ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກທ່ອງທ່ຽວໄທ ເຂົ້າມາທ່ຽວລາວ ຫຼາຍກວ່າປະເທດອື່ນໆ ຊຶ່ງເປັນອັນດັບນຶ່ງ ໃນຕະຫລອດໄລຍະ 7 ປີກວ່າຜ່ານມານີ້


ບັນດານັກທ່ອງທ່ຽວໄທ ກຳລັງລຽນແຖວເພື່ອຍື່ນເອກະສານ ຢູ່ຂາອອກຝັ່ງໄທ ຂອງດ່ານກວດຄົນເຂົ້າເມືອງ ຂົວມິດຕະພາບ ລາວ-ໄທ.
ບັນດານັກທ່ອງທ່ຽວໄທ ກຳລັງລຽນແຖວເພື່ອຍື່ນເອກະສານ ຢູ່ຂາອອກຝັ່ງໄທ ຂອງດ່ານກວດຄົນເຂົ້າເມືອງ ຂົວມິດຕະພາບ ລາວ-ໄທ.

ນັກທ່ອງທ່ຽວໄທ ເຂົ້າມາທ່ຽວລາວຫລາຍເປັນອັນດັບນຶ່ງຕະຫລອດໄລຍະ 6 ປີກວ່າຜ່ານມານີ້ ໂດຍສະເພາະແມ່ນໃນໄລຍະ 6 ເດືອນຕົ້ນປີ 2023 ນີ້. ນັກຂ່າວຂອງພວກເຮົາມີລາຍລະອຽດເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນັກທ່ອງທ່ຽວໄທ ໄດ້ເປັນກຸ່ມນັກທ່ອງທ່ຽວຫລາຍເປັນອັນດັບນຶ່ງທີ່ເຂົ້າມາທ່ຽວ ລາວ ໃນໄລຍະ 7 ປີກວ່າຜ່າານມານີ້. ໂດຍສະເລ່ຍແລ້ວ ນັກທ່ອງທ່ຽວຈາກປະເທດເພື່ອນບ້ານດັ່ງກ່າວ ມາທ່ອງທ່ຽວລາວ ປະມານປີລະ 2 ລ້ານຄົນໃນໄລຍະ 3 ປີ ຊຶ່ງກໍຄື ປີ 2017 ຫາ 2019 ກ່ອນການລະບາດຂອງພະຍາດໂຄວິດ-19 ອີງຕາມ ກົມພັດທະນາການທ່ອງທ່ຽວລາວ.

ພາຍຫລັງທີ່ລາວເລີ້ມເປີດປະເທດຢ່າງເຕັມສ່ວນໃນກາງປີ 2022 ມີນັກທ່ອງທ່ຽວໄທ ເຂົ້າມາລາວ 731 ພັນກວ່າຄົນ ແລະກໍສືບຕໍ່ເປັນກຸ່ມນັກທ່ອງທ່ຽວທີ່ມີຈໍານວນສູງກວ່າໝູ່ໃນກຸ່ມນັກທ່ອງທ່ຽວທີ່ມາທ່ຽວລາວ ຊຶ່ງກໍຄື ມີເກືອບຮອດ 669 ພັນຄົນ ໃນໄລຍະ 6 ເດືອນຕົ້ນປີນີ້, ຮອງລົງມາແມ່ນຫວຽດນາມ ຊຶ່ງມີເກືອບຮອດ 399 ພັນຄົນ ແລະຈີນເປັນອັນດັບທີ 3 ທີ່ມີຈໍານວນ 317 ພັນກວ່າຄົນ, ອີງຕາມ ກົມພັດທະນາການທ່ອງທ່ຽວລາວ.

ສະຖານທີ່ ທີ່ເຂົາເຈົ້າມັກໄປທ່ຽວຫລາຍທີ່ສຸດກໍຄື ເມືອງມໍລະດົກໂລກຫລວງພະບາງ. ສິ່ງທີ່ພາໃຫ້ນັກທ່ອງທ່ຽວໄທເຂົ້າມາລາວນັ້ນ ກໍມີຫລາຍປັດໄຈ ດັ່ງທີ່ເຈົ້າຂອງບໍລິສັດ ແຮບປີທົວ ຊີ້ແຈງສູ່ຟັງວ່າ:

“ຍ້ອນເງິນມັນເປັນສ່ວນນຶ່ງ ສ່ວນທີສອງຄືວ່າ ຄົນໄທຮູ້ຈັກປະເທດລາວດີ ສ່ວນທີສາມຈຸດດືງດູດກະຄືວ່າ ຍ້ອນມີລົດໄຟຄວາມໄວສູງ ແລະອັນທີສີ່ຄື ການສື່ສານມັນງ່າຍ ຕ່າງການໄປຫວຽດນາມ ຫລືການໄປຈີນ ຊັ້ນນະ ອັນຄ່າຄອງຊີບມັນສໍ່າໆກັນກັບໄທ ສໍາລັບການກິນບາງບ່ອນກະແພງກ່ອນໄທ ກະມີ”.

ອີກດ້ານນຶ່ງກໍແມ່ນຄວາມສະດວກ ໃນການເດີນທາງໄປມາ ເພາະເປັນປະເທດ ໃກ້ຄຽງກັນ ດັ່ງທີ່ນັກທຸລະກິດລາວທ່ານນຶ່ງໃຫ້ເຫດຜົນວ່າ:

“ເຂົາກະດີຂຶ້ນ ເຂົາກະມາໃຊ້ຈ່າຍ ມາກິນມາມ່ວນ ມາສະໜຸກຢູ່ລາວ ກະມາເບິ່ງຊີວິດການເປັນຢູ່ຂອງຄົນລາວນີ້ ມັນທຸກແທ້ບໍ ຈາກເງິນເຟີ້ຂຶ້ນມາຫັ້ນເນາະ ແລະອັນທີສາມນີ້ປະເທດໄທ ເຂົາກະເວົ້າຢູ່ແລ້ວວ່າ ຄົນໄທທ່ຽວໄທ ນີ້ເນາະ ເຂົາກະເປີດກວ້າງ ເຂົາໝົດໄປທ່ຽວໄທແລ້ວ ກະມາລາວເພາະລາວມັນກະດິນຕໍ່ແຜ່ນເດ ເຂົາມາມັນກະງ່າຍເດ ຄືແຂວງຈໍາປາສັກ ຢູ່ໃສກະມີແຕ່ຄົນໄທໝົດມາທ່ຽວ ເຂົາກະເອົາເງິນມາຈ່າຍໃຫ້ເຮົາແດ່ຫັ້ນນະ ຜົນປະໂຫຍດມັນເປັນແນວນັ້ນນະ ແຕ່ໄປຕ່າງປະເທດຄືໄປປະເທດຂະເໝນນີ້ຄ່າໃຊ້ຈ່າຍຄ່າປີ້ຍົນໄປຈີນ ໄປຫວຽດນາມ ໄປຈີນບໍ່ທໍາມະດາໃດ ຄ່າລົດຝອກ

ລົດໄຟ”.

ສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ໃນແຂວງຫຼວງພະບາງ
ສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ໃນແຂວງຫຼວງພະບາງ

ສ່ວນເວັບໄຊການທ່ອງທ່ຽວຂອງອອສເຕຣເລຍນັ້ນ ຈັດອັນດັບໃຫ້ລາວ ເປັນ 1 ໃນຈໍານວນ 25 ປະເທດ ໃນໂລກທີ່ເປັນຈຸດໝາຍປາຍທາງ ຂອງການທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຫລາຍທີ່ສຸດໃນໂລກ.

ແຕ່ຢ່າງໃດກໍຕາມ ປະເທດລາວ ໂດຍສະເພາະເມືອງມໍລະດົກໂລກຫລວງພະບາງ ກໍຍັງບໍ່ສາມາດດຶງດູດເອົານັກທ່ອງທ່ຽວ ໄດ້ໃກ້ກັບໂຕເລກທີ່ຕັ້ງໄວ້ໃນແຜນການ 5 ປີ ແຕ່ປີ 2020 ຫາ 2025 ກໍຄື 5 ລ້ານຄົນ ເພາະໃນ 2 ປີ ເຄິ່ງຜ່ານມານນີ້ ຫລວງພະບາງ ມີນັກທ່ອງທ່ຽວໄປທ່ຽວພຽງແຕ່ 1 ລ້ານ 1 ແສນກວ່າຄົນ ຊຶ່ງກວມເອົາພຽງ ແຕ່ 26 ເປີເຊັນຂອງຈໍານວນທີ່ວາງໄວ້ນັ້ນ. ໃນຈໍານວນ 1 ລ້ານກວ່າຄົນນັ້ນ ກໍມີນັກທ່ອງທ່ຽວຕ່າງປະເທດຢູ່ 60 ເປີເຊັນ ສ່ວນທີ່ເຫລືອ ກໍເປັນນັກທ່ອງທ່ຽວຈາກພາຍໃນປະເທດ.

ເນື່ອງຈາກວ່າ ການທີ່ມີນັກທ່ອງທ່ຽວເຂົ້າປະເທດເພີ້ມຂຶ້ນ ໄດ້ສ້າງລາຍໄດ້ເປັນ ເງິນຕາຕ່າງປະເທດໃຫ້ແກ່ລາວ ຫລາຍຂຶ້ນ ເຊັ່ນໃນໄລຍະ 2 ປີກວ່າຜ່ານມາ ເມືອງຫລວງພະບາງ ກໍສາມາດສ້າງລາຍຮັບຈາກການທ່ອງທ່ຽວ ໄດ້ຫລາຍກວ່າ 500 ລ້ານໂດລາໃນໄລຍະະສອງປີກວ່າຜ່ານມາ, ອີງຕາມພະແນກຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວຂອງແຂວງຫລວງພະບາງ.

ສະນັ້ນ ທາງລັດຖະບານລາວ ໄດ້ຈັດປີ 2024 ເປັນປີແຫ່ງການທ່ອງທ່ຽວ ແລະໄດ້ຂໍການຊ່ວຍເຫລືອຈາກສາກົນ ເຊັ່ນທະນາຄານພັດທະນາເອເຊຍ ຫລື ADB ເພື່ອຝຶກອົບຮົມບຸກຄະລາກອນ ແລະເຈົ້າຂອງທຸລະກິດ ໃນການ ບໍລິການນັກທ່ອງທ່ຽວ ເພື່ອກະກຽມຮັບຕ້ອນນັກທ່ອງທ່ຽວ ໃຫ້ມີຄຸນນະພາບດີຂຶ້ນ, ອີງຕາມແຫລ່ງຂ່າວທ້ອງຖິ່ນ.

XS
SM
MD
LG