ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ປະຊາຊົນລາວ ຕ້ອງການໃຫ້ລັດຖະບານ ຍົກເລີກການຂຸດຄົ້ນແຮ່ທາດແບບເລັ່ງດ່ວນ ທັງໝົດ


ແຜນທີ່ສະຖານທີ່ຂຸດຄົ້ນ ທາດໂປຕັສ ຢູ່ໃນລາວ.
ແຜນທີ່ສະຖານທີ່ຂຸດຄົ້ນ ທາດໂປຕັສ ຢູ່ໃນລາວ.

ປະຊາຊົນລາວ ຢາກໃຫ້ ຣັຖບານ ຍົກເລີກ ໂຄງການ ສຳປະທານ ຂຸດຄົ້ນ ແຮ່ທາດ ໃນລາວ ຢ່າງຮີບດ່ວນ. ​ເພາະວ່າ​ມັນ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ການ​ເປັນ​ຢູ່​ແລະ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຢ່າງ​ກວ້າງຂວາງ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບ ເລື້ອງນີ້ ຈາກບາງກອກ.

ສະມາຊິກ ສະພາ ແຫ່ງຊາດລາວ ເປີດເຜີຍວ່າ: ບັນຫາທີ່ປະຊາຊົນລາວໄດ້ຮຽກຮ້ອງຜ່ານລະບົບໂທລະສັບສາຍດ່ວນ ເນື່ອງໃນໂອກາດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດລາວ ໃນລະຫວ່າງວັນທີ 10 ມິຖຸນາ - 2 ກໍລະກົດ 2024 ທີ່ຜ່ານມາ ກະແມ່ນການຮຽກຮ້ອງໃຫ້ລັດຖະບານລາວ ຍົກເລີກສຳປະທານການຂຸດຄ້ນແຮ່ທາດແບບທົດລອງຫຼືແບບເລັ່ງດ່ວນ​ທັງໝົດທີ່​ໃຫ້​ແກ່​ບໍລິສັດ​ຈີນ 93 ​ລາຍ​ນັບ​ແຕ່​ປີ 2021 ເປັນຕ້ນມາ ເພາະເປັນໂຄງການທີ່ສ້າງຜົນກະທົບຕໍ່ສັງຄົມແລະສິ່ງແວດລ້ອມທຳມະຊາດໃນປະເທດລາວຢ່າງກ້ວາງຂວາງທີ່ສຸດ ເພາະເປັນການອະນຸຍາດໂດຍບໍ່ໄດ້ປະຕິບັດຕາມລະບຽບກົດໝາຍຢ່າງແທ້ຈິງ. ທັ້ງຍັງບໍ່ມີການສຶກສາແລະສຳຫຼວດ ເພື່ອປ້ອງກັນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດ. ທັ້ງບ່ໄດ້ມີການກວດກາການປະຕິບັດໂຄງການຕົວຈິງດ້ວຍນັ້ນ ຈຶ່ງເຮັດໃຫ້ລັດເສຍຜົນປະໂຫຍດຢ່າງຫລວງຫລາຍອີກດ້ວຍ. ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ຢືນຢັນວ່າ:

"ການຄຸ້ມຄອງຂອງພວກເຮົານີ້ ໃຈແງ່ທີ່ເປັນຊ່ອງວ່າງ ເຮັດໃຫ້ພວກເຮົາເສຍຜົນປະໂຫຍດນີ້ ກໍຍັງມີຫຼາຍ. ຫຼັກໆກໍແມ່ນຍ້ອນພວກເຮົາບໍ່ເຂັ້ມງວດໃນການເຄົາລົບ ແລະ ປະຕິບັດຕາມກົດໝາຍ ນັບແຕ່ ທັງສູນກາງ ຮອດທ້ອງຖິ່ນ ບ່ອນທີ່ມີການຂຸດຄົ້ນ ເຫັນໄດ້ຈາກການອະນຸຍາດທົດລອງ ກໍຍັງມີເຈດຕະນາ ລັກລອບຂຸດຄົ້ນແຮ່ ຕ່າງໆໄປຂາຍ ແຕ່ກໍບໍ່ໄດ້ເຫັນວ່າຈະໄດ້ດຳເນີນການທາງກົດໝາຍແຕ່ປະການໃດ ແຕ່ປະຊາຊົນລັກງົວ ລັກຄວາຍກັນ ເຮົາຍັງຈັບດຳເນີນຄະດີ ແຕ່ລັກລອບເອົາສົມບັດຂອງປະເທດຊາດ-ບ້ານເມືອງນີ້ ພາກັນເສຍຢູ່ ເພາະສະນັ້ນ ເຫັນດີເຫັນພ້ອມທີ່ສຸດ ບ່ອນວ່າ ໃຫ້ເດັດຂາດຢຸດເຊົາຊະ."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG