ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ຈະໄປຢ້ຽມຢາມລັດຮາວາຍ ລຸນຫຼັງເຫດການໄຟໄຫມ້ປ່າ


ສະມາຊິກທີມຄົ້ນຫາ ແລະກູ້ຊີບເຮັດວຽກກັບໝາຄົ້ນຫາ ໃນຂະນະທີ່ພວກເຂົາກວດສອບເບິ່ງຕຶກອາຄານ ແລະລົດທີ່ຖືກໄຟໄໝ້ ຫຼັງຈາກໄຟໄໝ້ປ່າຢູ່ມາວອີ (Maui) ໃນເມືອງ ລາຮາຍນາ (Lahaina), ລັດຮາວາຍ (Hawaii), ວັນທີ 18 ສິງຫາ 2023
ສະມາຊິກທີມຄົ້ນຫາ ແລະກູ້ຊີບເຮັດວຽກກັບໝາຄົ້ນຫາ ໃນຂະນະທີ່ພວກເຂົາກວດສອບເບິ່ງຕຶກອາຄານ ແລະລົດທີ່ຖືກໄຟໄໝ້ ຫຼັງຈາກໄຟໄໝ້ປ່າຢູ່ມາວອີ (Maui) ໃນເມືອງ ລາຮາຍນາ (Lahaina), ລັດຮາວາຍ (Hawaii), ວັນທີ 18 ສິງຫາ 2023

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຈະເດີນທາງໄປທີ່ລັດເກາະປາຊີຟິກ ຂອງລັດຮາວາຍໃນວັນຈັນນີ້ ເພື່ອພົບປະກັບເຈົ້າໜ້າທີ່ແລະຜູ້ລອດຊີວິດ ແລະສຳຫຼວດເບິ່ງຄວາມເສຍຫາຍຈາກໄຟໄໝ້ປ່າ ທີ່ທຳລາຍລ້າງເມືອງມາວອີ (Maui).

ທຳນຽບຂາວ​ກ່າວ​ວ່າ ທ່ານໄບເດັນ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານນາງຈີລ ໄບເດັນ ຈະ “ເຫັນ​ໄດ້​ດ້ວຍ​ຕົວ​ເອງ​ ເຖິງ​ຜົນ​ກະ​ທົບ​ຈາກ​ໄຟ​ໄໝ້​ປ່າ​ທີ່​ຮ້າຍ​ແຮງ​ດັ່ງ​ກ່າວ ​ພ້ອມ​ທັງ​ປຶກ​ສາ​ຫາ​ລື ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ໃນການຟື້ນ​ຟູ.

​ເຫດການໄຟ​ໄໝ້​ໃນ​ຕົ້ນ​ເດືອນ​ນີ້ ​ໄດ້​ສ້າງຄວາມເສຍຫາຍ​ຢ່າງ​ກວ້າງ​ຂວາງ​ໃນ​ເມືອງແຄມທະເລ ລາຮາຍນາ (Lahaina) ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 114 ຄົນ. ຜູ້ປົກຄອງລັດ ທ່ານຈອຊ ກຣີນ (Josh Green) ໄດ້ກ່າວວ່າ ຈຳນວນຜູ້ເສຍຊີວິດຄາດວ່າຈະເພີ່ມຂຶ້ນ ພ້ອມກັບຄວາມພະຍາຍາມໃນການຊອກຫາຜູ້ສູນຫາຍທີ່ຍັງດຳເນີນຢູ່.

ທ່ານ ກຣີນ (Green) ບອກກັບລາຍການ "Face the Nation" ຂອງ CBS ໃນວັນອາທິດວ່າ ທີມງານຄົ້ນຫາໄດ້ຄົ້ນຫາໄປແລ້ວ 85 ເປີເຊັນ ຂອງ​ພື້ນ​ທີ່, ແຕ່ພາກສ່ວນທີ່ຍັງເຫຼືອ ອາດໃຊ້ເວລາຫຼາຍອາທິດ. ທ່ານ​ກ່າວ​ວ່າ ມີ​ຫຼາຍ​ກວ່າ 1,000 ຄົນ​ຍັງ​ຊອກ​ຫາ​ບໍ່​ເຫັນ​ເທື່ອ.

"ມື້ອື່ນປະທານາທິບໍດີຈະມາຮອດ, ແລະຂ້າພະເຈົ້າຈະຈັດການເລື້ອງນີ້ ເພື່ອຮັບປະກັນວ່າການຟື້ນຟູຂອງ​ພວກ​ເຮົາ​ຈະ​ມີ​ຂຶ້ນ​ໂດຍ​ໄວເທົ່າທີ່ຈະໄວໄດ້," ທ່ານກຣີນ ກ່າວໃນວິດີໂອ ທີ່ຖືກເຜີຍແຜ່ໃນຕອນແລງວັນອາທິດ.

ນອກຈາກນີ້,​ ທ່ານຍັງໄດ້ກ່າວເຖິງຄວາມກັງວົນ ກ່ຽວກັບການສ້າງສາຄືນໃຫມ່ໃນ ລາຮາຍນາ (Lahaina) ແລະການໃຫ້ຄວາມເຄົາລົບວັດທະນະທໍາຮາວາຍພື້ນເມືອງ, ໂດຍກ່າວວ່າຝ່າຍບໍລິຫານຂອງທ່ານ "ຈະຟັງສຽງຂອງ ລາຮາຍນາ (Lahaina) ເພື່ອບອກວ່າ ພວກເຮົາຈະສ້າງສາໃຫມ່ແນວໃດ ແລະເວລາໃດ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG