ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ຈະຫາລື ກ່ຽວກັບ ອິສຣາແອລ, ຢູເຄຣນ ໃນການກ່າວປາໄສໃນວັນພະຫັດ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວຕໍ່ບັນດານັກຂ່າວ ຢູເທິງເຮືອບິນ Air Force One ໃນລະຫວ່າງການຢຸດຕື່ມນໍ້າມັນຢູ່ທີ່ຖານທັບອາກາດ Ramstein ໃນເຢຍຣະມັນ ໃນວັນທີ 18 ຕຸລາ 2023, ໃນຂະນະທີ່ທ່ານເດີນທາງກັບຈາກອິສຣາແອລ ມາວໍຊິງຕັນ.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວຕໍ່ບັນດານັກຂ່າວ ຢູເທິງເຮືອບິນ Air Force One ໃນລະຫວ່າງການຢຸດຕື່ມນໍ້າມັນຢູ່ທີ່ຖານທັບອາກາດ Ramstein ໃນເຢຍຣະມັນ ໃນວັນທີ 18 ຕຸລາ 2023, ໃນຂະນະທີ່ທ່ານເດີນທາງກັບຈາກອິສຣາແອລ ມາວໍຊິງຕັນ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ມີກຳນົດຈະກ່າວຄຳປາໄສທົ່ວປະເທດ ໃນຄືນວັນພະຫັດນີ້ ແລະປຶກສາຫາລື ກ່ຽວກັບການຕອບສະໜອງຂອງສະຫະລັດ ຕໍ່ການໂຈມຕີຂອງກຸ່ມຮາມາສ ໃສ່ອິສຣາແອລ ແລະສົງຄາມຂອງຣັດເຊຍ ໃນຢູເຄຣນ.

ທ່ານໄບເດັນ ໄດ້ໄປຢ້ຽມຢາມອິສຣາແອລໃນວັນພຸດວານນີ້, ໂດຍນຳເອົາຂໍ້ຄວາມ ສະໜັບສະໜຸນແກ່ຊາວອິສຣາແອລ ໃນຂະນະດຽວກັນກໍເຮັດວຽກເພື່ອຮັບປະກັນ ການຊ່ວຍເຫລືອດ້ານມະນຸດສະທຳໃຫ້ແກ່ຊາວປາແລັສໄຕນ໌ ໃນເຂດກາຊາ.

ສະຫະລັດ ປະກາດ​ການ​ຊ່ວຍ​ເຫຼືອມູນຄ່າ 100 ລ້ານ​ໂດ​ລາ​ໃຫ້​ເຂດ​ກາຊາ ​ແລະ ເຂດ West Bank, ແລະ ລັດ​ຖະ​ບານ​ຂອງທ່ານໄບເດັນ ຄາດວ່າ​ຈະ​ສະ​ເໜີ​ການ​ຊ່ວຍ​ເຫຼືອມູນຄ່າ 100 ຕື້ໂດລາໃຫ້​ແກ່ ອິສຣາ​ແອລ, ຢູ​ເຄຣນ, ໄຕ້​ຫວັນ ​ແລະ ຄວາມ​ໝັ້ນຄົງ​ຕາມ​ຊາຍ​ແດນ​ສະຫະລັດ ກັບ​ເມັກ​ຊິໂກ.

ທ່ານໄບເດັນ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ທີ່​ນະ​ຄອນຫຼວງ ເທລ ອາວີບ ວ່າ “ລັດ​ຖະ​ບານ ​ຂອງ​ຂ້າພະ​ເຈົ້າ​ໄດ້​ຕິດ​ຕໍ່​ພົວພັນ​ຢ່າງ​ໃກ້​ຊິດ​ກັບ​ການ​ນຳ​ຂອງ​ບັນດາຜູ້ນຳ ຕັ້ງແຕ່ຊ່ວງ ເວ​ລາທຳອິດ​ຂອງ​ການ​ໂຈມ​ຕີ​ຄັ້ງ​ນີ້.” “ພວກເຮົາຈະເຮັດໃຫ້ແນ່ໃຈວ່າ ພວກເຮົາມີສິ່ງ ທີ່ພວກທ່ານຕ້ອງການໃນການປົກປ້ອງບັນດາປະຊາຊົນຂອງທ່ານ ເພື່ອປົກປ້ອງປະ ເທດຂອງທ່ານ. ເປັນເວລາຫຼາຍທົດສະວັດແລ້ວ ທີ່ພວກເຮົາຮັບປະກັນຄວາມໄດ້ ປຽບທາງການທະຫານທີ່ມີຄຸນນະພາບຂອງອິສຣາແອລ, ແລະໃນທ້າຍອາທິດນີ້, ຂ້າພະເຈົ້າຈະຂໍໂຄງ​ການສະຫນັບສະຫນູນທີ່ບໍ່ເຄີິຍມີມາກ່ອນ ສຳລັບການປ້ອງ ກັນປະເທດຂອງອິສຣາແອລ ຈາກສະພາສູງຂອງສະຫະລັດ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG