິໂລແມັດໃນທຸກໆນາທີ, ໄດ້ທຳລາຍເມືອງ ລາໄຮນາ ທັງໝົດ, ເຊິ່ງແມ່ນສະຖານທີ່ທ່ອງທ່ຽວແຄມທະເລທີ່ໄດ້ຮັບຄວາມນິຍົມ
ໂຫລດຕື່ມອີກ