ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນຜູ້ຕ້ອງສົງໄສໃນການໂຈມຕີກໍ່ການຮ້າຍຢູ່ນະຄອນຫຼວງ ບຣັສເຊີລສ໌ ຖືກເຈົ້າໜ້າທີ່ຕໍາຫຼວດຍິງເສຍຊີວິດ


ເຈົ້າໜ້າທີ່ຕໍາຫຼວດຄົນນຶ່ງ ສະແດງທ່າທາງໃນຂະນະທີ່ລາວຢືນຍາມຢູ່ດ້ານໜ້າຂອງເຮືອນໃນບໍລິເວນ Schaerbeekຂອງນະຄອນຫຼວງບຣັສເຊີລສ໌ ວັນທີ 17 ຕຸລາ 2023, ບ່ອນທີ່ຜູ້ຕ້ອງສົງໄສວ່າກະທໍາຜິດ ຖືກຍິງເສຍຊີວິດ ໃນລະຫວ່າງທີ່ເຈົ້າໜ້າທີ່ຕໍາຫຼວດເຂົ້າປະຕິບັດການ.
ເຈົ້າໜ້າທີ່ຕໍາຫຼວດຄົນນຶ່ງ ສະແດງທ່າທາງໃນຂະນະທີ່ລາວຢືນຍາມຢູ່ດ້ານໜ້າຂອງເຮືອນໃນບໍລິເວນ Schaerbeekຂອງນະຄອນຫຼວງບຣັສເຊີລສ໌ ວັນທີ 17 ຕຸລາ 2023, ບ່ອນທີ່ຜູ້ຕ້ອງສົງໄສວ່າກະທໍາຜິດ ຖືກຍິງເສຍຊີວິດ ໃນລະຫວ່າງທີ່ເຈົ້າໜ້າທີ່ຕໍາຫຼວດເຂົ້າປະຕິບັດການ.

ເຈົ້າ​ໜ້າ​ທີ່​ແບລຈ້ຽມ​ ກ່າວ​ວ່າ ມືປືນຜູ້​ຕ້ອງ​ສົງ​ໄສ​ໃນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ ຢູ່ນະ​ຄອນ​ຫຼວງບຣັສເຊີລສ໌ ໃນ​ວັນ​ຈັນ​ວານ​ນີ້ ໄດ້​ຖືກເຈົ້າໜ້າທີ່ຕໍາຫຼວດຍິງເສຍຊີວິດແລ້ວ.

ຜູ້​ຕ້ອງ​ສົງ​ໄສ​ຖືກ​ຈັບ​ໄດ້​ ໃນ​ວັນ​ອັງ​ຄານມື້​ນີ້ ​ຢູ່​ໃນ​ຂົງເຂດເມືອງ ເຊຍບິກ (Schaerbeek).

ຜູ້ຖ່າຍວິ​ດີ​ໂອ​ມື​ສ​ະໝັກຫຼິ້ນ ​ທີ່​ຖືກ​ໂພສລົງ​ໃນ​ສື່​ສັງ​ຄົມ​ສະ​ແດງ​ໃຫ້​ເຫັນ​ຜູ້​ຊາຍ​ໃສ່​ເສື້ອ​ກັນ​ໜາວ​ສີ​ສົ້ມ ​ແລະ​ຂີ່​ສະ​ກູດ​ເຕີ​ ທີ່ໄດ້​ແລ່ນ​ລົງ​ຕາມ​ຖະ​ໜົນ​ທີ່​ມີຄວາມຫຍຸ້ງຍາກສັບສົນ, ໂດຍດຶງ​ປືນ​ອອກມາ ​ແລ້ວ​ຍິງ​ໃສ່ຜູ້​ຄົນທີ່ພາກັນ​ຍ່າງຢູ່. ຈາກ​ນັ້ນ ​ມື​ປືນ​ໄດ້​ໄລ່ກວດໃຫ້​ຄົນ​ເຂົ້າ​ໄປ​ໃນ​ຕຶກອາຄານ​ຫຼັງ​ໜຶ່ງ ​ແລະ​ໄດ້​ສືບຕໍ່ຍິງ​ປືນ​ອີກ ກ່ອນ​ທີ່​ຈະ​ໜີ​ອອກ​ຈາກ​ບ່ອນ​ເກີດ​ເຫດ.

ຊາວສະວີເດັນ 2 ຄົນ​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ, ​ໃນ​ຂະນະ​ທີ່​ຜູ້​ທີ​ສາມ​ໄດ້​ຮັບ​ບາດ​ເຈັບ​ສາຫັດ.

ຜູ້​ຕ້ອງ​ສົງ​ໄສທີ່​ເປັນ​ມື​ປືນ​ໄດ້​ຖືກ​ລະບຸ​ວ່າ ​ເປັນ​ຜູ້​ຊາຍ​ຊາວ​ຕູ​ນີ​ເຊຍ ອາຍຸ 45 ປີ ​ທີ່ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ຍິງ​ສັງຫານ​ໝູ່​ ຢູ່​ໃນ​ສື່​ສັງຄົມ​ ໂດຍ​ກ່າວ​ວ່າ ​ໄດ້​ຮັບແຮງບັນດານໃຈ​ຈາກ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິສລາມ. ສະວີເດັນ ໄດ້ຍົກລະດັບການເຕືອນໄພສໍາລັບການກໍ່ການຮ້າຍຂອງຕົນ ຂຶ້ນສູ່ລະດັບສູງສຸດເປັນອັນດັບສອງ ໃນເດືອນສິງຫາ ລຸນຫຼັງມີການຈູດເຜົາຄໍາພີກູຣານ (Quran), ເຊິ່ງເປັນປື້ມສັກສິດຂອງຊາວມຸດສະລິມ, ສົ່ງຜົນເຮັດໃຫ້ມີການຂົ່ມຂູ່ເພື່ອແກ້ແຄ້ນ ຈາກພວກຫົວຮຸນແຮງລັດອິສລາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG