ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໄດ້ແຕ່ງຕັ້ງອະດີດເອກອັກຄະລັດ ຖະທູດເດວິສ ແຊັດເທີຟີລ (David Satterfield) ເປັນທູດພິເສດດ້ານບັນຫາ ມະນຸດສະທຳຕາເວັນອອກກາງ ເພື່ອນໍາພາການຕອບສະໜອງຂອງສະຫະລັດ ຕໍ່ວິກິດການເຂດກາຊາ ໃນຂະນະທີ່ຈໍານວນຜູ້ເສຍຊີວິດຢູ່ໃນພາກພື້ນດັ່ງກ່າວ ເພີ່ມສູງຂຶ້ນ.
ທູດພິເສດແຊັດເທີຟີລ (Satterfield) ຈະນໍາພາການທູດຂອງສະຫະລັດ ເພື່ອ ແກ້ໄຂວິກິດການດ້ານມະນຸດສະທໍາໃນກາຊາ ຢ່າງຮີບດ່ວນ, ລວມທັງວຽກງານ ເພື່ອອໍານວຍຄວາມສະດວກໃນການໃຫ້ການຊ່ວຍເຫຼືອໃນການຊ່ວຍຊີວິດຜູ້ດ້ອຍໂອກາດທີ່ສຸດ ແລະສົ່ງເສີມຄວາມປອດໄພຂອງພົນລະເຮືອນ, ໂດຍການປະສານງານກັບສະຫະປະຊາຊາດແລະຄູ່ຮ່ວມງານຂອງສະຫະລັດ.
ພົນລະເຮືອນສອງລ້ານຄົນຢູ່ໃນເຂດກາຊາ ປະເຊີນກັບວິກິດການທີ່ທະວີຄວາມ ຮຸນແຮງຂຶ້ນໃນດ້ານອາຫານ, ນໍ້າ ແລະການຮັກສາທາງການແພດ. ພວກແພດ ໝໍຢູ່ໃນເຂດກາຊາ ເຕືອນວ່າຫລາຍພັນຄົນອາດສາມາດເສຍຊີວິດໄດ້ ເນື່ອງ ຈາກໂຮງໝໍທີ່ເຕັມໄປດ້ວຍຜູ້ບາດເຈັບ ຂາດແຄນນໍ້າມັນ ແລະເຄື່ອງໃຊ້ຈຳເປັນ ຂັ້ນພື້ນຖານຕ່າງໆ.
ເນື່ອງຈາກສະຖານະການຢູ່ເຂດກາຊາ ທີ່ນັບມື້ນັບຊຸດໂຊມລົງເລື້ອຍໆ, ໃນບົດບາດໃໝ່ຂອງ ທ່ານ ແຊັດເທີຟີລ (Satterfield), ທ່ານຈະຕິດຕາມກວດກາບັນດາຄວາມມານະພະຍາຍາມໃນການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ປະຊາຊົນເຂດກາຊາ. ທ່ານເຈກ ຊູລລີວານ (Jake Sullivan) ທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ກ່າວໃນຖະແຫຼງການສະບັບນຶ່ງ ໃນວັນອາທິດວານນີ້ວ່າ ອະດີດເອກອັກຄະລັດຖະທູດສະຫະລັດ ປະຈຳເທີກີ ທ່ານ ແຊັດເທີຟີລ (Satterfield) ມີປະສົບການຫຼາຍປີ ດ້ານການທູດໃນຕາເວັນອອກກາງ.