ປັດຈຸບັນ ນັກປະພັນຊາວອິນເດຍທີ່ໄດ້ຮັບລາງວັນ ທ່ານນາງອາຣຸນຮາຕີ ຣອຍ (Arunhati Roy) ກໍາລັງປະເຊີນກັບການດໍາເນີນຄະດີ ຫຼັງຈາກກ່າວຄໍາປາໄສເມື່ອ 13 ປີກ່ອນ, ໂດຍໂຕ້ແຍ້ງຕໍ່ຄວາມຄິດທີ່ວ່າແຄວ້ນແຄັສເມຍ (Kashmir) ແມ່ນສ່ວນຫນຶ່ງຂອງອິນເດຍ.
ສຳນວນຟ້ອງໃນເບື້ອງຕົ້ນ ໄດ້ຖືກຍື່ນໂດຍນັກເຄື່ອນໄຫວຊາວແຄັສເມຍລຸນຫຼັງການກ່າວຄໍາປາໄສ ຂອງທ່ານນາງ ຣອຍ ໃນປີ 2010, ໃນນັ້ນ ທ່ານນາງ ແລະອີກສາມຄົນໄດ້ເວົ້າຢູ່ໃນກອງປະຊຸມ ແລະວິຈານນະໂຍບາຍຂອງອິນເດຍຕໍ່ ແຄວ້ນແຄັສເມຍ.
ພາຍໃຕ້ກົດໝາຍຂອງອິນເດຍ, ອາດຊະຍາກຳຂອງຄຳເວົ້າທີ່ຄຽດຊັງ, ການກໍ່ຄວາມບໍ່ສະຫງົບ, ແລະສົ່ງເສີມຄວາມເປັນສັດຕູກັນ ຕ້ອງການການອະນຸມັດຈາກເຈົ້າໜ້າທີ່ຂອງອິນເດຍ ເພື່ອດຳເນີນຄະດີ, ເຊິ່ງໄດ້ຖືກມອບໃຫ້ໃນວັນພຸດວານນີ້ ອີງຕາມອົງການຂ່າວທ້ອງຖິ່ນ, ເຊິ່ງເປັນເວລາຫຼາຍກວ່າໜຶ່ງທົດສະວັດ ຫຼັງຈາກລາຍງານໃນເບື້ອງຕົ້ນ ໄດ້ນຳອອກເຜີຍແຜ່.
ປັດຈຸບັນ ເຈົ້າໜ້າທີ່ຕຳຫຼວດຂອງນະຄອນເດລີ ໄດ້ອະນຸຍາດໃຫ້ດຳເນີນຄະດີຕໍ່ ທ່ານນາງຣອຍ ແລະ ສາດສະດາຈານ ຊິກ ໂຊວຄັດ ຮັດເຊນ (Sheikh Showkat Hussain) ຈາກສູນກາງມະຫາວິທະຍາໄລ ຂອງແຄວ້ນແຄັສເມຍ, ພາຍໃຕ້ການກໍ່ອາຊະຍາກຳໃນການສົ່ງເສີມຄວາມເປັນສັດຕູກັນ ແລະໃຫ້ການຢືນຢັນຕໍ່ຄວາມເສຍຫາຍ ສໍາລັບການລວມໂຕຂອງຊາດ ແລະເຮັດໃຫ້ເກີດຜົນເສຍຫາຍຮ້າຍແຮງຕໍ່ສັງຄົມ, ການເຄື່ອນໄຫວດັ່ງກ່າວ ໄດ້ຮັບການອະນຸມັດໂດຍຮອງຜູ້ປົກຄອງລັດ ທີ່ໄດ້ຮັບການແຕ່ງຕັ້ງຈາກລັດຖະບານກາງ, ທ່ານວິໄນ ຄູມາ ຊາເຊນາ (Vinai Kumar Saxena).