ເຈົ້າໜ້າທີ່ຢູເຄຣນ ກ່າວໃນວັນພຸດວານນີ້ວ່າ ຣັດເຊຍໄດ້ໂຈມຕີທາງອາກາດຂ້າມຄືນ ເຊິ່ງໄດ້ສ້າງຄວາມເສຍຫລາຍໃຫ້ພື້ນຖານໂຄງລ່າງ ແລະໄດ້ທຳລາຍອາຫານປະເພດເມັດຫລາຍພັນໂຕນທີ່ຢູ່ທ່າເຮືອອິສເມລ (Ismail) ໃນເຂດໂອເດຊາ (Odesa).
ຮອງນາຍົກລັດຖະມົນຕີຢູເຄຣນ ທ່ານໂອເລັກຊານເດີ ກູບຣາກັອຟ (Oleksandr Kubrakov) ກ່າວໃນສື່ສັງຄົມ ອອນລາຍວ່າ ອາຫານປະເພດເມັດນີ້ ແມ່ນແນໃສ່ສຳລັບສົ່ງໄປອີຢິບ ແລະ ໂຣມາເນຍ.
ທ່ານ ກູບຣາກັອຟ (Kubrakov) ກ່າວວ່າ ການໂຈມຕີດັ່ງກ່າວ ໄດ້ສ້າງຄວາມເສຍຫາຍຕໍ່ສາງອາຫານປະເພດເມັດແລະສາງສິນຄ້າຫຼາຍແຫ່ງ, ແລະມັນໄດ້ເຮັດໃຫ້ຄວາມສາມາດໃນການສົ່ງອອກຂອງທ່າເຮືອຫຼຸດລົງ 15%.
ທ່ານກ່າວວ່າ, ໂລກຕ້ອງເຂົ້າໃຈວ່າການໂຈມຕີຂອງຣັດເຊຍ ຕໍ່ທ່າເຮືອຂອງຢູເຄຣນນັ້ນ ທຽບເທົ່າກັບການໂຈມຕີບັນດາປະເທດອາຟຣິກາ ແລະເອເຊຍ ທີ່ຕ້ອງການອາຫານ. ທ່ານ ກູບຣາກັອຟ (Kubrakov) ກ່າວວ່າ ການບໍ່ອະນຸຍາດໃຫ້ມີການທຳລາຍທ່າເຮືອຕື່ມອີກ ແມ່ນເປັນວຽກງານຂອງທົ່ວໂລກ.
ກອງທັບຢູເຄຣນກ່າວວ່າ ຣັດເຊຍໄດ້ສົ່ງເຮືອບິນບໍ່ມີຄົນຂັບຫຼືໂດຣນ 20 ລຳໂຈມຕີຢູເຄຣນຂ້າມຄືນ, ແລະການປ້ອງກັນທາງອາກາດຂອງຢູເຄຣນສາມາດຍິງເຮືອບິນບໍ່ມີຄົນຂັບ 9 ລຳຕົກຢູ່ເທິງເຂດໂອເດຊາ (Odesa) ແລະອີກ 2 ລຳໃນເຂດເມືອງຊາໂປຣິສເຊຍ (Zaporizhzhia).
ເຈົ້າໜ້າທີ່ຣັດເຊຍ ກ່າວໃນວັນພຸດວານນີ້ວ່າ ການໂຈມຕີດ້ວຍໂດຣນຂອງຢູເຄຣນ ໄດ້ສັງຫານສາມຄົນໃນຂົງເຂດແບລໂກຣອດ (Belgorod) ທີ່ຕັ້ງຢູ່ລຽບຊາຍແດນລະຫວ່າງສອງປະເທດ.
ຣັດເຊຍຍັງກ່າວວ່າ ໂດຣນຂອງຢູເຄຣນ ລຳນຶ່ງໄດ້ຕໍາໃສ່ອາຄານຫຼັງນຶ່ງ ໃນໃຈກາງນະຄອນຫຼວງມົສກູ ຫຼັງຈາກໄດ້ຖືກຍິງຕົກໂດຍການປ້ອງກັນທາງອາກາດຂອງຣັດເຊຍ.
ເຈົ້າຄອງນະຄອນມົສກູ ທ່ານເຊີເກ ໂຊເບຍນິນ (Sergey Sobyanin) ກ່າວວ່າ ອາຄານດັ່ງກ່າວຢູ່ລະຫວ່າງການກໍ່ສ້າງ ແລະບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ.