ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ຣັ່ງ ຈະ​ຢູ່​ທີ່ປະ​ເທດ​ໄນ​ເຈີ​ຕໍ່​ໄປ ໂດຍ​ບໍ່​​ປະ​ຕິ​ບັດ​ຕາມ ຄຳ​ສັ່ງ​ຂອງ​ພວກ​ທະ​ຫານ


​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ພວມ​ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ປະ​ຈຳ​ປີ ຕໍ່​ໜ້າ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ທີ່ທຳ​ນຽບ​ຊັງ​ເອ​ລີ​ເຊ ນະ​ຄອນ​ຫຼວງ​ປາ​ຣີ ວັນ​ທີ 28 ສິງ​ຫາ 2023.
​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ພວມ​ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ປະ​ຈຳ​ປີ ຕໍ່​ໜ້າ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ທີ່ທຳ​ນຽບ​ຊັງ​ເອ​ລີ​ເຊ ນະ​ຄອນ​ຫຼວງ​ປາ​ຣີ ວັນ​ທີ 28 ສິງ​ຫາ 2023.

ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ກ່າວ​ວ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ຣັ່ງ​ປະ​ຈຳ​ໄນ​ເຈີ ຈະ​ກຳ​ຕຳ​ແໜ່ງ​ຂອງ​ທ່ານ​ຢູ່​ທີ່ນັ້ນ​ຕໍ່​ໄປ ທັງໆ​ທີ່​ໄດ້​ຖືກ​ສັ່ງ​ໃຫ້​ອອກ​ຈາກ​ປະ​ເທດ​ ໂດຍ​ພວກ​ຜູ້​ນຳ​ທະ​ຫານ​ຊຸດ​ໃໝ່​ຂອງ​ໄນ​ເຈີ.

ທ່ານ​ມາກ​ຣົງ ກ່າວ​ຕໍ່​ກອງ​ປະ​ຊຸມ​ບັນ​ດ​າ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ​ຝ​ຣັ່ງ​ທີ່​ນະ​ຄອນປາ​ຣີ​ໃນ​ວັນ​ຈັນ​ວານນີ້​ວ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຊິນ​ແວັງ ອິດ​ເຕ (Sylvain Itte) “ຈະ​ຢູ່​ທີ່ນັ້ນ​ຕໍ່​ໄປ​ທັງໆ​ທີ່​ໄດ້​ຮັບ​ການ​ກົດ​ດັນ.”

ນອກນັ້ນ ທ່ານ​ຍັງ​ໄດ້​ປະ​ຕິ​ຕໍ່​ຄວາມ​ກັງ​ວົນ​ທີ່​ໄດ້​ລຸກ​ຂຶ້ນ​ຕໍ່​ຕ້ານ​ພວກ​ຜູ້​ນຳ​ທະ​ຫານຢູ່ໄນ​ເຈີ ຊຶ່ງ​ອາດ​ຈະ​ເປັນ​ອັນ​ຕະ​ລາຍ ​ແຕ່​ກໍ​ຢືນ​ຢັດ​ວ່າ “ນະ​ໂຍ​ບາຍ​ຂອງ​ພວກ​ເຮົາ​ແມ່ນ​ຖືກ​ຕ້ອງ​ແລ້ວ.”

ທ່ານ​ອິດ​ເຕ​ໄດ້​ຖືກ​ສັ່ງ​ໃຫ້​ອອກ​ຈາກ​ໄນ​ເຈີ​ພາຍ​ໃນ​ 48 ຊົ່ວ​ໂມງ ໃນ​ຈົດ​ໝາຍ​ທີ່​ສົ່ງ​ໃຫ້​ທ່ານ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄນ​ເຈີ. ​ການ​ຍື່ນຄຳ​ຂາດມີ​ຂຶ້ນ ​ຫຼັງ​ຈາກ​ອິດ​ເຕໄດ້​ປະ​ຕິ​ເສດ​ທີ່​ຈະ​ພົບ​ປະ​ກັບ​ພວກ​ຜູ້​ນຳ​ທະ​ຫານ ທີ່​ໄດ້​ພາ​ກັນ​ໂຄ່ນ​ລົ້ມ​ປະ​ທາ​ນາ​ທິ​ບໍ​ດີ​ໂມ​ຮາ​ເໝັດ ບາ​ຊູມ ໃນ​ການ​ເຮັດ​ລັດ​ຖະ​ປະ​ຫານ​ເມື່ອ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ.

ທ່ານ​ບາ​ຊູມ ແລະ​ຄອບ​ຄົວ​ໄດ້​ຖືກ​ຄຸມ​ຂັງ​ໂດຍ​ພວກ​ທະ​ຫານ​ຢູ່​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ. ໄນ​ເຈີ ເຄີຍ​ເປັນ​ປະ​ເທດ​ອາ​ນາ​ນິ​ຄົມ​ຂອງ​ຝ​ຣັ່ງ ແລະ​ເວ​ລາ​ນີ້ ຝ​ຣັ່ງ​ຍັງ​ມີ​ທະ​ຫານ 1,500 ຄົນ​ປະ​ຈຳ​ການ​ຢູ່​ທີ່ນັ້ນ. ພວກ​ເຂົາ​ເຈົ້າ​ໄດ້​ຊ່ວຍ​ໄນ​ເຈີ ຕໍ່​ສູ້​ກັບ​ກຳ​ລັງ​ຂອງ​ກຸ່ມ​ຈີ​ຮາດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG