ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນ​ເທີ​ແລນ ແລະ ເດັນ​ມາກ ສັນ​ຍາ​ຈະສົ່ງເຮືອ​ບິນ​ລົບ F-16 ໃຫ້ ຢູ​ເຄ​ຣນ


​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ແລະ ນ​າ​ຍົກ​ລັດ​ຖະ​ມົນ​ຕີ ເນ​ເທີ​ແລນ ທ່ານ ມາກ ຣັດ ຍ່າງ​ໃກ້​ກັບ​ເຮືອ​ບິນ​ລົບ F-16, ໃນ​ເມືອງ ໄອ​ນ​ໂຮ​ເວັນ, ເນ​ເທີ​ແລນ, 20 ສິງ​ຫາ 2023.
​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ແລະ ນ​າ​ຍົກ​ລັດ​ຖະ​ມົນ​ຕີ ເນ​ເທີ​ແລນ ທ່ານ ມາກ ຣັດ ຍ່າງ​ໃກ້​ກັບ​ເຮືອ​ບິນ​ລົບ F-16, ໃນ​ເມືອງ ໄອ​ນ​ໂຮ​ເວັນ, ເນ​ເທີ​ແລນ, 20 ສິງ​ຫາ 2023.

ປະ​ທານ​າ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັ​ນ​ສ​ກີ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ເທດ ເນ​ເທີ​ແລນ ແລະ ເດັນ​ມາກ ໃນ​ວັນ​ອາ​ທິດ​ວານນີ້.

ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ, ສອງ​ປະ​ເທດ​ທີ່​ວ່າ​ນັ້ນ​ໄດ້​ສັນ​ຍາ​ຈະ​ມອບ​ເຮືອ​ບິນ​ລົບ F-16 ໃຫ້​ຢູ​ເຄ​ຣນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ກັບການ​ປ​ະ​ກາດ​ຄັ້ງ “ປະ​ຫວັດ​ສາດ” ດັ່ງ​ກ່າວໂດຍ​ເຮັດ​ໃຫ້ ເດັນ​ມາກ ແລະ ເນ​ເທີ​ແລນ ເປັນ​ປະ​ເທດ​ທຳ​ອິດ ​ທີ່​ບໍ​ລິ​ຈາກ​ເຮືອ​ບິນ F-16 ເພື່ອ​ການ​ໂຈມ​ຕີ​ຕອບ​ໂຕ້​ຂອງ ຢູ​ເຄ​ຣນ ຕໍ່ ຣັດ​ເຊຍ.

ທ່ານ ເຊ​ເລັນ​ສກີ ໄດ້​ກ່າວຫຼັງ​ຈາກ​ການ​ຢ້ຽມ​ຢາມ​ຖານ​ທັບ​ອາ​ກາດ ເນ​ເທີ​ແລນ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາກ ຣັດ ວ່າ “ມັນ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າພູມ​ໃຈ​ທີ່ ເດັນ​ມາກ ພ້ອມ​ກັບ ເນ​ເທີ​ແລນ, ຈະ​ບໍ​ລິ​ຈາກ​ເຮືອ​ບິນ​ລົບ F-16 ໃຫ້ ຢູ​ເຄ​ຣນ ສຳ​ລັບ​ຕໍ່​ສູ້​ເພື່ອ​ເສ​ລີ​ພາບ​ກັບ ຣັດ​ເຊຍ ແລະ ການ​ຮຸກ​ຮານ​ທີ່ບໍ່​ມີ​ຄວາມ​ຮູ້​ສຶກ​ຂອງ​ພວກ​ເຂົາ.”

ຫຼັງ​ຈາກ​ການ​ຢ້ຽມ​ຢາມ​ ເນ​ເທີ​ແລນ ທ່ານ ເຊ​ເລັ​ນ​ສ​ກີ ໄດ້​ເດີນ​ທາງ​ໄປ ເດັນ​ມາກ, ບ່ອນ​ທີ່​ທ່ານ ແລະ ພັນ​ລະ​ຍາ​ຂອງ​ທ່ານ​ຖືກ​ຕ້ອນ​ຮັບ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເດັນ​ມາກ ທ່ານນາງ ເມັດ ເຟ​ຣີ​ເດ​ຣິກ​ເຊັນ, ຄະ​ນະ​ລັດ​ຖະ​ມົນ​ຕີ ເດັນ​ມາກ ຄົນ​ອື່ນໆ ແລະ ອົງ​ມົງ​ກຸດ ແມ​ຣີ ຢູ່​ຖານ​ທັບ​ອາ​ກາດ ສກ​ຣາຍ​ສ​ຕ​ຣັບ (Skrystrub) ຢູ່​ພາກ​ໃຕ້​ຂອງ ເດັນ​ມາກ ບ່ອນ​ທີ່​ບັນ​ດາ​ນັກ​ຂັບ​ເຮືອ​ບິນ ຢູ​ເຄ​ຣນ ຈະໄດ້​ຮັບ​ການ​ຝຶກ​ຊ້ອມ​ຂັບ​ເຮືອ​ບິນ​ລົບ F-16 ໃນ​ສອງ​ສາມ​ເດືອນ​ຈະ​ມາ​ເຖິງນີ້.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ລຸນຫຼັງ​ການ​ເຈ​ລະ​ຈາ​ກັບ​ທ່ານ​ນາງ ເຟ​ຣ​ເດ​ຣິກ​ເຊັນ ວ່າ “ພວກ​ເຮົາ​ໄດ້​ຕົກ​ລົງ​ທີ່​ຈະ​ສົ່ງ​ເຮືອ​ບິນ​ລົບ F-16 19 ລຳ​ໂດຍ ເດັນ​ມາກ. ນີ້​ແມ່ນ​ການ​ສະ​ໜັບ​ສະ​ໜູນ​ທີ່​ແຂງ​ແກ່ນຫຼາຍ​ສຳ​ລັບ​ພວກ​ເຮົາ. ພາ​ລະ​ກິດ​ກາ​ນ​ຝຶກ​ຊ້ອມ​ແມ່ນ​ໄດ້​ເລີ່ມ​ຂຶ້ນ​ແລ້ວ. ມື້ນີ້, ພວກ​ເຮົາ​ໄດ້​ລົມ​ກັບ​ບັນ​ດາ​ຜູ້​ຊາຍ ແລະ ແມ່​ຍິງ​ຂອງ​ພວກ​ເຮົາ​ຜູ້​ທີ່​ໄດ້​ຮຽນ ແລະ ຈະ​ເຮັດ​ວຽກ​ກັບ​ເຮືອ​ບິນ​ລົບ F-16 ຢູ່​ທີ່ນີ້ ແລະ ຫຼັງ​ຈາກ​ນັ້ນ ​ໃນ​ທ້ອງ​ຟ້າ​ຂອງ​ພວກ​ເຮົາ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ ເດັນ​ມາກ ໄດ້​ສັນ​ຍາ​ຈະ​ມອບ​ເຮືອ​ບິນ​ລົບ F-16 ໃຫ້ ຢູ​ເຄ​ຣນ ແລະ ໄດ້​ກ່າວ​ວ່າ ທ່ານ​ນາງ​ຫວັງ​ວ່າ 6 ລຳ​ທຳ​ອິດ​ຈະ​ຖືກ​ສົງ​ໄປ​ປະ​ມານ​ເລີ່ມ​ຕົ້ນ​ຂອງ​ປີ​ໃໝ່.

ທ່ານ​ ຣັດ​ ບໍ່​ໄດ້​ສະ​ໜອງ​ຕົວ​ເລກ ແລະ ຕາ​ຕະ​ລາງ​ເວ​ລາວ່າ ເນ​ເທີ​ແລນ ອາດ​ທຳ​ການ​ນຳ​ສົ່ງ​ຂອງ​ເຂົາ​ເຈົ້າ​ເວ​ລາ​ໃດ, ໂດຍ​ກ່າວ​ວ່າ​ມັນ​ຂຶ້ນ​ກັບ​ຈຸ​ບິນ​ ແລະ ພື້ນ​ຖານ​ໂຄງ​ລ່າງ​ຂອງ ຢູ​ເຄ​ຣນ ຈະ​ມີ​ຄວາມ​ພ້ອມ​ໄວ​ຊ່ຳ​ໃດ. ທ່ານ ຣັດ ໄດ້​ກ່າວ​ວ່າ “ເຮືອ​ບິນ​ລົບ F-16 ຈະ​ບໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ກັບ​ການ​ປະ​ຕິ​ບັດ​ການ​ໃນ​ສົງ​ຄາມ​ໃນ​ທັນ​ທີ. ແນວ​ໃດ​ກໍ່​ຕາມ​ມັນ​ເປັນ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໄລ​ຍະ​ຍາວ​ຈາກ ເນ​ເທີ​ແລນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG