ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເງິນກີບລາວ ຍັງສືບຕໍ່ຫລຸດລາຄາລົງ ເຖິງແມ່ນວ່າ ລັດຖະບານລາວ ໄດ້ເລີ້ມປາບປາມຈັບກຸມຮ້ານແລກປ່ຽນເງິນ ແລະມີມາດຕະການຄຸ້ມຄອງແລ້ວກໍຕາມ


ເງິນກີບ ແລະເງິນຈາກປະເທດອື່ນໆ
ເງິນກີບ ແລະເງິນຈາກປະເທດອື່ນໆ

ເງິນກີບລາວ ຍັງສືບຕໍ່ຫລຸດລາຄາລົງ ເຖິງແມ່ນວ່າ ລັດຖະບານລາວ ໄດ້ເລີ້ມການປາບປາມຈັບກຸມຮ້ານແລກປ່ຽນເງິນ ທີ່ບໍ່ຖືກກົດໝາຍມາໄດ້ຫລາຍເດືອນແລ້ວ ແລະມີມາດຕະການຄຸ້ມຄອງເງິນຕາຕ່າງປະເທດອອກມາໃໝ່ກໍຕາມ ດ້ວຍເຫດໃດຈຶ່ງເປັນເຊັ່ນນັ້ນ ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກ​ນັກ​ຂ່າວຂອງພວກເຮົາ ມາ​ສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ເພື່ອແນໃສ່ຄວບຄຸມການແລກປ່ຽນເງິນຕາຕ່າງປະເທດ ແລະເງິນກີບບໍ່ໃຫ້ປັ່ນ​ປ່ວນ ຂຶ້ນລົງນັ້ນ ທາງການລາວໄດ້ດໍາເນີນມາດຕະການຫລາຍຢ່າງ ຊຶ່ງໃນນັ້ນ ລວມທັງການປາບປາມຈັບກຸມຮ້ານ ຫລືບຸກຄົນທີ່ບໍລິການ ແລກປ່ຽນເງິນຕາບໍ່ຖືກກົດໝາຍ ຫລືພວກເກງກໍາໄລ ແລະເມື່ອວັນທີ 14 ກໍລະກົດຜ່ານມາ ທາງນາຍົກລັດຖະມົນຕີ ກໍອອກຄໍາສັ່ງໃໝ່ ທີ່ມີ 7 ໜ້າ. ສາມມາດຕະການທີ່ສໍາຄັນ ຢູ່ໃນຄໍາສັ່ງນີ້ ກໍຄື 1) ປັບປຸງລະບົບສໍາລັບທຸລະກໍາທາງການເງິນ ຢູ່ໃນເຂດເສດຖະກິດ ພິເສດ; 2) ເກັບພາສີເປັນເງິນຕາຕ່າງປະເທດ ສໍາລັບຜູ້ສົ່ງອອກສິນຄ້າ ແລະທຸລະກິດທີ່ມີລາຍຮັບເປັນເງິນຕາຕ່າງປະເທດ ແລະ 3) ຜູ້ເຮັດທຸລະກິດ ໃນການສົ່ງອອກ ແລະນໍາເຂົ້າສິນຄ້າ ຕ້ອງໄດ້ເປີດບັນຊີໃນທະນາຄານຢູ່ລາວ ເພື່ອດໍາເນີນທຸລະກໍາດ້ານການເງິນຂອງເຂົາເຈົ້າ, ອີງຕາມແຫລ່ງຂ່າວທ້ອງຖິ່ນ. ແຕ່ຢ່າງໃດກໍຕາມ ເງິນກີບລາວກໍຍັງສືບຕໍ່ອ່ອນຄ່າລົງ ຊຶ່ງພາໃຫ້ອັດຕາເງິນເຟີ້ສູງຂຶ້ນ ແລະໜີ້ສາທາລະນະກໍສູງຂຶ້ນໄປຕາມໆກັນ. ທັງນີ້ ກໍແມ່ນເປັນຍ້ອນການປ່ອຍໃຫ້ໃຊ້ສະກຸນເງິນຕາຕ່າງປະເທດຢ່າງເສລີ ໂດຍບໍ່ຜ່ານທະນາຄານມາແຕ່ດົນນານແລ້ວ, ອີງຕາມເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ຊຶ່ງທ່ານໃຫ້ຄໍາເຫັນວ່າ:

“ເພາະວ່າສະເລ່ຍແລ້ວເຮົາເຮັດເຮົາໃຊ້ກັນທຸກມື້ນີ້ມັນຫ້າສະກຸນເອີ ນຶ່ງໂລດາ ສອງບາດ ສາມຢວນ ສີ່ກີບ ຫ້າເງິນດົງໄດ໋. ມັນຫ້າສະກຸນໄດ່ ມັນບໍ່ມີໃນໂລກນີ້ ມັນຫຍັງກະເອົາສາຄືແບບໂດລາບາດນີ້ນະ ໂດລາຕີງເງິນເຮົາກະຕີງ ເງິນບາດຕີງ. ເງິນເຮົາກະຕີງ. ເຮົາກະເຄີຍເວົ້າໃນຫ້ອງປະຊຸມສະພາແຫ່ງຊາດ ລາວຊິເອົາຫຍັງແທ້ເປັນໃຈກາງ ເອົາເງິນສະກຸນຫຍັງກະແລ້ວ, ເງິນບາດບໍ່ຈໍາເປັນແລ່ນນໍາມັນຫລາຍ ພວກນໍາເຂົ້າ-ສົ່ງອອກເອົາເງິນບາດໄດ໋ ມັນບໍ່ສິ້ນສຸດຈັກເທື່ອເຮັດມາຮ້ອຍປີໄດ໋, ຄວາມສິ້ນເຄີຍເຮົານີ້ໄດ໋, ຄວາມຮັກຊາດເຮົາບໍ່ມີໄດ໋ ປະເທດລາວເຮົານີ້ ເຈົ້າໄປເບິ່ງແມ້ເຂົາຕິດລາຄາສິນຄ້າຢູ່ຕະຫລາດ ເຂົາບໍ່ສົນ ໃຈເງິນກີບ ຍ້ອນຫຍັງຍ້ອນຄຸ້ມຄອງບໍ່ໄດ້ ເງິນຕົກຄ່າ ເຂົາກະບໍ່ນິຍົມ ເຂົາກະສະສົມເງິນບາດ ແລະກະເງິນໂດລາ, ສະສົມຄໍາພຸ້ນ. ເຂົາເທອອກເງິນກະຕົກຄ່າ ບໍ່ມີຄົນໃຊ້ ບໍ່ມີຄົນຈ່າຍ ບໍ່ມີຄົນນັບຖືຄືກັບຕົ້ນໄມ້ໃຫຍ່ໜີ້ຫລະ ຄັນນັບຖືມັນກະສັກສິດແບບດຽວກັນ ເງິນກີບນີ້ລະໃຜກະບໍ່ຢາກບາຍ ໃຜກະບໍ່ຄ່ອຍນັບຖື.

ແຕ່ຢ່າງໃດກໍຕາມ ທ່ານກ່າວຕໍ່ໄປວ່າ ສາເຫດຫລັກໆ ກໍຄືເງິນກີບລາວ ບໍ່ມີຄໍາ ຄໍ້າປະກັນ ຊຶ່ງບໍ່ເໝືອນກັນກັບສະກຸນເງິນບາດຂອງໄທ ແລະສະກຸນເງິນອື່ນທີ່ແຂງຄ່າ.

ຮ້ານຄ້າຕ່າງໆຢູເຂດຕະຫຼາດທົ່ງຂັນຄຳ ບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນວຽງຈັນ
ຮ້ານຄ້າຕ່າງໆຢູເຂດຕະຫຼາດທົ່ງຂັນຄຳ ບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນວຽງຈັນ

ໃນຂະນະທີ່ປະຊາຊົນສ່ວນໃຫຍ່ ທີ່ມີຄວາມຜິດຫວັງທີ່ຄິດວ່າ ການນໍາພາຂອງ ນາຍົກລັດຖະມົນຕີຄົນໃໝ່ ຊຶ່ງກໍຄືທ່ານ ສອນໄຊ ສີພັນດອນ ຈະສາມາດຊ່ວຍ ແກ້ໄຂບັນຫາອັດຕາແລກປ່ຽນເງິນ ທີ່ເຮັດໃຫ້ເງິນກີບຫລຸດຄ່າລົງໄດ້ ແລະຕ້ອງຕິລັດຖະບານ ໂດຍຜ່ານສື່ສັງຄົມອອນລາຍເປັນຢ່າງໜັກ ເມື່ອເຫັນວ່າ ຄ່າຄອງຊີບຍັງຖີບຕົວສູງຂຶ້ນນັບມື້ ຕໍ່ບັນຫານີ້ ອະດີດຫົວໜ້າທະນາຄານເຂດພາກກາງ ຂອງລາວ ກໍບອກວ່າ ບັນຫາມັນໃຫຍ່ເກີນກວ່າຈະແກ້ໄຂໄດ້ ໃນໄລຍະເວລາອັນສັ້ນໆ ເພາະມັນມີຮາກເຫງົ້າມາຈາກການຂາດສະຖຽນລະພາບ ຂອງເສດຖະກິດມະຫາພາກ ດັ່ງທີ່ທ່ານຊີ້ແຈງວ່າ

“ຕ້ອງໃຫ້ເສດຖະກິດມັນປັບຕົວມັນເອງ ບໍ່ແມ່ນຊິແກ້ໄຂໄດ້ມື້ນີ້ ຢາກໃຫ້ມັນລົງກະມີແຕ່ເອົາເງິນດອນໄປເທລົງມາ ຄັນບໍ່ມີເງິນດອນກະຖືວ່າມັນກະຈັ່ງຊັ້ນໃດ ມັນບໍ່ຄືເຮົາຖາກໄມ້ໃດ ຖາກອອກຖາກເຂົ້າໄດ້ໃດ ອັນນີ້ມັນເວົ້າເລື້ອແກ້ໄຂບັນ ຫາມັນເວົ້າເລື້ອງເອົາເງິນມັນບໍ່ແມ່ນເອົາແນວຄິດແກ້ໄຂ ມີເງິນແລ້ວມີແນວຄິດ ມີຫລັກການມັນຈຶ່ງແກ້ໄດ້ ຢູ່ດີໆວ່າເຮັດໄດ້ມັນບໍ່ແມ່ນ ບໍ່ມີນາຍົກ ບໍ່ມີຜູ້ໃດມະ ຫັດສະຈັນຊິເຮັດໄດ້ ຄືເອົາເງິນມາລົງ ຄ້າຍຄືເອົາຂອງຖືກມາຂາຍ ແຕ່ວ່າຂອງຖືກມັນຫລາຍໆ ຫລາຍກວ່າຄົນອື່ນມີ ແລະກະດົນອີກເພື່ອວ່າມັນຈັ່ງຊິລົງ ຄ້າຍ ຄືເຮົາຂາຍເຄື່ອງແຂ່ງກັນເດ ຄັນມັນຖືກກວ່າ ເຂົາກະຊື້ຂອງເຮົາ ແຂ່ງກັນແລ້ວຖືກຕະຫລອດໄດ໋ ບໍ່ແມ່ນຖືກມື້ນຶ່ງຍາມດຽວໄດ໋ ບໍ່ແມ່ນເອົາເຂົ້າໄປຂາຍແຂ່ງຕະ ຫລາດມື້ອື່ນກະໝົດ ມື້ອື່ນມັນກະແຫ່ງຂຶ້ນ.”

ອັດຕາໄພເງິນເຟີ້ໃນລາວເພີ້ມຂຶ້ນຢ່າງວ່ອງໄວ ໃນ 5 ເດືອນຕົ້ນປີນີ້ ຊຶ່ງກໍຄື ຢູ່ໃນອັດຕາສະເລ່ຍ 40 ເປີເຊັນ ແລະເລີ້ມມີອັດຕາທີ່ຕໍ່າລົງໃນໄລຍະເດືອນມິຖຸນາ ແລະກໍລະກົດ ຜ່ານມາ ແລະກໍອາດຈະຊ້າລົງໄປຈົນຮອດທ້າຍປີນີ້ ຊຶ່ງກໍຄືມີອັດຕາສະເລ່ຍ 24 ເປີເຊັນ ແຕ່ຢ່າງໃດກໍຕາມ ດັດຊະນີລາຄາສິນຄ້າ ແລະອັດຕາແລກປ່ຽນເງິນໂດລາເປັນກີບຍັງສູງຢູ່ຄືເກົ່າ ແລະຈະສືບຕໍ່ເພີ້ມຂຶ້ນເລື້ອຍໆ ໃນໄລຍະ 1 ປີຕໍ່ໜ້ານີ້ ຄືຈາກ 1 ໂດລາຕໍ່ 19,374 ກີບ ໃນໄຕມາດ ທີສອງຂອງປີນີ້ ເປັນ 20,471 ກີບ ຕໍ່ 1 ໂດລາໃນໄຕມາດທີສອງ ຂອງປີ 2024, ອີງຕາມເວັບໄຊທ໌ຂອງອົງການ Trading Economics https://tradingeconomics.com/laos/forecast.

XS
SM
MD
LG