ງານໃຫຍ່ຄັ້ງທຳອິດຂອງການໂຄສະສາຫາສຽງເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີ ສະຫະລັດ 2024 ຈະຖືກຈັດຂຶ້ນໃນວັນພຸດມື້ນີ້ ເວລາທີ່ຜູ້ລົງແຂ່ງຂັນຂອງພັກຣີພັບບລີກັນຈະມາພົບກັນຢູ່ເທິງເວທີການໂຕ້ວາທີຢູ່ເມືອງ ມິວວອກກີ, ລັດ ວິສຄອນຊິນ ທີ່ຕັ້ງຢູ່ພາກຕາເວັນຕົກຕອນກາງຂອງປະເທດ.
ຜູ້ແຂ່ງຂັນ 9 ຄົນໄດ້ຮັບສິດພາຍໃຕ້ກົດລະບຽບຂອງພັກຣີພັບບລີກັນທີ່ຈະໄປຢູ່ເທິງເວທີໃນສະໜາມກິລາ Fiserv Forum. ຜູ້ທີ່ມີຄະແນນນຳໜ້າຢ່າງຖ້ວມລົ້ນ, ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າທ່ານຈະຂ້າມງານດັ່ງກ່າວ.
ຜູ້ເຂົ້າຮ່ວມສອງສາມຄົນໄດ້ອອກມາເວົ້າຢ່າງຈະແຈ້ງ ໃນການຕຳໜິວິຈານທ່ານ ທຣຳ. ອະດີດຜູ້ປົກຄອງລັດ ນິວ ເຈີຊີ ທ່ານ ຄຣິສ ຄຣິສຕີ ແມ່ນກໍລະນີພິເສດ. ສ່ວນຄົນອື່ນໆ, ເຊັ່ນຜູ້ປົກຄອງລັດ ຟລໍຣິດາ ທ່ານ ຣອນ ເດີແຊນຕິສ, ຜູ້ທີ່ຕາມຫຼັງທ່ານ ທຣຳ ຢູ່ອັນດັບສອງ ແລະ ອະດີດຜູ້ປົກຄອງລັດ ຄາໂຣໄລນາໃຕ້ ທ່ານນາງ ນິກກີ ເຮລີ, ໄດ້ມີວິທີທີ່ຮອບຄອບກວ່າ, ໂດຍຫວັງທີ່ຈະຊັກຊວນຖານທີ່ໝັ້ນຂອງພັກທີ່ຍັງຄົງຈົງຮັກພັກດີຕໍ່ທ່ານ ທຣຳ ວ່າເຂົາເຈົ້າຍັງສາມາດປະຕິບັດວາລະແຜນການ “ເຮັດໃຫຍ່ ອາເມຣິກາ ຍິ່ງໃຫຍ່ອີກຄັ້ງ” ຂອງອະດີດປະທານາທິບໍດີ ໂດຍປາສະຈາກສິ່ງຂັດຂວາງ ແລະ ບັນຫາອື່ນໆ.
ແລະກໍມີອະດີດຮອງປະທານາທິບໍດີຂອງ ທ່ານ ທຣຳ, ທ່ານ ໄມຄ໌ ເພັນສ໌, ຜູ້ທີ່ໄດ້ປ້ອງກັນການປະຕິເສດຄວາມປາຖະໜາຂອງທ່ານ ທຣຳ ໃນພິທີຢັ້ງຢືນຜົນການເລືອກຕັ້ງປີ 2020. ທ່ານແມ່ນຍັງມີຄະແນນຕ່ຳບໍ່ຮອດສິບຄະແນນ ໃນການຢັ່ງຫາງສຽງສ່ວນຫຼາຍຂອງຜູ້ທີ່ອາດເປັນຜູ້ລົງຄະແນນສຽງສັງກັດພັກຣີພັບບລີກັນໃນປີ 2024.