ສະຫະລັດ ປະກາດການຊ່ວຍເຫຼືອມູນຄ່າ 100 ລ້ານໂດລາໃຫ້ເຂດກາຊາ ແລະ ເຂດ West Bank, ແລະ ລັດຖະບານຂອງທ່ານໄບເດັນ ຄາດວ່າຈະສະເໜີການຊ່ວຍເຫຼືອມູນຄ່າ 100 ຕື້ໂດລາໃຫ້ແກ່ ອິສຣາແອລ, ຢູເຄຣນ, ໄຕ້ຫວັນ ແລະ ຄວາມໝັ້ນຄົງຕາມຊາຍແດນສະຫະລັດ ກັບເມັກຊິໂກ
ທ່ານວິທາລີ ຄິມ ຜູ້ປົກຄອງຂົງເຂດນັ້ນ ໄດ້ກ່າວວ່າ ການໂຈມຕີໄດ້ເກີດຂຶ້ນໃນ ຄຸ້ມບ້ານ ສເຕໂປບວ໌ (Stepove) ແລະໄດ້ສ້າງຄວາມເສຍຫາຍຕໍ່ຕຶກທີ່ຢູ່ອາໄສ ທັງສອງຫຼັງ ແລະທຸລະກິດດ້ານກະສິກຳແຫ່ງນຶ່ງ
ເສດຖະກິດໃຫຍ່ອັນດັບສອງຂອງໂລກໄດ້ເຕີບໂຕຢູ່ທີ່ 4.9 ເປີເຊັນ ໃນລະຫວ່າງເດືອນກໍລະກົດຫາເດືອນກັນຍາ ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ການເພີ່ມຂຶ້ນດັ່ງກ່າວ ແມ່ນດີກວ່າອັດຕາ 4.5 ເປີເຊັນ ທີ່ນັກ ວິເຄາະສ່ວນໃຫຍ່ໄດ້ຄາດຄະເນໄວ້ ແຕ່ຕໍ່າກວ່າອັດຕາການເຕີບໂຕ 6.3 ເປີເຊັນໃນສາມເດືອນທີ່ຜ່ານມາ.
ທ່ານຈໍແດນ, ເຊິ່ງເປັນພວກອະນຸລັກນິຍົມທີ່ເຄັ່ງຄັດ ແລະເປັນພັນທະມິດຂອງ ອະດີດປະທານາທິບໍດີ ດໍໂນລ ທຣຳ, ໄດ້ຂາດຄະແນນສຽງສ່ວນໃຫຍ່ໃນວັນ ອັງຄານວານນີ້, ໃນຂະນະທີ່ສະມາຊິກພັກຣີພັບບລີກັນ 20 ຄົນໄດ້ລົງຄະແນນ ສຽງໃຫ້ສະມາຊິກຄົນອື່ນໆ
ຊາວສະວີເດັນ 2 ຄົນເສຍຊີວິດ, ຄົນທີ 3 ໄດ້ຮັບບາດເຈັບຈາກການໂຈມຕີ ໃກ້ກັບການແຂ່ງຂັນເຕະບານລະຫວ່າງທີມຊາດແບລຈ້ຽມ ແລະທີມຊາດສະວີເດັນ
ຮວມຢູ່ໃນບັນດາຜູ້ເສຍຊີວິດມີນັກຂ່າວຖ່າຍວີດີໂອ ຂອງອົງການຂ່າວຣອຍເຕີ ທ່ານອາຊຊາມ ອັບດາລລາ ຜູ້ທີ່ໄດ້ເສຍຊີວິດໃນວັນສຸກແລ້ວນີ້ ໃນຂະນະທີ່ລາຍງານສົດ ໃກ້ກັບຊາຍແດນໃນພາກໃຕ້ຂອງເລບານອນ
ທ່ານຈໍແດັນ, ຜູ້ແທນຝ່າຍຂວາຈາກລັດໂອຮາຍໂອ, ໄດ້ຮັບການສະຫນັບສະຫນູນຈາກສະມາຊິກພັກຣີພັບບລີກັນຫຼາຍຄົນ, ແຕ່ມັນຍັງບໍ່ຈະແຈ້ງວ່າ ທ່ານຈະສາມາດໄດ້ຮັບການສະໜັບສະໜູນທີ່ພຽງພໍ ຈາກບັນດາສະມາຊິກ ໃນຄວາມພະຍາຍາມຂອງທ່ານ ເພື່ອໃຫ້ໄດ້ເປັນປະທານສະພາຕໍ່າ ຫຼືບໍ່
ທ່ານເຊເລັນສກີ ຫວັງວ່າ ຈະຊຸກຍູ້ການຟື້ນຟູລະບົບເສດຖະກິດຂອງ ຢູເຄຣນ ດ້ວຍການຊ່ວຍເຫຼືອຈາກ ສະຫະລັດ
ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ປະທານາທິບໍດີ ໄບເດັນ ຈະຢ້ຽມຢາມ ນະຄອນ ແຕລ ອາວີບ ກ່ອນເດີນທາງໄປປະເທດຈໍແດນ ບ່ອນທີ່ທ່ານຈະພົບປະກັບ ກະສັດ ອັບດູລລາ, ປະທານາທິບໍດີອີຢິບ ທ່ານອັບແດລ ຟາຕາ ແອລ-ຊິສຊີ ແລະອຳນາດການປົກຄອງຂອງປາແລັສໄຕນ໌ ປະທານາທິບໍດີ ມາມູດ ອັບບັສ
ສະມາຊິກສະພາຈາກພັກຣີພັບບຣິກັນຈໍານວນນຶ່ງ ກໍາລັງຕອບໂຕ້ກ່ຽວກັບການຊ່ວຍເຫຼືອແກ່ ຢູເຄຣນ
ທູດພິເສດແຊັດເທີຟີລ (Satterfield) ຈະນໍາພາການທູດຂອງສະຫະລັດ ເພື່ອ ແກ້ໄຂວິກິດການດ້ານມະນຸດສະທໍາໃນກາຊາ ຢ່າງຮີບດ່ວນ, ລວມທັງວຽກງານ ເພື່ອອໍານວຍຄວາມສະດວກໃນການໃຫ້ການຊ່ວຍເຫຼືອໃນການຊ່ວຍຊີວິດຜູ້ດ້ອຍໂອກາດທີ່ສຸດ ແລະສົ່ງເສີມຄວາມປອດໄພຂອງພົນລະເຮືອນ, ໂດຍການປະສານງານກັບສະຫະປະຊາຊາດແລະຄູ່ຮ່ວມງານຂອງສະຫະລັດ
ຫົວໜ້າອົງການອົບພະຍົບ ປາແລັສໄຕນ໌ ຂອງສະຫະປະຊາຊາດໄດ້ກ່າວໃນວັນອາທິດວານນີ້ວ່າ ກາຊາ ແມ່ນ “ກຳລັງຖືກຮັດຄໍ” ແລະ ວ່າສະບຽງເຊັ່ນນ້ຳ, ອາຫານ ແລະ ຢາກໍຈະໝົດໃນໄວໆນີ້.
ສະມາຊິກພັກຣີພບບລິກັນ ໄດ້ສະເໜີໃຫ້ທ່ານສະກາລິສ ໃນການລົງຄະແນນສຽງແບບປິດລັບໃນວັນພຸດທີ່ຜ່ານມາ ເພື່ອໃຫ້ເປັນຜູ້ທີ່ເຂົາເຈົ້າເລືອກເອົາ ມາແທນອະດີດປະທານສະພາຕໍ່າ ທ່ານແຄວິນ ແມັກຄາທີ ຜູ້ທີ່ໄດ້ປົດອອກຈາກ ຕໍາແໜ່ງ ໃນອາທິດແລ້ວນີ້
"ອົງການສະຫະປະຊາຊາດ ຮຽກຮ້ອງຢ່າງໜັກແໜ້ນ ໃຫ້ຍົກເລີກຄໍາສັ່ງດັ່ງກ່າວ, ຖ້າໄດ້ຮັບການຢືນຢັນ, ເພື່ອຫລີກລ້ຽງສິ່ງທີ່ສາມາດຫັນປ່ຽນ ສິ່ງທີ່ເປັນໂສກນາດຕະກຳຢູ່ແລ້ວ ໃຫ້ກາຍເປັນສະຖານະການທີ່ຮ້າຍແຮງ"
ທ່ານຍັດເຈສລາຟ ກລາກັອຟ ຜູ້ປົກຄອງຂົງເຂດ ໄດ້ກ່າວຢູ່ເຕເລກຣາມວ່າ ຊາກຫັກພັງໄດ້ທຳລາຍເຮືອນຫລັງນຶ່ງ ແລະໄດ້ມີການຄົ້ນພົບ 3 ສົບ ຢູ່ທີ່ບ່ອນເພພັງ
ການສະເໜີຊື່ດັ່ງກ່າວ ໄດ້ມີຂຶ້ນໃນການລົງຄະແນນແບບປິດລັບ ຊຶ່ງໃນທີ່ສຸດພັກຣີພັບບລີກັນ ກໍໄດ້ເລືອກເອົາທ່ານສກາລີສ ຫາກບໍ່ໄດ້ເລືອກເອົາປະທານຄະນະກຳມະການຕຸລາການຂອງສະພາຕ່ຳ ທ່ານຈິມ ຈໍແດັນ
ການອະນຸມັດຂອງລັດຖະບານໄດ້ຖືກມອບໃຫ້ດໍາເນີນຄະດີ ກັບທ່ານນາງຣອຍ ສໍາລັບຄໍາເວົ້າທີ່ສະຫນັບສະຫນູນການແບ່ງແຍກດິນແດນແຄວ້ນແຄັສເມຍ ເມື່ອ 13 ປີກ່ອນ
ບັນດາອົງການມະນຸດສະທຳ ໄດ້ສະແດງຄວາມກັງວົນ ກ່ຽວກັບການສະໜອງອາຫານ, ນ້ຳ, ເຊື້ອໄຟ ແລະ ຢາປົວພະຍາດ ທ່າມກາງການປິດລ້ອມເຂດກາຊາຂອງອິສຣາແອລ
ຫົວໜ້າອົງການ NATO ທ່ານເຈັນ ສະໂຕລເຕັນເບີກ ກ່າວວ່າ ຣັດເຊຍ ກໍາລັງກຽມໃຊ້ 'ລະດູໜາງ ເປັນອາວຸດທາງສົງຄາມ'
ຫຼາຍຄົນໄດ້ນອນຢູ່ນອກເຮືອນໃນອາທິດດັ່ງກ່າວ ເພາະຢ້ານວ່າເຮືອນຈະພັງລົງ
ໂຫລດຕື່ມອີກ