ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຍິງເຮືອບິນບໍ່ມີຄົນຂັບ ຫຼືໂດຣນຂອງຢູເຄຣນ ຕົກ ໃນມົສກູ


ນາງທັຕຍານາ ສະກຣິປນິໂຄວາ (Tatyana Skrypnikova), ອາຍຸ 60 ປີ, ຜູ້ທີ່ໄດ້ຮັບບາດເຈັບຈາກເສດລູກປືນ ພຽງເລັກນ້ອຍ, ຢືນຢູ່ທ່າມກາງຊາກຫັກພັງຂອງເຮືອນເພື່ອນບ້ານຂອງນາງ, ເຊິ່ງໄດ້ຖືກທໍາລາຍຫຼັງຈາກການຍິງປືນໃຫຍ່ໃນເມືອງຄາຣ໌ກີບ (Kharkiv), ວັນທີ 17 ສິງຫາ, 2023, ທ່າມກາງການຮຸກຮານຂອງຣັດເຊຍໃນຢູເຄຣນ.
ນາງທັຕຍານາ ສະກຣິປນິໂຄວາ (Tatyana Skrypnikova), ອາຍຸ 60 ປີ, ຜູ້ທີ່ໄດ້ຮັບບາດເຈັບຈາກເສດລູກປືນ ພຽງເລັກນ້ອຍ, ຢືນຢູ່ທ່າມກາງຊາກຫັກພັງຂອງເຮືອນເພື່ອນບ້ານຂອງນາງ, ເຊິ່ງໄດ້ຖືກທໍາລາຍຫຼັງຈາກການຍິງປືນໃຫຍ່ໃນເມືອງຄາຣ໌ກີບ (Kharkiv), ວັນທີ 17 ສິງຫາ, 2023, ທ່າມກາງການຮຸກຮານຂອງຣັດເຊຍໃນຢູເຄຣນ.

ຢູ​ເຄ​ຣນ ໄດ້​ພະ​ຍາ​ຍາມ​ທໍາ​ການ​ໂຈມ​ຕີມົສກູ ​ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ຫຼືໂດຣນ ໃນເຊົ້າ​ວັນ​ສຸກ​ນີ້ ແຕ່ກອງ​ທັບ​ຣັດ​ເຊຍ ໄດ້​ຍິງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບດັ່ງກ່າວຕົກ.

ຫຼັງ​ຈາກ​ທີ່​ຣັດ​ເຊຍ​ຍິງ​ໂດຣນຕົກ, ເສດຊິ້ນສ່ວນ​ຈາກ​ການ​ໂຈມ​ຕີ​ ໄດ້​ຕົກ​ໃສ່​ ສູນ​ວາງສະ​ແດງ​ສິນຄ້າ​ Expo Center ຂະໜາດໃຫຍ່​ຂອງ​ມົສກູ, ​ເຊິ່ງຕັ້ງ​ຢູ່​ຫ່າງ​ຈາກ​ວັງເຄຣມລິນ (Kremlin) ​ບໍ່​ຮອດ 4 ​ໄມ.

ເຈົ້າຄອງນະຄອນມົສກູ ທ່ານເຊີເກ ໂຊເບຍນິນ (Sergei Sobyanin) ກ່າວໃນ Telegram ວ່າ ຊາກຫັກພັງຈາກ ໂດຣນ ໄດ້ຕົກຢູ່ໃກ້ກັບສູນສະແດງສິນຄ້າ ແຕ່ "ບໍ່ໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງ."

ຢູເຄຣນ ​ກ່າວອ້າງໃນວັນພະຫັດວ່າ ການບຸກໂຈມຕີຕອບໂຕ້ຂອງຕົນ ໄດ້ຍຶດເອົາດິນແດນບາງສ່ວນທີ່ຄວບຄຸມໂດຍຣັດເຊຍ ຢູ່ໃນພາກຕາເວັນອອກສຽງໃຕ້ຂອງປະເທດ ຄືນ ໂດ​ຍ​ໄດ້​ຂັບ​ໄລ່​ທະ​ຫານ​ຣັດ​ເຊຍໄກ​ອອກ​ໄປຈາກບ້ານ ຢູໂຣເຊນ (Urozhaine) ທີ່ຫາກໍໄດ້ຮັບການປົດປ່ອຍໃໝ່.

ການ​ບຸກຄືບ ​ແມ່ນ​ພະ​ຍາ​ຍາມໃຫ້​ໄປ​ເຖິງ​ທະ​ເລ​ອາຊັອຟ (Azov), ເຊິ່ງເປັນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຕັດ​ກຳ​ລັງທີ່​ຍຶດ​ຄອງຢູ່​ຂອງ ຣັດ​ເຊຍ ອອກ​ເປັນ​ສອງສ່ວນ.

"ໃນທິດ ທາງພາກໃຕ້ຂອງບ້ານຢູໂຣເຊນ (Urozhaine), [ທະຫານຢູເຄຣນ] ໄດ້ປະສົບຜົນສໍາເລັດ," ໂຄສົກກອງທັບ ທ່ານອັງເດຣ ໂຄວາເລຟ (Andriy Kovaliov) ກ່າວໃນໂທລະພາບແຫ່ງຊາດ. ທ່ານບໍ່ໄດ້ໃຫ້ລາຍລະອຽດເພີ່ມເຕີມ.

ບ້ານຢູໂຣເຊນ (Urozhaine), ໃນເຂດ ໂດເນດ Donetsk ຕາເວັນອອກ, ແມ່ນບ້ານທໍາອິດ ທີ່ ກີຢິບ ກ່າວວ່າ ຕົນໄດ້ຍຶດຄືນມາໄດ້ ນັບຕັ້ງແຕ່ ວັນທີ 27 ເດືອນກໍລະກົດ ເຊິ່ງພິສູດແລ້ວວ່າມັນເປັນສົງຄາມທີ່ຍາກລຳບາກ, ປັ່ນປ່ວນຢູ່ໃນເຂດແດນທີ່ຣັດເຊຍຄວບຄຸມຍ້ອນລູກລະເບີດ​ຝັງ​ດິນ.

ບ້ານຢູໂຣເຊນ (Urozhaine) ຢູ່ຫ່າງຈາກ​ທະ​ເລອ​າຊັອຟ (Azov) ໄປທາງທິດເໜືອປະມານ 90 ກິໂລແມັດ ແລະ ຢູ່ຫາງຈາກເມືອງໂດເນດທີ່ຣັດເຊຍຍຶດຄອງຢູ່ ໄປທາງທິດຕາເວັນຕົກ ປະມານ 100 ກິໂລແມັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG