ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຍິງໂດຣນຢູເຄຣນຕົກ ໃນເຂດແບລໂກຣອດ ​ເຮັດ​ໃຫ້ເສຍຊີວິດ 3 ຄົນ


ຮູບພາບຖ່າຍຈາກວີດີໂອ ສະແດງໃຫ້ເຫັນຄົນ ບິ່ງຄວາມເສຍຫາຍ ໃນຂົງເຂດແບລໂກຣອດ ປະເທດຣັດເຊຍ ວັນທີ 22 ພຶດສະພາ 2023
ຮູບພາບຖ່າຍຈາກວີດີໂອ ສະແດງໃຫ້ເຫັນຄົນ ບິ່ງຄວາມເສຍຫາຍ ໃນຂົງເຂດແບລໂກຣອດ ປະເທດຣັດເຊຍ ວັນທີ 22 ພຶດສະພາ 2023

​ເຈົ້າໜ້າທີ່ຣັດເຊຍຄົນນຶ່ງກ່າວໃນວັນພະຫັດມື້ນີ້ວ່າ ຊາກຫັກພັງຈາກເຮືອບິນບໍ່ມີຄົນຂັບ ຫຼືໂດຣນ ຂອງຢູເຄຣນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດສາມຄົນຢູ່ໃນເຂົງເຂດ ແບລໂກຣອດ ຂອງຣັດເຊຍ.

ທ່ານຍັດເຈສລາຟ ກລາກັອຟ ຜູ້ປົກຄອງຂົງເຂດ ໄດ້ກ່າວຢູ່ເຕເລກຣາມວ່າ ຊາກຫັກພັງໄດ້ທຳລາຍເຮືອນຫລັງນຶ່ງ ແລະໄດ້ມີ​ການ​ຄົ້ນ​ພົບ 3 ສົບ ​ຢູ່​ທີ່ບ່ອນເພພັງ.

ກະຊວງປ້ອງກັນປະເທດຂອງຣັດເຊຍກ່າວວ່າ ຕົນໄດ້ສະກັດກັ້ນການໂຈມຕີ ໂດຍໂດຣນຂອງຢູເຄຣນ ດ້ວຍການຍິງປ້ອງກັນທາງອາກາດໃສ່ໂດຣນຕົກລົງໃສ່ເຂດແບລໂກຣອດ.

ແບລໂກຣອດ ແມ່ນນຶ່ງຂອງບັນດາຂົງເຂດຣັດເຊຍ ທີ່ີມີຊາຍແດນຕິດກັບ ຢູເຄຣນ.

ກອງທັບຂອງຢູເຄຣນ ກ່າວໃນວັນພະຫັດມື້ນີ້ວ່າ ຣັດເຊຍໂຈມຕີ​ໃນຕອນຂ້າມຄືນດ້ວຍໂດຣນ 33 ລໍາ ທີ່ແນເປົ້າໝາຍໃສ່ຫລາຍຂົງເຂດ ແລະການປ້ອງກັນ​ໄພທາງອາກາດຢູເຄຣນ ໄດ້ທຳລາຍ 28 ລໍາ ຂອງອາ​ກາດ​ຍານ​ເຫຼົ່າ​ນັ້ນ.

ນຶ່ງຂອງຈຳນວນເປົ້າໝາຍແມ່ນໂອເດຊາ ຢູ່ທາງພາກໃຕ້ຢູເຄຣນ ບ່ອນທີ່ພວກເຈົ້າໜ້າທີ່ໄດ້ລາຍງານວ່າ ​ໄດ້ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພື້ນ​ຖານໂຄງ​ລ່າງທ່າ ເຮືອ ແລະອາຄານທີ່ຢູ່ອາໄສ. ຢ່າງໜ້ອຍນຶ່ງຄົນໄດ້ຮັບບາດເຈັບ.

ເຂດໂອເດຊາ ໄດ້​ຕົກເປັນເປົ້າໝາຍ ຢູ່ເປັນປະຈຳ ໃນການໂຈມຕີທາງອາກາດຂອງຣັດເຊຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG