ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ​ອ້າງ​ວ່າ ​ຕົນໄດ້​ຍິງ​ຍົນ​ໂດ​ຣນ​ຢູ​ເຄຣນ ​ຕົກ 42 ລຳ


ແມ່​ຍິງ​ຄົນນຶ່ງ​ຮ້ອງ​ໄຫ້​ຢູ່​ຂຸມ​ຝັງ​ສົບ​ຂອງ​ລູກ​ຊາຍ​ທີ່​ເສຍ​ຊີ​ວິດ​ໃນ​ການ​ສູ້ລົບ​ໃນ​ສົງ​ຄາມ, ໃນ​ຂະ​ນະ​ທີ່​ຊາວ​ຢູ​ເຄ​ຣນ​ສະ​ເຫຼີມ​ສະ​ຫຼອງ​ວັນປະກາດ​ເອ​ກະ​ລາດ ​ຢູ່ເຂດ ຄາຣ໌ກີບ (Kharkiv) ໃນຢູເຄຣນ, ວັນ​ທີ 24 ສິງຫາ 2023
ແມ່​ຍິງ​ຄົນນຶ່ງ​ຮ້ອງ​ໄຫ້​ຢູ່​ຂຸມ​ຝັງ​ສົບ​ຂອງ​ລູກ​ຊາຍ​ທີ່​ເສຍ​ຊີ​ວິດ​ໃນ​ການ​ສູ້ລົບ​ໃນ​ສົງ​ຄາມ, ໃນ​ຂະ​ນະ​ທີ່​ຊາວ​ຢູ​ເຄ​ຣນ​ສະ​ເຫຼີມ​ສະ​ຫຼອງ​ວັນປະກາດ​ເອ​ກະ​ລາດ ​ຢູ່ເຂດ ຄາຣ໌ກີບ (Kharkiv) ໃນຢູເຄຣນ, ວັນ​ທີ 24 ສິງຫາ 2023

ຣັດ​ເຊຍ​ກ່າວ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້​ວ່າ ຕົນ​ໄດ້​ຍິງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ ຫຼື ໂດຣນ ຫຼາຍ​ສິບ​ລຳ ​ທີ່​ສົ່ງມາ​ຈາກ​ຢູ​ເຄຣນ ຕົກ.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ວ່າ ​ໂດ​ຣນ 42 ລຳ​ໄດ້​ຖືກ​ທຳລາຍ​ຢູ່​ເໜືອເຂດແຫຼມໄຄຣເມຍ (Crimea) 9 ລຳ​ຖືກ​ຍິງ​ຕົກ​ໂ ດຍ​ກຳລັງ​ປ້ອງ​ກັນທາງ​ອາກາດ, 33 ລຳ​ໂດຍເຄື່ອງມື ສຳລັບ​ສົງຄາມ​ເອ​ເລັກ​ໂຕຼນິກ. ແຫຼມໄຄຣເມຍ ໄດ້​ຖືກ​ຣັດ​ເຊຍ​ຍຶດ​ເອົາ​ ໃນ​ປີ 2014.

ຍັງ​ບໍ່​ທັນ​ມີ​ລາຍ​ງານ​ກ່ຽວ​ກັບ​ຜູ້​ເສຍ​ຊີ​ວິດ.

​ຂະ​ນະ​ດຽວ​ກັນ ກະ​ຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ​ກ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້​ວ່າ ຕົນ​ຈະ​ຝຶກແອບ​ຊາວ​ຢູ​ເຄ​ຣນ​ ໃຫ້ຂັບ​ແລະ​ຮັກ​ສາ​ເຮືອ​ບິນ​ລົບ F-16.

ກະຊວງ​ປ້ອງ​ກັນ​ປະ​ເທດ ​ກ່າວ​ໃນ​ຖະ​ແຫຼງການ​ວ່າ ການ​ຝຶກແອບ ຈະ​ຈັດ​ຂຶ້ນ​ຢູ່​ຖານ​ທັບອາ​ກາດຂອງ​ກອງກຳລັງຮັກ​ສາ​ດິນ​ແດນ ມໍຣ໌ຣິສ (Morris) ​ໃນ​ເມືອງທູຊານ (Tucson) ລັດອາຣີໂຊນາ ​ແລະ​ຈະ​ໄດ້​ຮັບ​ການ​ອຳນວຍ​ຄວາມ​ສະດວກ​ໂດຍ​ກອງບິນທີ 162 ຂອງກອງກຳລັງຮັກ​ສາ​ດິນ​ແດນ​ແຫ່ງຊາດ.

ການ​ຝຶກແອ້ມຂອງ​ສະຫະລັດ​ແມ່ນ "​ເພື່ອ​ສະໜັບສະໜູນ​ຄວາມ​ພະຍາຍາມ​ຂອງ​ສາກົນ​ເພື່ອ​ພັດທະນາ ​ແລະ ​ເສີມ​ຂະຫຍາຍ​ການ​ປ້ອງ​ກັນ​ປະ​ເທດ​ໃນ​ໄລຍະ​ຍາວ​ຂອງ​ຢູ​ເຄຣນ", ​ໂຄສົກ​ຂອງທຳນຽບຫ້າແຈ ພົນຈັດຕະວາອາ​ກາດ ແພຕ ຣາຍເດີ (Pat Ryder) ກ່າວ.

ການຝຶກ​ແອບຈະເລີ່ມຕົ້ນໃນເດືອນຕຸລາ, ຫຼັງຈາກຊາວຢູເຄຣນສໍາເລັດຫຼັກສູດພາສາອັງກິດ ທີ່ຈະເລີ່ມຕົ້ນໃນເດືອນກັນຍາ.

ໃນ​ຂະ​ນະ​ດຽວ​ກັນ, ນໍເວ (Norway) ກໍ​ບໍ​ລິ​ຈາກ​ເຮືອ​ບິນ​ລົບ F-16 ໃຫ້ຢູເຄຣນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ນໍເວ ທ່ານ ໂຈນາສ ກາຣ໌ ສເຕຍເຣ (Jonas Gahr Steere) ກ່າວ​ໃນ​ການ​ຢ້ຽມ​ຢາມກີຢິບ ໃນ​ວັນ​ພະ​ຫັດ​.

ຈຳນວນທີ່ແນ່ນອນຂອງເຮືອບິນອາຍພົ່ນ ທີ່ໄດ້ຮັບບໍລິຈາກນັ້ນ ຍັງບໍ່ຈະແຈ້ງເທື່ອ, ແຕ່ທ່ານກາຣ໌ ສເຕຍເຣ (Gahr Steere) ກ່າວວ່າ ມັນອາດຈະມີໜ້ອຍກວ່າ 10 ລຳ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG