ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້ນຳເອົາການຮ້ອງຂໍການຊ່ວຍເຫລືອທາງທະຫານໃນຮູບແບບຂອງການປ້ອງກັນອາກາດ, ປືນໃຫຍ່ ແລະລູກປືນ ໄປທີ່ສຳນັກງານໃຫຍ່ຂອງອົງການ NATO ໃນນະຄອນບຣັສເຊີລສ໌ ບ່ອນທີ່ທ່ານກຳລັງເຂົ້າຮ່ວມການໂອ້ລົມສົນທະນາ ໃນວັນພຸດມື້ນີ້ ກັບບັນດາລັດຖະມົນຕີປ້ອງກັນປະເທດຂອງອົງການ NATO.
ໂດຍການກ່າວປາໄສຄຽງຄູ່ກັບເລຂາທິການໃຫຍ່ ຂອງອົງການ NATO ທ່ານເຈັນ ສໂຕລເຕັນເບີກ, ທ່ານ ເຊເລັນສກີ ກ່າວຕໍ່ບັນດານັກຂ່າວວ່າ ໂດຍໄດ້ຮັບການຍົກລະດັບຂອງການປ້ອງກັນໄພອາກາດ ຈະຊ່ວຍປົກປັກຮັກສາ ບໍ່ພຽງແຕ່ພື້ນຖານໂຄງລ່າງທາງດ້ານພະລັງງານຂອງຢູເຄຣນ ເທົ່ານັ້ນ, ແຕ່ຍັງມີການສົ່ງອອກອາຫານປະເພດເມັດຂອງຢູເຄຣນ ໄປໃນທົ່ວໂລກອີກດ້ວຍ.
ທ່ານສໂຕລເຕັນເບີກ ກ່າວວ່າ ບັນດາປະເທດພັນທະມິດຂອງອົງການ NATO ຈຳເປັນຕ້ອງສະໜັບສະໜູນ ແລະ ເພີ່ມບາດກ້າວການສະໜັບສະໜູນຂອງພວກເຂົາເຈົ້າ ໃຫ້ແກ່ຢູເຄຣນ.
"ສິ່ງທີ່ພວກເຮົາເຫັນໃນປັດຈຸບັນນີ້ແມ່ນວ່າ ປະທານາທິບໍດີ ປູຕິນ ກໍາລັງກະ ກຽມນໍາໃຊ້ລະດູໜາວ ມາເປັນອາວຸດທາງສົງຄາມອີກຄັ້ງຫນຶ່ງ," ທ່ານສໂຕລເຕັນເບີກ ກ່າວ.
ການໂຈມຕີທາງອາກາດຂອງຣັດເຊຍ ໄດ້ແນເປົ້າໃສ່ພື້ນຖານໂຄງລ່າງຂອງຢູເຄຣນ ຊໍ້າແລ້ວຊໍ້າອີກ ໃນຊ່ວງລະດູໜາວທີ່ຜ່ານມາ, ສົ່ງຜົນເຮັດໃຫ້ຢູເຄຣນ ຕ້ອງພະຍາຍາມສ້າງຕາຄ່າຍພະລັງງານຂອງພວກເຂົາເຈົ້າຄືນໃໝ່.
Ukrainian President Volodymyr Zelenskyy brought his appeal for military aid in the forms of air defenses, artillery and ammunition to NATO headquarters in Brussels where he is attending talks Wednesday with NATO defense ministers.
Speaking alongside NATO Secretary-General Jens Stoltenberg, Zelenskyy told reporters that improved air defense would help protect not only Ukraine’s energy infrastructure, but also Ukrainian grain exports to the world.
Stoltenberg said NATO allies need to sustain and step up their support for Ukraine.
“What we are seeing now is that President Putin is preparing once again to use winter as a weapon of war,” Stoltenberg said.
Russian aerial attacks repeatedly targeted Ukrainian infrastructure during the last winter season, leaving Ukraine scrambling to rebuild its power grid.