ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພາ​ຍຸ​ລະ​ດູ​ຮ້ອນ ຮິ​ແລ​ຣີ ນຳ​ເອົາ​ຝົນ​ຕົກ​ໜັກ​ມາ​ສູ່​ລັດ ຄາ​ລິ​ຟໍ​ເນຍ


ລົມ​ແຮງ ແລະ ຝົນ​ຕົກ​ໃນ​ຂະ​ນະ​ທີ່​ພາ​ຍຸ​ລະ​ດູ​ຮ້ອນ ຮິ​ແລ​ຣີ ເຄື່ອນ​ໃກ້​ເຂົ້າ​ເມືອງ ຄາ​ຕີດ​ຣອ​ລ, ລັດ ຄາ​ລິ​ຟໍ​ເນຍ, 20 ສິງ​ຫາ 2023. (Harry Parrish/via Reuters)
ລົມ​ແຮງ ແລະ ຝົນ​ຕົກ​ໃນ​ຂະ​ນະ​ທີ່​ພາ​ຍຸ​ລະ​ດູ​ຮ້ອນ ຮິ​ແລ​ຣີ ເຄື່ອນ​ໃກ້​ເຂົ້າ​ເມືອງ ຄາ​ຕີດ​ຣອ​ລ, ລັດ ຄາ​ລິ​ຟໍ​ເນຍ, 20 ສິງ​ຫາ 2023. (Harry Parrish/via Reuters)

ພາ​ຍຸ​ລະ​ດູ​ຮ້ອນ ຮິ​ແລ​ຣີ ໄດ້​ນຳ​ເອົາ​ຝົນ​ຕົກ​ໜັກ​ມາ​ສູ່​ພາກ​ໃຕ້​ຂອງ​ລັດ ຄາ​ລິ​ຟໍ​ເນຍ ແລະ ລັດ ເນ​ວາ​ດາ ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ພະ​ຍາ​ກອນ​ອາ​ກາດ​ໄດ້​ເຕືອນ ກ່ຽວ​ກັບ ສະ​ພາບ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຊີ​ວິດ ແລະ ໄພ​ຫາ​ຍະ​ນະ​ຈາກ​ພາ​ຍຸ​ທີ່​ດົນໆ​ເກີດ​ຂຶ້ນ​ເທື່ອ​ນຶ່ງ​ນັ້ນ ​ໃນ​ຂະ​ນະ​ທີ່​ມັນ​ເຄື່ອນ​ຂຶ້ນ​ຝັ່ງ.

ອົງ​ການ​ບໍ​ລິ​ການ​ດິນ​ຟ້າອາ​ກາດ​ແຫ່ງ​ຊາດ ສະ​ຫະ​ລັດ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຢູ່​ຫ່າງ​ຈາກ​ຖະ​ໜົນ​ໃນເຂດ​ນະ​ຄອນ ລອ​ສ ແອນ​ເຈີ​ລິ​ສ ຍ້ອນ​ນ້ຳ​ຖ້ວມ​ທີ່​ອັນຕະ​ລາຍ.

ຫຼາຍ​ເຂດ​ດັ່ງ​ກ່າວ​ນັ້ນ​ແມ່ນ​ຢູ່​ທາ​ງ​ຜ່ານ​ຂອງ​ພາ​ຍຸ, ເຊິ່ງ​ຄາດ​ວ່າ​ຈະ​ອ່ອນ​ກຳ​ລັງ​ລົງເປັນ​ພາ​ຍຸ​ກົດ​ອາ​ກາດ​ຕ່ຳ​ເຂ​ດ​ຮ້ອນ ໃນ​ຂະ​ນະ​ທີ່​ແກນ​ໃຈ​ກາງ​ຂອງ​ມັນ​ເຄື່ອນ​ໄປ​ລັດ ເນ​ວາ​ດາ ໃນ​ຕອນ​ແລງວັນ​ຈັນ​ມື້ນີ້, ແມ່ນບໍ່​ໄດ້​ສູ່​ເຫັນ​ສະ​ພາບຝົນ​ຕົກ​ທີ່​ກ່ຽວ​ຂ້ອງ​ກັບ​ພາ​ຍຸ​ລະ​ດູ​ຮ້ອນ.

ບັນ​ດາ​ນັກ​ພະ​ຍາ​ກອນ​ອາ​ກາ​ດ​ໄດ້​ກ່າວ​ວ່າ​ທະ​ເລ​ຊາຍ​ບາງ​ເຂດ​ອາດ​ມີ​ຝົນຫຼາຍ​ເຖິງ 12 ຫາ 25 ຊັງ​ຕີ​ແມັດ.

ທ່ານ ອາ​ເລັກ​ຊ໌ ທາ​ດີ, ນັກ​ອຸ​ຕຸ​ນິ​ຍົມ​ວິ​ທະ​ຍາອາ​ວຸ​ໂສ​ສຳ​ລັບ​ອົງ​ການ​ມະ​ຫາ​ສະ​ໝຸດ ແລະ ຊັ້ນ​ບັນ​ຍາ​ກາດ​ແຫ່ງ​ຊາດ ໃນ​ເມືອງ ແຊ​ນ​ ດີ​ເອ​ໂກ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ລາຍ​ງານ​ວ່າ “ໃນ​ບາງ​ພື້ນ​ທີ່​ຂອງ​ທະ​ເລ​ຊາຍ, ນັ້ນ​ແມ່ນ​ເທົ່າ​ກັບ​ນຶ່ງ​ປີ. ຝົນ​ຕົກ​ທຳ​ມະ​ດາ​ໃນ​ພາກ​ໃຕ້​ຂອງ​ລັດ​ຄາ​ລິ​ຟໍ​ເນຍ ແລະ ແຊນ​ດີ​ເອ​ໂກ ແມ່ນບໍ່​ມີ​ຫຍັງ​ໃນ​ເດືອນ​ສິງ​ຫາ. ສະ​ນັ້ນ, ມັນ​ເປັນ​ເຫດ​ການ​ທີ່ບໍ່​ປົກ​ກະ​ຕິ​ເກີດ​ຂຶ້ນ​ຢູ່​ທີ່ນີ້.”

ຜູ້​ປົ​ກ​ຄອງ​ລັດ ຄາ​ລິ​ຟໍ​ເນຍ ທ່ານ ແກວິນ ນິວ​ຊຳ ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ໃນ​ລັດ​ເພື່ອ​ຊ່ວຍ​ເຫຼືອ​ໃນ​ການ​ຮັບ​ມື ແລະ ພາ​ລະ​ກິດ​ການ​ຟື້ນ​ຟູ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG