ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ຣັດເຊຍ ຍິງໂດຣນຂອງຢູເຄຣນຕົກ ໃນເຂດນະ​ຄອນ​ຫຼວງມົສກູ


ຮູບພາບເຜີຍແຜ່ໂດຍ ຜຸ້ປົກຄອງເຂດມົສກູ ທ່ານ ອັນເດຣ ໂວໂບແຢັບ ທີ່ຊ້ອງເຕເລກຣາມທາງການ ສະແດງໃຫ້ເຫັນບ່ອນ ໂດຣນຂອງຢູເຄຣນຕົກ ຢູ່ເມືອງກຣາໂນກັອດ ນອກນະຄອນຫລວງມົສກູ ປະເທດຣັດເຊຍ ວັນທີ 22 ສິງຫາ 2023

ຣັດເຊຍໄດ້ກ່າວໃນວັນອັງຄານມື້ນີ້ວ່າ ການປ້ອງກັນທາງອາກາດຂອງຕົນໄດ້ຍິງໂດຣນຂອງຢູເຄຣນຕົກ ຢູ່ເຂດນ່ານຟ້າມົສກູ ແລະເຂດບຣິແຢງ ທີ່​ຕັ້ງຢູ່ຕາມຊາຍແດນ​ຂອງສອງປະເທດ.

ກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ ການໂຈມຕີຢູ່ໃນເຂດມົສກູ ພົວພັນກັບໂດຣນສອງລຳ ແລະບໍ່ໄດ້ມີລາຍງານການເສຍຫາຍ.

ເຈົ້າຄອງກຳແພງນະຄອນມົສກູ ທ່ານເຊີເກ ໂຊບິຢານິນ ກ່າວຢູ່ໃນເຕເລກຣາມວ່າ ໂດຣນລໍານຶ່ງໄດ້ຖືກຍິງຕົກຢູ່ເຂດກຣາສໂນກັອກ ທາງຟາກຕາເວັນຕົກສຽງ ເໜືອຂອງມົສກູ ແລະແຫ່ງອື່ນໆໃນເຂດແຈສຊີທາງພາກຕາເວັນຕົກຂອງເມືອງ​ດັ່ງ​ກ່າວ.

ອົງການຂ່າວຣອຍເຕີກ່າວວ່າ ມີຄວາມເສຍຫາຍເລັກນ້ອຍແກ່ຕຶກສູງບ່ອນພັກພາອາໄສຢູ່ເມືອງກຣາສໂນກັອກ ແລະຊາກຫັກພັງໄດ້ຕົກລົງມາເຮັດໃຫ້ລົດຈຳ ນວນນື່ງເສຍຫາຍຢູ່ທາງໜ້າດິນ.

ກະຊວງປ້ອງກັນປະເທດຣັດເຊຍ ກ່າວວ່າໂດຣນຂອງຢູເຄຣນສອງລໍາ ຖຶກຍິງຕົກ ໂດຍເຮັດໃຫ້ລະ​ບົບ​ເກີດ​ຄວາມສັບສົນ ຢູ່ໃນ​ເຂດ​ນ່ານຟ້າບ​ຣິແຢງ ຕົກລົງມາ​ໂດຍປາດສະຈາກການເສຍຊີວິດໃດໆ.

ການໂຈມຕີທາງອາກາດຂອງຢູເຄຣນໄດ້ເຮັດໃຫ້ມົສກູ ​ຍົກ​ເລີກ​ຖ້ຽວບິນຊົ່ວໄລ ຍະນຶ່ງ ຊຶ່ງ​ເປັນບາດກ້າວທີ່ໄດ້​ມີ​ການ​ປະ​ຕິ​ບັດ ເພື່ອຮັບມື​ກັບ​ການ​ໂຈມ​ຕີຂອງໂດຣນ ຢູ່ໃນຂົງເຂດນະຄອນຫລວງຣັດເຊຍ ໃນຫລາຍມື້ທີ່ຜ່ານມາ.

ຣັດເຊຍຍັງກ່າວວ່າ ເຮືອບິນລົບຊູກອຍ ໄດ້ທຳລາຍເຮືອສັງເກດການຢູເຄຣນ ທີ່ປະຕິບັດງານ ຢູ່ເຂດຜະລິດແກັສຣັດເຊຍ ຢູ່ໃນທະເລດຳ. ຖະແຫລງການກະ ຊວງປ້ອງກັນປະເທດບໍ່ໄດ້ໃຫ້ລາຍລະອຽດໃດໆກ່ຽວກັບເຫດການ ຮວມທັງສະ ຖານທີ່ແນນອນບ່ອນເກີດຂຶ້ນ.

ພະສັນຕະປາປາແຟຣນຊິສ ແລະນາຍພົນສະຫະລັດ ທ່ານມາກ ມິລລີ ປະທານເສນາທິການຮ່ວມ ໄດ້ສົນທະນາເຖິງສົງຄາມຢູ່ໃນຢູເຄຣນ ຢູ່ວັງວາຕິກັນໃນວັນຈັນວານນີ້.

ນາຍພົນມິລລີ ຖືສາສະໜາຄາໂທລິກ ກ່າວວ່າ ການຢ້ຽມຢາມມີຄວາມໝາຍອັນຍິ່ງໃຫຍ່ສຳ​ລັບທ່ານ ອີງຕາມໂຄສົກຂອງນາຍພົນມິລລີ ພັນເອກເດຟ ບັດເລີ.

ອ່ານຂ່າວນີເ້ປັນພາສາອັງກິດ

XS
SM
MD
LG