ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ມັງກອນ ໒໐໒໕

ລັດຖະບານ​ລາວ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ອາ​ຊຽນ 2 ຄັ້ງ​ຕິດ​ຕໍ່​ກັນໃນ​ປີ 2024 ເນື່ອງຈາກວ່າມີງົບປະມານຈໍາກັດ


ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ຄູ່ຮ່ວມມື ຈີນ ຈັບມືກັບຢູ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ໃນນະຄອຍຫຼວງວຽງຈັນ, 26 ກໍລະກົດ 2024, ສປປ ລາວ.
ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ຄູ່ຮ່ວມມື ຈີນ ຈັບມືກັບຢູ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ໃນນະຄອຍຫຼວງວຽງຈັນ, 26 ກໍລະກົດ 2024, ສປປ ລາວ.

ລັດຖະບານ​ລາວ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ອາ​ຊຽນ 2 ຄັ້ງ​ຕິດ​ຕໍ່​ກັນໃນ​ປີ 2024 ເນື່ອງຈາກວ່າມີງົບປະມານຈໍາກັດ ແຕ່ການຮັກສາຄວາມປອດໄພນັ້ນຈະຕ້ອງນຳໃຊ້ງົບປະມານຈຳນວນຫລາຍ

ນັກຊ່ຽວຊານ​ໃນດ້ານການ​ພັວພັນ​ແລະ​ການ​ຮ່ວມ​ມື​ໃນອາ​ຊຽນ ເປີດເຜີຍວ່າ ສາເຫດສຳຄັນ ທີ່ລັດຖະບານລາວຈະຕ້ອງຈັດກອງປະຊຸມສຸດຍອດຜູ້ນຳອາຊຽນ ໃນປີ 2024 ທັ້ງສອງຄັ້ງຕິດຕໍ່ກັນ ຄືຄັ້ງທີ 44 ແລະ 45 ກະຍ້ອນວ່າ ລັດຖະບານລາວ ມີງົບປະມານ ຈຳກັດ. ໃນຂະນະ​ທີ່​ການຈັດ​ກອງ​ປະຊຸມ​ດັ່ງກ່າວ​ຈະ​ຕ້ອງການ​ງົບປະມານ​ຫຼາຍ, ໂດຍສະເພາະໃນດ້ານການຮັກສາຄວາມປອດໄພໃຫ້ແກ່ຜູ້ນຳ ແລະ ຜູ້ຕາງໜ້າຂອງທຸກປະເທດທີ່ເຂົ້າຮ່ວມໃນກອງປະຊຸມຕ່າງໆ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 6-12 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ໃນນີ້ລວມເຖິງກອງ​ປະຊຸມ​ສຸດ​ຍອດ​ເອເຊຍຕາ​ເວັນ​ອອກ​ທີ່​ມີ​ຜູ້ນຳ ​ສະຫະລັດ, ຈີນ, ຣັດ​ເຊຍ, ອິນ​ເດຍ, ອອສເຕຣເລຍ ແລະ ​ນິວ ຊີ​ແລນ ເຂ້າຮ່ວມໃນກອງປະຊຼມດ້ວຍນັ້ນ ດັ່ງທີ່ຜູ້ຊ່ຽວຊານ ໃຫ້ການຢືນຢັນວ່າ

ຈະ​ມີ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 44 ​ແລະ 45 ພ້ອມ​ກັນ​ໃນ​ເດືອນ​ຕຸລາ. ການ​ຈັດ​ການປະຊຼມ​ທັງ​ສອງ​ໃນຊ່ວງ​ດຽວ​ກັນ​. ມັນຈະຫຼຸດຜ່ອນຄ່າໃຊ້ຈ່າຍ. ໂດຍສະເພາະກ່ຽວກັບ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ ຫຼືການເບິ່ງແຍງຜູ້ນໍາຂອງປະເທດຕ່າງໆທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ. ຢ່າລືມວ່າຜູ້ນຳຂອງສະຫະລັດ, ຈາກຈີນ, ຈາກຣັດເຊຍ, ຈາກອິນເດຍ, ຈາກອອສເຕຣເລຍ, ຈາກນິວຊີແລນ, ເຊິ່ງເປັນຄູ່ເຈລະຈາທີ່ສໍາຄັນ, ຈະໄດ້ພົບປະກັນໃນລະຫວ່າງການປະຊຸມທີ່ເອີ້ນວ່າກອງປະຊຸມສຸດຍອດເອເຊຍຕາເວັນອອກ.”

ສ່ວນ ທ່ານສະເຫລິມໄຊ ກມມະສິດ ຮອງນາຍົກລັດຖະມົນຕີ ​ແລະ ລັດຖະມົນຕີ​ວ່າ ການ​ຕ່າງປະ​ເທດ ​ໄດ້ຖະ​ແຫຼ​ງ​ຢືນຢັນ​ວ່າ, ອຳນາດ​ການ​ປົກຄອງ​ລາວ ​ໄດ້​ເພີ່ມ​ທະວີ​ການຮັກສາຄວາມ​ປອດ​ໄພ. ແລະ ຕິດຕາມຢ່າງໃກ້ຊິດທຸກການເຄື່ອນໄຫວໃນຂອບເຂດທົ່ວປະເທດ ໃນໂອກາດທີ່ລັດຖະບານລາວ ເປັນປະທານອາຊຽນໃນປີ 2024 ລວມທັງຈະຕິດຕາມການເຜີຍແຜ່ຂໍ້ມູນ ແລະ ຂ່າວສານທາງສື່ສັງຄົມຢ່າງໃກ້ສິດ ທັງໃນລາວ ແລະ ຕ່າງປະເທດດ້ວຍ ທັ້ງຍັງຈະຕອບໂຕ້ຄືນໃນທັນທີ ໃນກໍລະນີທີ່ສື່ສັງຄົມ ນຳສະເໜີຂໍ້ມູນຂ່າວສານ ທີ່ໂຈມຕີ ລັດຖະບານລາວໃນຖານະປະທານອາຊຽນ ທີ່​ຈະ​ຈັດກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ອາ​ຊຽນຄັ້ງ​ທີ 44 ​ແລະ 45 ​ໃນ​ວັນ​ທີ 6-12 ຕຸລາ 2024 ທີ່ລວມທັງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ 57 ​ໃນ​ວັນ​ທີ 21-27 ກໍລະກົດ 2024 ທີ່​ນະຄອນຫຼວງ​ວຽງ​ຈັນ ຊຶ່ງ​ຈະ​ປຶກສາ​ຫາລື​ຫຼາຍ​ດ້ານ​ ລວມທັງ​ການ​ສ້າງ​ແຜນ​ແມ່​ບົດການ​ກໍ່ສ້າງປະຊາ​ຄົມ​ອາ​ຊຽນ​ໃຫ້​ສຳ​ເລັດ​ໃນ​ປີ 2045 ດ້ວຍ ດັ່ງທີ່ ທ່ານ ສະເຫລິມໄຊ ໄດ້ໃຫ້ການຢືນຢັນວ່າ

ເປົ້າໝາຍຕໍ່ໜ້ານັ້ນ ແມ່ນພວກເຮົາເອິ້ນວ່າ ແຜນ​ແມ່​ບົດ​ກ່ຽວ​ກັບ​ການ​ຈັດຕັ້ງປະຕິບັດ​ວິ​ໄສ​ທັດ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ 2045 ໃນ​ໄລ​ຍະ​ນີ້: ລະແມ່ນ​ລາວ​ເຮົາໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ 2024 ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ປະ​ທານ​ໃນປີ​ຫນ້າ​ ມາ​ເລ​ເຊຍ​ ເພື່ອ​ຮ່າງ​ເອ​ກະ​ສານດັງກ່າວ​ນີ້​. ແລະຖ້າວ່າສໍາເລັດແລ້ວ ເປັນເອກກະພາບກັນແລ້ວເອກະສານ​ດັ່ງກ່າວ​ກໍຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ໃນ​ໄລຍະ​ທີ່​ມາ​ເລ​ເຊຍ​ເປັນປະທານ​ອາ​ຊຽນ​ໃນ​ປີ 2025 ​ເພື່ອ​ຈະກ້າວໄປສູ່ການຈັດຕັ້ງ​ປະຕິບັດ ​ແລະເຮ້ດໃຫ້ການສ້າງ​ປະຊາ​ຄົມ​ອາ​ຊຽນໄດ້ຢ່າງ​ສຳ​ເລັດ​ຜົນ”

ໃນວັນ​ທີ 10 ກໍລະກົດ 2024 ມີ​ລາຍ​ງານ​ວ່າ ຕຳຫຼວດ​ລາວ​ໄດ້​ກັກ​ຕົວ​ຜູ້ຊາຍລາວຄນ​ໜຶ່ງ ​ໃນ​ຂະນະ​ທີ່ຜູ້ກ່ຽວ​ໄດ້​ຖື​ປ້າຍ​ຜ້າ​ຢູ່​ໃກ້​ປະຕູ​ໄຊ ​ທີ່​ຂຽນ​ວ່າ: "ບໍ່ເອົາພວກສໍ້ລາດບັງຫຼວງ" ແລະກ່ອນຫນ້ານີ້ ຜູ້​ກ່ຽວ​ຍັງ​ຖື​ປ້າຍ​ຜ້າ​ທີ່​ຂຽນ​ວ່າ: “ບໍ່ເອາຜະເດັດການ” ຢູ່ຕໍ່ໜ້າຫ້ອງການສະຫະປະຊາຊາດ ທີ່ນະຄອນຫຼວງວຽງຈັນອີກດ້ວຍ ແລະ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຕໍາຫຼວດລາວຈະດໍາເນີນຄະດີອາຍາກັບຜູ້ກ່ຽວຫລືບໍ່

ໃນປັດຈຸບັນ, ປະເທດລາວມີສື່ສັງຄົມອອນລາຍ 90 ກວ່າລາຍທີ່ຈົດທະບຽນຖືກຕ້ອງຕາມກົດໝາຍສື່ມວນຊົນ. ແຕ່ກໍຍັງມີອີກຫລາຍສິບລາຍທີ່ໄດ້ເຜີຍແຜ່ຂໍ້ມູນແລະຂ່າວກ່ຽວກັບລາວໃນຕ່າງປະເທດ ທີ່ທາງການລາວຄວບຄຸມບໍ່ໄດ້. ສະນັ້ນ, ຈຶ່ງຢາກຈະພັດທະນາລະບົບເຄືອຂ່າຍສື່ມວນຊົນໃນລາວໃຫ້ມີຄວາມທັນສະໄໝ ດ້ວຍການຊ່ວຍເຫຼືອທາງວິຊາການ ແລະ ເທັກນິກຂັ້ນສູງຈາກ ສປ ຈີນ ເພື່ອໃຫ້ສາມາດຕອບໂຕ້ກັບສື່ສັງຄົມໃນຕ່າງປະເທດໄດ້ຢ່າງທັນການຕໍ່ການເຜີຍແຜ່ຂໍ້ມູນແລະ ຂ່າວສານທີ່ໂຈມ ຕີພັກ ແລະ ລັດຖະບານລາວນັ້ນ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG