ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸຮີແລຣີ ພາໃຫ້ເກີດຝົນຕົກໜັກ ແລະ ນໍ້າຖ້ວມ ຢູ່ລັດຄາລິຟໍເນຍ 


ທ້າວດໍຣຽນ ພາດິລລາ ນັ່ງຢູ່ກົ້ນລົດຂອງລາວ ລໍ້ຖ້າໃຫ້ລັດມາແກ່ເອົາ ຫລັງຈາກຕິດຄ້າງຢູ່ຂີ້ຕົມ ວັນທີ່ 21 ສິງຫາ 2023 ເມືອງຄາທຣີໂດຣນ ລັດຄາລິຟໍເນຍ
ທ້າວດໍຣຽນ ພາດິລລາ ນັ່ງຢູ່ກົ້ນລົດຂອງລາວ ລໍ້ຖ້າໃຫ້ລັດມາແກ່ເອົາ ຫລັງຈາກຕິດຄ້າງຢູ່ຂີ້ຕົມ ວັນທີ່ 21 ສິງຫາ 2023 ເມືອງຄາທຣີໂດຣນ ລັດຄາລິຟໍເນຍ

ຝົນຕົກໜັກຫລັງຈາກພາຍຸເຂດຮ້ອນຮີແລຣີ ໄດ້ເຮັດໃຫ້ເກີດນໍ້າຖ້ວມຫຼາຍ​ລັດທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດໃນວັນຈັນວານນີ້ ໃນຂະນະທີ່ບັນ ດານັກພະຍາກອນອາກາດໄດ້ເຕືອນເຖິງການຂົ່ມຂູ່ທີ່ເປັນໄພອັນຕະລາຍຕໍ່ຊີວິດ ແລະໄພ​ພິ​ບັດ ຈາກ​ລົມ​ພາຍຸທີ່ບໍ່ຄ່ອຍມີ ໃນຂະນະທີ່ມັນເຄື່ອນຍ້າຍເຂົ້າສູ່ໜ້າດິນ.

ຫ້ອງການພະຍາກອນອາກາດແຫ່ງຊາດສະຫະລັດ ໄດ້ຮຽກຮ້ອງໃຫ້​ຜູ້ຄົນພາກັນອອກຈາກຖະໜົນຫົນທາງໃນເຂດນະຄອນລອສແອນເຈີລິສ ເນື່ອງຈາກນ້ຳ​ຖ້ວມ​ທີ່ອັນຕະລາຍ. ໄດ້ມີລາຍງານດິນເຈື່ອນ ແລະຖະໜົນຫັກພັງຈາກນໍ້າຖ້ວມຢູ່ໃນບັນດາປະຊາຄົມຈຳນວນນຶ່ງ.

ສູນກາງເຮີຣິເຄນແຫ່ງຊາດ ກ່າວວ່າ ​ເຮ​ຣິ​ເຄນຮິແລຣີ ຫວ່າງບໍ່ເທົ່າໃດມື້ທີ່ຜ່ານມາ ບັດນີ້ ໄດ້ອ່ອນກຳ​ລັງ​ລົງ​ມາ​ເປັນພາຍຸໄຊໂຄລນເຂດຮ້ອນ. ໃນຕອນ​ສວາຍ ວັນຈັນວານນີ້ ພາກສ່ວນຂອງພາຍຸໄດ້ພັດຜ່ານໄປທາງພາກໃຕ້ລັດຄາລິຟໍເນຍ ແລະພາກຕາເວັນຕົກສຽງໃຕ້ຂອງລັດເນວາດາ. ບັນດານັກພະຍາກອນອາກາດ ກ່າວວ່າ ຫຼັງ​ຈາກນັ້ນ ລົມພາຍຸເວລາ ຈະພັດ​ຂຶ້ນໄປທາງເໜືອ ຜ່ານ​ບາງ​ເຂດຂອງບັດອໍເຣກັນ ແລະໄອດາໂຮ.

ເຂົາເຈົ້າໄດ້ເຕືອນວ່າ ເຂດ​ລົມ​ພາຍຸຜ່ານ ອາດ​ຈະ​ມີຝົນຕົກ​ແຕ່ ຫ້າ ຫາ 10 ຊັງຕີແມັດ ຂອງນໍ້າຝົນ ແລະ​ເພີ້ມ​ຂຶ້ນເຖິງ 30 ຊັງຕີແມັດ ຢູ່ໃນເຂດສອກຫລີກ​ບາງ​ແຫ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG