ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ຈະ​ໄປ​ສັງ​ເກດ​ການ​ຄວາມ​ເສຍ​ຫາຍ​ຈາກ​ໄຟ​ໄໝ້​ປ່າ​ໃນ​ລັດ ຮາ​ວາຍ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຍ່າງ​ຂຶ້ນ​ເຮືອ​ບິນ​ເຮ​ລິ​ຄັອບ​ເຕີ ມາ​ຣີນ ວັນ "Marine One" ຢູ່​ເດີ່ນ​ຫ້າ​ຕິດ​ໃຕ້​ຂອງ​ທຳ​ນຽບ​ຂາວໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 15 ສິງ​ຫາ 2023.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຍ່າງ​ຂຶ້ນ​ເຮືອ​ບິນ​ເຮ​ລິ​ຄັອບ​ເຕີ ມາ​ຣີນ ວັນ "Marine One" ຢູ່​ເດີ່ນ​ຫ້າ​ຕິດ​ໃຕ້​ຂອງ​ທຳ​ນຽບ​ຂາວໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 15 ສິງ​ຫາ 2023.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ສະ​ຕີ​ໝາຍ​ເລກ​ນຶ່ງ​ທ່ານ​ນາງ ຈິ​ລ ໄບ​ເດັນ ​ມີ​ແຜນ​ທີ່​ຈະ​ໄປ​ຢ້ຽມ​ຢາມ​ເກາະ ມາ​ວີ ໃນ​ວັນ​ຈັນ​ໜ້າ​ເພື່ອ​ໄປ​ສັງ​ເກດ​ການ​ດ້ວຍ​ຕົນ​ເອງ​ຢູ່​ສະ​ຖານ​ທີ່ໆ​ຖືກ​ທຳ​ລາຍ​ ຫຼັງ​ຈາກ​ໄຟ​ໄໝ້​ປ່າ ​ໃນອາ​ທິດ​ທີ່​ຜ່ານ​ມາໄດ້​ເຮັດ​ໃຫ້ຢ່າງ​ໜ້ອຍ 106 ຄົນ​ເສຍ​ຊີ​ວິດ​ໃນ​ເກາ​ະ​ດັ່ງ​ກ່າວ​ຂອງ​ລັດ ຮາ​ວາຍ, ທຳ​ນຽບ​ຂາວ​ໄດ້​ປະ​ກາດ​ເມື່ອ​ວັນ​ພຸດ​ວານນີ້.

ທ່ານ ໄບ​ເດັນ ແລະ ພັນ​ລະ​ຍາ​ ມີ​ແຜນ​ທີ່​ຈະ​ພົບ​ປະ​ກັບ​ບັນ​ດາ​ຜູ້​ລອ​ດ​ຊີ​ວິດ​ຈາກ​ໄຟ​ປ່າ​ທີ່​ທຳ​ລາຍ​ລ້າງຫຼາຍ​ທີ່​ສຸດ​ຂອງ ສະ​ຫະ​ລັດ ໃນ​ຮອບ​ດົນ​ກວ່າ 100 ປີ, ອີງ​ຕາມ​ທຳ​ນຽບ​ຂາວ, ພ້ອມ​ກັບຜູ້​ຕອບ​ສະ​ໜອງ​ເຫດ​ການ​ສຸກ​ເສີນ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ກາງ, ລັດ ແລະ ​ທ້ອງ​ຖິ່ນ.

ທ່ານ ໄບ​ເດັນ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ໃນ​ຂະ​ນະ​ດຽວ​ກັນ​ເພື່ອບໍ່​ເປັນ​ການ​ກີດ​ກັນ​ຄວາມ​ພະ​ຍາ​ຍາມ​ກອບ​ກູ້​ຊາກ​ສົບ​ຂອງ​ຜູ້​ເຄາະ​ຮ້າຍ​ເພີ່ມ​ເຕີມ​ວ່າ “ຂ້າ​ພະ​ເຈົ້າ​ຢາກ​ໄປ ແລະ ຮັບ​ປະ​ກັນ​ວ່າ ​ພວກ​ເຮົາ​ມີ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ.”

ຊາກ​ສົບ​ສ່ວນຫຼາຍ​ທີ່​ຖືກ​ພົບ​ເຫັນ​ໃນ​ຊາກ​ຫັກ​ພັງ​ຢູ່​ເກາະ​ທີ່​ຕັ້ງ​ຢູ່​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ນັ້ນ​ແມ່ນບໍ່​ສາ​ມາດ​ລະ​ບຸ​ໄດ້. ຮອຍ​ນິ້ວ​ມື​ແມ່ນ​ຍາກ​ທີ່​ຈະ​ພົບ​ເຫັນ, ແນວ​ໃດ​ກໍ່​ຕາມ 41 ຄົນ​ທີ່​ມີ​ສະ​ມາ​ຊິກ​ຄອບ​ຄົວ​ຫາຍ​ສາບ​ສຸດ​ແມ່ນ​ໄດ້​ເອົາ​ຕົວ​ຢ່າງທາງ​ກຳ​ມະ​ພັນ ຫຼື DNA ໃຫ້​ເຈົ້າ​ໜ້າ​ທີ່​ໃນ​ກໍ​ລະ​ນີ​ທີ່​ສົບ​ຂອງ​ຍາດ​ຕິ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ​ຖືກ​ພົບ​ເຫັນ.

ໄຟ​ປ່າ, ເຊິ່ງ​ໃນ​ຈຸດ​ນຶ່ງ​ໄດ້​ແຜ່​ລາມ​ໄປຫຼາຍກວ່າ​ນຶ່ງ​ກິ​ໂລ​ແມັດ​ໃນ​ທຸກໆ​ນາ​ທີ, ໄດ້​ທຳ​ລາຍ​ເມືອງ ລາ​ໄຮ​ນາ ທັງ​ໝົດ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຄມ​ທະ​ເລ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG