ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ: ປຣີໂກຊິນ ຫົວໜ້າ​ກຸ່ມທະຫານຮັບຈ້າງ ໄດ້ຮັບຢືນຢັນວ່າ ເສຍຊີວິດ ຢູ່ໃນເຮືອບິນຕົກ


ຮູບພາບທ່ານປຣີໂກຊິນ ເຈົ້າຂອງບໍລິສັດແວກເນີ ທະຫານຮັບຈ້າງ ກຸ່ມເຢັບເຈນີ ປຣິໂກຊິນ ທີ່ວາງໄວ້ອາໄລ ຢູ່ຖະໜົນ ໃກ້ກັບວັງເຄຣມລິນ ນະຄອນຫລວງມົສກູ ປະເທດຣັດເຊຍ ວັນທີ 26 ສິງຫາ 2023
ຮູບພາບທ່ານປຣີໂກຊິນ ເຈົ້າຂອງບໍລິສັດແວກເນີ ທະຫານຮັບຈ້າງ ກຸ່ມເຢັບເຈນີ ປຣິໂກຊິນ ທີ່ວາງໄວ້ອາໄລ ຢູ່ຖະໜົນ ໃກ້ກັບວັງເຄຣມລິນ ນະຄອນຫລວງມົສກູ ປະເທດຣັດເຊຍ ວັນທີ 26 ສິງຫາ 2023

ບັນດານັກສືບສວນຣັດເຊຍ ກ່າວໃນວັນອາທິດວານນີ້ວ່າ ການກວດ​ດ້ານພັນ​ທຸ​ກຳ ແລະນິ​ຕິ​ເວດໄດ້ສະແດງໃຫ້ເຫັນວ່າ ທ່ານເຍັບເກນີ ປຣີໂກຊິນ ຫົວໜ້າ​ກຸ່ມ​ທະ​ຫານ​ຮັບ​ຈ້າງແວັກເນີ ທີ່​ສູ້​ລົບຢູ່ໃນຢູເຄຣນ ​ແມ່ນຮວມຢູ່ໃນ 10 ຄົນ ທີ່ໄດ້ເສຍຊີວິດຍ້ອນເຮືອບິນຕົກ ອາທິດແລ້ວນີ້ ຢູ່ໃນຣັດເຊຍ.

ອົງການ ການບິນຂອງຣັດເຊຍໄດ້ກ່າວວ່າ ການທົດສອບໄດ້ຢືນຢັນ ລາຍຊື່ຂອງຜູ້ຄົນທີ່ໄດ້​ພິມ​ເຜີຍ​ແຜ່​ກ່ອນ​ໜ້າ​ນີ້​ຢູ່ເທິງເຮືອບິນແມ່ນເປັນທີ່ຖືກຕ້ອງ ແລະທ່ານປຣີໂກຊິນ ພ້ອມດ້ວຍຜູ້ຮອງ​ຄົນ​ສຳ​ຄັນສອງຄົນ ​ຄືທ່ານເດີມີຕຣີ ອຸດກິນ ແລະຜູ້ວາງແຜນ​ດ້ານ​ລໍ​ຈິ​ສ​ຕິກ​ຂອງ​ກຸ່ມແວັກເນີ ທ່ານວາເລີຣີ ​ຊີກາລອຟ ໄດ້ ຮວມຢູ່ໃນບັນດາຜູ້ເຄາະຮ້າຍ.

ມີຄຳຖາມຈຳນວນນຶ່ງ ໂດຍສະເພາະ ຢູ່ໃນຊ່ອງເຕເລກຣາມ ທີ່ສະໜັບສະໜູນ​ກຸ່ມແວັກເນີ ກ່ຽວກັບວ່າ ທ່ານປຣີໂກຊິນ ຜູ້ທີ່ຮູ້​ກັນ​ດີ​ວ່າ​ມີຄວາມລະມັດລະວັງ​ດ້ານຄວາມປອດໄພ ທີ່ອາດເປັນໄປໄດ້ໃນຄວາມພະຍາຍາມທີ່ຈະເອົາຊີວິດຂອງທ່ານນັ້ນ ໄດ້ເປັນຜູ້ໂດຍສານຄົນນຶ່ງ ຢູ່ໃນເຮືອບິນຕົກ​ຫຼື​ບໍ່.

ເຮືອບິນອາຍພົ່ນສ່ວນໂຕທີ່ເຂົາເຈົ້າເດີນທາງຈາກມົສກູໄປຫາ ​ເຊນປີເຕີສະເບີກຕົກຈາກທ້ອງຟ້າ ແລະຕົກລົງມາໃສ່ທົ່ງຫຍ້າ ໃນວັນພຸດອາທິດແລ້ວນີ້ ຢູ່ໃນຂົງ ເຂດພາກຕາເວັນຕົກສຽງເໜືອຂອງມົສກູ ພ້ອມດ້ວຍຮູບພາບວີດີໂອ ທີ່ສະແດງໃຫ້ເຫັນໄຟໄໝ້ຢ່າງແຮງຢູ່ບ່ອນເຮືອບິນຕົກ.

ພວກເຈົ້າໜ້າທີ່ຍັງບໍ່ທັນກ່າວເຖິງສາເຫດຂອງເຮືອບິນຕົກ ຣັດເຊຍກ່າວວ່າ “ມັນເປັນການຂີ້ຕົວະ” ທີ່ວ່າປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ເປັນຜູ້ສັ່ງການ ໃຫ້ຂ້າທ່ານປຣີໂກຊິນ ເພື່ອເປັນການລົງໂທດຕໍ່ທ່ານປຣີໂກຊິນ ທີ່ນຳພາການກໍ່ກະບົດໃນວັນທີ 23 ຫາ 24 ເດືອນມິຖຸນາ ແລະເປັນການສົ່ງ​ກຳ​ລັງ ທີ່​ຖອນອອກຈາກຢູເຄຣນ ​ເປັນ​ເວ​ລາສັ້ນໆຂອງທະ​ຫານ​ກຸ່ມແວັກເນີ ແລະມຸ້ງໜ້າໄປສູ່ມົສກູ ກ່ອນ​ໄດ້​ສັ່ງໃຫ້ຢຸດເຊົາ.

ບັນດານັກການເມືອງຕາເວັນຕົກແລະບັນດານັກວິເຄາະໄດ້ສະເໜີ​ວ່າ ປາດສະຈາກການສະເໜີຫລັກຖານ ທ່ານປູຕິນ ຜູ້ທີ່ໄດ້ຮ້ອງການກະບົດວ່າ “ເອົາມີດແທງທາງຫລັງ” ໄດ້ວາງແຜນສັງຫານທ່ານປຣີໂກຊິນ ອາຍຸ 62 ປີ ຜູ້ທີ່ໄດ້ນຳພາກຳລັງ​ກຸ່ມແວັກເນີໃນຢູເຄຣນ ທີ່ໄດ້ສູ້ລົບຄຽງບ່າຄຽງໄຫລ່ກັບກຳລັງທະ ຫານຮັດເຊຍ.

ແຕ່ວ່າ ທ່ານປຣີໂກຊິນ ກ່ອນກໍ່ກະບົດ ໄດ້ທຳການຕຳໜິ​ເພິ້​ມ​ຂຶ້ນຢ່າງເປີດເຜີຍ​ຕໍ່ອັນທີ່ທ່ານອ້າງວ່າ ໄດ້ຂາດການສະໜັບສະໜູນຕໍ່ພວກນັກລົບ​ກຸ່ມແວັກເນີ ຈາກບັນດາຜູ້ນຳທະຫານຣັດເຊຍ ແລະອາວຸດຢ່າງພຽງພໍ. ​ກຸ່ມແວັກເນີໄດ້ຮັບທຶນຈາກລັດຖະບານຣັດເຊຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG