ສານມົສກູແຫ່ງນຶ່ງ ໃນວັນພະຫັດວານນີ້ ໄດ້ຕໍ່ເວລາອອກໄປ ອີກສາມເດືອນ ການຄຸມຂັງກ່ອນການດຳເນີນຄະດີນັກຂ່າວສະຫະລັດ ທ່ານເອແວັນ ເກີສໂກວິຈ. ເວລານີ້ ທ່ານຈະຖືກຂັງຕໍ່ໄປອີກໃນຂໍ້ຫາສືບລັບ ໄປຢ່າງໜ້ອຍຈົນຮອດທ້າຍເດືອນພະຈິກ ອີງລາຍງານອົງການຂ່າວທາສ ຂອງທາງການຣັດເຊຍ.
ນັກຂ່າວໜັງສືພິມ Wall Street Journal ໄດ້ຖືກຄຸມຂັງເມື່ອທ້າຍເດືອນມີນາໃນຂະນະທີ່ປະຕິບັດໜ້າທີ່ ຢູ່ເມືອງຢີກາເຕີຣິນເບີກ ຂອງຣັດເຊຍ.
ມົສກູໄດ້ກ່າວຫາທ່ານວ່າ ເປັນສອດແນມ ຊຶ່ງທ່ານ ນາຍຈ້າງຂອງທ່ານ ແລະລັດຖະບານສະຫະລັດ ໄດ້ປະຕິເສດຢ່າງແຂງຂັນ. ກະຊວງຕ່າງປະເທດສະຫະ ລັດ ໄດ້ຈັດການຄຸມຂັງທ່ານວ່າ ເປັນຄວາມຜິດພາດ.
ທ່ານເກີສໂກວິຈ ເປັນນັກຂ່າວອາເມຣິກັນຄົນທຳອິດ ທີ່ຖືກກັກຂັງຢູ່ໃນຣັດເຊຍ ໃນຂໍ້ຫາຈາລະກຳ ນັບແຕ່ສົງຄາມໂລກຄັ້ງທີສອງເປັນຕົ້ນມາ.
ທ່ານເຈີໂກວິຈ ອາຍຸ 31 ປີ ໄດ້ໄປເຖິງສານມົສກູ ໃນວັນພະຫັດວານນີ້ ຢູ່ໃນລົດຕູ້ສີຂາວຂອງຄຸກ ໂດຍຖືກໃສ່ກັບມືອອກມາ. ທ່ານໄດ້ໄປປາກົດໂຕ ຢູ່ສານເພື່ອຟັງຜົນຂອງການຈັບກຸມ ທີ່ຈະຕໍ່ອອກໄປຕື່ມອີກແຕ່ວັນທີ 30 ສິງຫາ.
ນີ້ເປັນເທື່ອທີສອງທີ່ການຄຸມຂັງກ່ອນການດຳເນີນຄະດີຂອງທ່ານໄດ້ຖືກຕໍ່ເວລາອອກໄປ ທັງສອງຄັ້ງເປັນເວລາສາມເດືອນ. ການຄຸມຂັງກ່ອນການດຳເນີນຄະດີ ທ່ານເກີສໂກວິຈ ໃນຂັ້ນຕົ້ນມີກຳນົດທີ່ຈະໝົດອາຍຸລົງໃນວັນທີ 29 ພຶດສະພາ.