ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ​ກ່າວ​ວ່າ ອະດີດ​ພະນັກງານ​ກົງ​ສຸນ​ສະຫະລັດ​ ຖືກ​ກ່າວ​ຫາ ​ໃນ​ຂໍ້​ຫາ​ສອດ​ແນມ


ໃນ​ຮູບ​ຖ່າຍ​ທີ່​ຖ່າຍ​ຈາກ​ວິ​ດີ​ໂອທີ່ເຜີຍແຜ່​ໂດຍ​ສານ​ເມືອງ Lefortovo, ທ່ານ ໂຣເບີດ ໂຊນັອຟ (Robert Shonov) ຍ່າງໄປຫ້ອງພິຈາລະນາຄະດີໂດຍມີ​ເຈົ້າ​ໜ້າຄຸ້ມກັນ ​ຢູ່​ສານເມືອງ Lefortovo ໃນ​ນະ​ຄອນຫຼວງ​ມົ​ສ​ກູ, ຣັດ​ເຊຍ, ວັນທີ 18 ພຶດ​ສະ​ພາ 2023
ໃນ​ຮູບ​ຖ່າຍ​ທີ່​ຖ່າຍ​ຈາກ​ວິ​ດີ​ໂອທີ່ເຜີຍແຜ່​ໂດຍ​ສານ​ເມືອງ Lefortovo, ທ່ານ ໂຣເບີດ ໂຊນັອຟ (Robert Shonov) ຍ່າງໄປຫ້ອງພິຈາລະນາຄະດີໂດຍມີ​ເຈົ້າ​ໜ້າຄຸ້ມກັນ ​ຢູ່​ສານເມືອງ Lefortovo ໃນ​ນະ​ຄອນຫຼວງ​ມົ​ສ​ກູ, ຣັດ​ເຊຍ, ວັນທີ 18 ພຶດ​ສະ​ພາ 2023

ອົງການ​ຮັກສາ​ຄວາມ​ປອດ​ໄພ FSB ຂອງຣັດ​ເຊຍ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ອະດີດ​ພະນັກງານ​ຂອງ​ສະຖານ​ກົງສຸນ​ສະຫະລັດ​ໃນ​ນະຄອນ ວລາດິວອສຕັອກ (Vladivostok) ​ໄດ້​ຖືກຕັ້ງ​ຂໍ້ກ່າວ​ຫາ ໃນການກ່າວ​ຫາ​ວ່າ ​ທ່ານ​ໄດ້​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ສົງຄາມ​ໃນ​ຢູ​ເຄຣນ ​ແລະ​ການ​ປະ​ທ້ວງ​ໃນຣັດ​ເຊຍ​ ໃນ​ນາມ​ຂອງ​ສະຫະ ລັດ.

ຖະແຫຼງການຂອງ​ອົງ​ການ FSB ກ່າວວ່າ ທ່ານ ໂຣເບີດ ໂຊນັອຟ (Robert Shonov) ໄດ້ເກັບກໍາຂໍ້ມູນ​ຢ້ອນຫຼັງໄປເຖິງເດືອນກັນຍາ 2022, ລວມທັງການ​ປຸກ​ລະ​ດົມການເກນທະຫານຂອງຣັດເຊຍ.

​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ, ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ປະນາມລາຍງານ​ການ​ຈັບ​ກຸມ​ຂອງ​ທ່ານໂຊນັອຟ (Shonov) ​ໂດຍ​ກ່າວ​ວ່າ ການ​ກ່າວ​ຫາ​ຕໍ່​ທ່ານ​ແມ່ນ "ບໍ່​ມີ​ຄຸນ​ນະທຳໂດຍຊິ້ນເຊິງ."

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານແມັທທິວ ມິລເລີ (Matthew Miller) ກ່າວໃນຖະແຫຼງການວ່າ ທ່ານ ໂຊນັອຟ (Shonov) ເຮັດວຽກຢູ່ສະ ຖານກົງສຸນ ເປັນເວລາຫຼາຍກວ່າ 25 ປີ ກ່ອນທີ່ຈະຖືກຈ້າງງານໂດຍໜ່ວຍງານພາຍນອກ ທີ່ໃຫ້ບໍລິການແກ່ສະຖານທູດສະຫະລັດ ໃນມົສກູ.

" ບົດບາດດຽວຂອງ ທ່ານ ໂຊນັອຟ (Shonov) ໃນເວລາຖືກຈັບກຸມແມ່ນການລວບລວມບົດສະຫຼຸບສື່ມວນຊົນ ກ່ຽວກັບລາຍການຂ່າວຈາກແຫຼ່ງສື່ມວນຊົນຂອງຣັດເຊຍທີ່ເຜີຍແຜ່ຕໍ່ສາທາລະນະ,” "ທ່ານຕົກເປັນເປົ້າໝາຍພາຍໃຕ້ກົດໝາຍ "ການຮ່ວມມືທີ່ເປັນຄວາມລັບ" ທີ່ຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງການນຳໃຊ້ກົດໝາຍທີ່ກົດຂີ່ຂົ່ມເຫັງພົນລະເມືອງຂອງຕົນເອງ ທີ່ນັບມື້ນັບຮຸນແຮງຂຶ້ນຂອງສະຫະພັນຣັດເຊຍ." ທ່ານ ມິລເລີຣ໌ (Miller) ກ່າວ.

ກອງທັບ​ຢູ​ເຄຣນ​ໃນ​ວັນ​ຈັນ​ມື້​ນີ້ ​ລາຍ​ງານ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ​ໃນຂ້າມຄືນ, ​ໃນ​ຂະນະ​ທີ່ຣັດ​ເຊຍ​ກ່າວ​ວ່າ ຢູ​ເຄຣນ​ໄດ້​ໃຊ້​ໂດຣນ ຫຼາຍ​ລຳທີ່ມີ​ເປົ້າໝາຍແນໃສ່​ເຂດ​ດິນ​ແດນ​ຂອງຣັດ​ເຊຍ.

ເຈົ້າໜ້າທີ່ທົ່ວໄປ​ຂອງກອງທັບ​ຢູ​ເຄຣນ ກ່າວ​ວ່າ ການ​ປ້ອງ​ກັນ​ທາງ​ອາກາດ​ໄດ້​ທຳລາຍ​ລູກ​ສອນ​ໄຟ​ເວີ່ນ​ຂອງຣັດ​ເຊຍ 2 ລູກ​ແລະ ລູກ​ສອນ​ໄ​ຟ​ນຳ​ວິ​ຖີ 2 ລູກ, ​ແຕ່​ວ່າ ໂຮງງານ​ອຸດສາຫະກຳ​ພົນລະ​ເຮືອນແຫ່ງນຶ່ງ​ໄດ້​ຖືກໂຈມຕີ​ຢູ່​ເຂດໂປລຕາວາ (Poltava). ບໍ່ມີຂໍ້ມູນ ກ່ຽວກັບຄວາມເສຍຫາຍຈາກການໂຈມຕີໃນທັນທີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG