ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ລູກຊາຍ ຂອງຜູ້ກໍາອໍານາດມາດົນນານກໍາປູເຈຍ ຖືກເລືອກໃຫ້ມາດໍາລົງຕໍາແໜ່ງ ເປັນນາຍົກລັດຖະມົນຕີ ຕໍ່ຈາກພໍ່


ທ່ານຮຸນ ເຊນ ກ່າວປາໄສຢູ່ທີ່ຫໍສະພາແຫ່ງຊາດ ລຸນຫຼັງການລົງຄະແນນສຽງຢືນຢັນເອົາລູກຊາຍຂອງທ່ານ ທ່ານຮຸນ ມາເນດ, ເປັນນາຍົກລັດຖະມົນຕີຂອງກໍາປູເຈຍ, ໃນນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນທີ 22 ສິງຫາ 2023.

ສະພາຂອງກໍາປູເຈຍ ໄດ້ເລືອກເອົາ ທ່ານຮຸນ ມາເນດ ດ້ວຍ​ຄະ​ແນນ​ສຽງຢ່າງຖ້ວມລົ້ນ ​ເຂົ້າ​ດໍາລົງຕໍາແໜ່ງແທນພໍ່ຂອງທ່ານ, ທ່ານຮຸນ ເຊນ ເຊິ່ງເປັນຜູ້ປົກຄອງປະເທດແບບຜະເດັດການມາຍາວນານ, ມາເປັນນາຍົກລັດຖະມົນຕີຂອງປະເທດ.

ການເລືອກເອົາ ທ່ານຮຸນ ມາເນດ ອາຍຸ 45 ປີ ມາເປັນຜູ້ນໍາຄົນໃໝ່ຂອງປະເທດ ມີຂຶ້ນພຽງບໍ່ເທົ່າໃດອາທິດ ລຸນຫຼັງພໍ່ຂອງທ່ານໄດ້ປະກາດວ່າ ທ່ານຈະກ້າວລົງຈາກຕໍາແໜ່ງ ຫຼັງ​ຈາກທີ່ກໍາອໍານາດມາເປັນເວລາເກືອບ 4 ທົດສະວັດ, ເຊິ່ງໄດ້ຮັບແຮງຜັກດັນໂດຍໄຊຊະນະອັນຖ້ວມລົ້ນຂອງພັກປະຊາຊົນກໍາປູເຈຍທີ່ກໍາອໍານາດຂອງທ່ານ ໃນການເລືອກຕັ້ງສະພາ.

ການເລືອກຕັ້ງດັ່ງກ່າວນີ້ ໄດ້ຖືກປະນາມໂດຍບັນດາລັດຖະບານຂອງປະເທດຕາເວັນຕົກ ແລະ ອົງການປົກປ້ອງສິດທິມະນຸດ ວ່າເປັນສິ່ງທີ່ໜ້າອັບອາຍ ເນື່ອງຈາກພັກຝ່າຍຄ້ານທີ່ສໍາຄັນ ໄດ້ຖືກ​ກີດ​ກັນບໍ່ໃຫ້ເຂົ້າຮ່ວມໃນການເລືອກຕັ້ງ. ທ່ານຮຸນ ມາເນດ ໄດ້ໄຊຊະນະບ່ອນນັ່ງຢູ່ໃນສະພາ ໃນຖານະສະມາຊິກພັກປະຊາຊົນກໍາປູເຈຍ ຫຼື CCP.

ໂດຍຈົບການສຶກສາຈາກ​ສະ​ຖາ​ບັນ West Point Military. ທ່ານຮຸນ ມາເນດ ໄດ້ປະຕິບັດໜ້າທີ່ຢູ່ໃນກອງທັບກໍາປູເຈຍມາຫຼາຍປີ ໂດຍດໍາລົງຕໍາແໜ່ງຕ່າງໆເຊັ່ນ ຫົວໜ້າໜ່ວຍຕໍ່ຕ້ານການກໍ່ການຮ້າຍ, ຮອງຜູ້ບັນຊາການກອງທັບ ແລະເປັນຜູ້ບັນຊາການທະຫານບົກ. ທ່ານຍັງຈົບການສຶກສາລະດັບປະລິນຍາໂທຈາກມະຫາວິທະຍາໄລນິວຢອກ ແລະປະລິນຍາເອກຈາກມະຫາວິທະຍາໄລອັງກິດ, ເຊິ່ງທັງຫຼົດແມ່ນດ້ານເສດຖະກິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG