ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານ​ອະ​ວະ​ກາດ ລູ​ນາ-25 ຂອງ​ຣັດ​ເຊຍ ຕົກ​ຢູ່​ເທິງດວງ​ຈັນ

ຮູບ​ທີ່​ຖ່າຍ​ຈາກວີ​ດີ​ໂອ ແລະ​ເປີດ​ເຜີຍ​ໂດຍ​ບໍ​ລິ​ສັດ​ອະ​ວະ​ກາດ​ຂອງ​ລັດ​ຖະ​ບານ​ຣັດ​ເຊຍ Roscosmos ຈະ​ຫຼວດ Soyuz-2.1b ພ້ອມ​ດ້ວຍ​ຍານ​ລູ​ນາ -25 ພວມ​ບິນ​ຂຶ້ນ​ຈາກ​ຖານ​ສົ່ງ​ຍານ​ອະ​ວະ​ກາດ Vostochny Cosmodrome ເມື່ອ​ວັນ​ທີ 11 ສິງ​ຫາ 2023. (Roscosmos State Space Corporation via AP)

ຍານ​ອະ​ວະ​ກາດ​ລູ​ນາ-25 ຂ​ອງ​ຣັດ​ເຊຍ ໄດ້​ປະ​ສົບ​ອຸ​ບັດ​ຕິ​ເຫດ​ຕົກ​ຢູ່​ເທິງດວງ​ຈັນ.

“ຍານ​ໄດ້​ເຄື່ອນ​ຍ້າຍ​ເຂົ້າ​ສູ່​ວົງ​ໂຄ​ຈອນ​ທີ່​ທຳ​ນາຍ​ບໍ່​ໄດ້ ແລະ​ພົບ​ຈຸດ​ຈົບ​ອັນ​ເປັນ​ຜົນ​ເນື່ອງ​ມາ​ຈາກ​ການ​ຕຳ​ກັບ​ພື້ນ​ຜິວ​ຂອງດວງ​ຈັນ" Roscosmos ​ຊຶ່ງ​ເປັນ​ອົງ​ການ​ອະ​ວະ​ກາດ​ຂອງ​ຣັດ​ເຊຍ ກ່າວ​ໃນ​ວັນ​ອາ​ທິດ​ວານນີ້.

ໃນ​ມື້​ວັນ​ເສົາ ອົງ​ການ​ອະ​ວະ​ກາດ​ຂອງ​ຣັດ​ເຊຍ​ເວົ້າ​ວ່າ ​ຕົນ​ມີ​ບັນ​ຫາ​ກັບ​ຍານ​ອະ​ວະ​ກາດ​ແລະ​ໄດ້​ສູນ​ເສຍ​ການ​ຕິດ​ຕໍ່.

ຍານ​ອະ​ວະ​ກາດ​ບໍ່​ມີ​ຄົນ​ຂັບ​ທີ່​ເປັນ​ຫຸ່ນ​ຍົນ ມີ​ກຳ​ນົດ​ລົງ​ຈອດ​ຢູ່​ຂົ້ວ​ດວງ​ຈັນ​ກ້ຳ​ໃຕ້​ໃນ​ວັນ​ຈັນ​ມື້ນີ້ ກ່ອນ​ໜ້າ​ຍານ​ອະ​ວະ​ກາດ​ຂອງ​ອິນ​ເດຍ ທີ່​ມີ​ກຳ​ນົດ​ລົງ​ຈອດ​ຢູ່​ຂົ້ວ​ກ້ຳ​ໃຕ້​ຂອງດວງ​ຈັນ​ເຊັ່ນ​ດຽວ​ກັນ ໃນ​ທ້າຍ​ອາ​ທິດນີ້.

ພວກ​ນັກ​ວິ​ທະ​ຍາ​ສາດ​ມີ​ຄວາມ​ກະ​ຕື​ລື​ລົ້ນ ໃນ​ການ​ສຳ​ຫຼວດ​ຂົ້ວ​ກ້ຳ​ໃຕ້​ຂອງດວງ​ຈັນ ຍ້ອນ​ເຂົາ​ເຈົ້າ​ເຊື່ອ​ວ່າ ອາດ​ມີ​ນ້ຳ​ຢູ່​ທີ່ນັ້ນ ແລະ​ນ້ຳ​ດັ່ງ​ກ່າວ​ອາດ​ຈະ​ຖືກ​ຫັນ​ປ່ຽນ​ໃນ​ອະ​ນາ​ຄົດ​ໂດຍ​ພວກ​ນັກ​ບິນ​ອະ​ວະ​ກາດ ໃຫ້​ກາຍ​ເປັນ​ອາ​ກາດ​ແລະ​ເຊື້ອ​ໄຟ​ຂອງ​ຈະ​ຫຼວດ.

ຣັດ​ເຊຍ​ໄດ້​ສົ່ງ​ຍານ​ໄປ​ດວງ​ຈັນ​ເທື່ອ​ສຸດ​ທ້າຍ​ແມ່ນ​ໃນ​ປີ 1976 ໃນ​ສະ​ໄໝ​ສະ​ຫະ​ພາບ​ໂຊ​ຫວຽດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG